ກອງບັນຊາການ ປກສ ເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ຈັດພິທີຝືກອົບຮົມວຽກງານວິຊາສະເພາະໃຫ້ກໍາລັງ ປກສ ກຸ່ມບ້ານຜາໂຄ້ງ ແລະ ກຸ່ມແກ້ງຈອນ ໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພັທ ປີດາ ຈັນທະເນດ ຮອງຫົວໜ້າກອງບັນຊາການ ປກສ ເມືອງໄຊບົວທອງ, ເຂົ້າຮ່ວມໂດຍ ທ່ານ ນວນຕາ ແກ້ວມະນີວົງ ເຈົ້າເມືອງໄຊບົງທອງ ແລະ ພັອ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ຄະນະຫ້ອງວິຊາສະເພາະ ແລະ ກໍາລັງ ປກສ ບ້ານເຂົ້າຮ່ວມ.

ຮອ ເພັດມະນີໄພ ເພັດສົມບູນ ຮອງຫົວໜ້າພະແນກຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ເມືອງໄຊບົວທອງ ກ່າວວ່າ: ການຝືກອົບຮົມ ໃນຄັ້ງນີ້ ເພື່ອເປັນການຍົກລະດັບວິຊາສະເພາະໃຫ້ກໍາລັງ ປກສ ກຸ່ມບ້ານ ກໍຄືຜູ້ທີ່ປະຕິບັດໜ້າທີ່ຕົວຈິງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການເຄື່ອນໄຫວ ເຮັດໜ້າທີ່ວິຊາສະເພາະ, ຮູ້ໄດ້ສິດໜ້າທີ່ພາລະບົດບາດຂອງຕົນຢ່າງຖືກຕ້ອງ ແລະ ຮັບປະກັນເຮັດໃຫ້ກໍາລັງ ປກສ ກຸ່ມ ແລະ ປກສ ບ້ານມີຄວາມຮູ້-ຄວາມສາມາດທາງດ້ານວິຊາສະ ເພາະ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນໄດ້;ຄຽງຄູ່ກັນນີ້, ກໍ່ສາມາດຮູ້ນໍາພາປຸກລະດົມປະຊາຊົນເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງເປັນເສນາທິການໃຫ້ແກ່ການຈັດຕັ້ງຂັ້ນເທິງໄດ້ເປັນຢ່າງດີ.

ສໍາລັບເອກະສານທີ່ນໍາມາຝືກອົບຮົມໃຫ້ກໍາລັງ ປກສ ກຸ່ມບ້ານ.ໃນຄັ້ງນີ້ມີ: ເອກະສານວ່າດ້ວຍການສອບສວນເບື້ອງຕົ້ນຂອງ ປກສ ບ້ານ ແລະ ເອກະ ສານປ້ອງກັນສະຖານທີ່ເກີດເຫດ, ເອກະສານຄວາມຮູ້ພື້ນຖານວຽກງານຄຸ້ມຄອງຄົນຕ່າງປະເທດ, ເອກະສານ ວ່າດ້ວຍການຈົດທະບຽນຄຸ້ມຄອງສຳ ມະໂນຄົວຄົນລາວ ແລະ ຄົນຕ່າງດ້າວ.