ໃນອາທິດຜ່ານມາ, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຂັ້ນພະແນກ,ໜ່ວຍງານ ທົ່ວກອງບັນຊາການ ປກສ ແຂວງ, ໂດຍການເປັນປະທານ ຂອງ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ໂຮງຮຽນ, ຄ້າຍຄຸມຂັງ-ດັດສ້າງ, ບໍລິສັດລັດວິສາຫະກິດບໍລິການຮັກສາຄວາມປອດໄພ, ປກສ ເມືອງ 10 ຕົວເມືອງ, ພະ ນັກງານນາຍ ແລະ ພົນຕຳຫຼວດຜູ້ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ເຂົ້າຮ່ວມ.

ພັທ ສຸກທະວີ ອິນທະລັງສີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງຄຳມ່ວນ ໄດ້ຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງນາຍ ແລະ ພົນຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ, ຂັ້ນພະແນກ-ຮອງພະແນກ, ປກສ ກຸ່ມບ້ານ, ໜ່ວຍງານ, ຮອງໜ່ວຍງານ, ກອງວິຊາສະເພາະ, ຫົວໜ້າ, ຮອງ ປກສ ກຸ່ມບ້ານ. ຢູ່ບັນດາຫ້ອງ, ກອງພັນ, ໂຮງຮຽນ, ຄ້າຍຄຸມຂັງ-ດັດສ້າງ,  ກອງບັນຊາການ ປກສ ເມືອງ 10 ຕົວເມືອງທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ຄຳມ່ວນ; ໃນນັ້ນ, ມີການແຕ່ງຕັ້ງບັນດາຫົວໜ້າພະແນກ, ຮອງພະແນກ, ປກສ ກຸ່ມບ້ານ, ຫົວ ໜ້າໜ່ວຍງານ-ຮອງໜ່ວຍງານ ແລະ ມີການສັບຊ້ອນຍົກຍ້າຍບ່ອນປະຈຳການໄປເຮັດໜ້າທີ່ໃໝ່ ຢູ່ບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ, ໂຮງຮຽນ, ປກສ ເມືອງ, ປກສ ກຸ່ມບ້ານ ອີງຕາມການຄົ້ນຄວ້າເຫັນດີ ຂອງຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ. ການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້, ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ, ເພື່ອໃຫ້ແທດເໝາະກັບໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ, ການປະກາດຍົກຍ້າຍພະນັກງານກໍແມ່ນກົດເກນພາວະວິໃສໜຶ່ງແຫ່ງການຂະຫຍາຍຕົວຂອງລະບົບກົງຈັກຕັ້ງພັກ-ລັດ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງ, ແນໃສ່ກໍ່ສ້າງໃຫ້ກຳລັງປ້ອງກັນຄວາມສະຫງົບແຂວງຄຳມ່ວນ ໄດ້ມີການພັດທະນາ ເຮັດໃຫ້ກຳລັງມີຄວາມໜັກແໜ້ນ, ເຂັ້ມແຂງ, ເດັດຂາດ ແລະ ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ເພື່ອກຽມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ໂອກາດດັ່ງກ່າວ, ພັອ ທິບພະຈັນ ໂພໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງແຕ່ລະສະຫາຍ ເຖິງແມ່ນວ່າໄດ້ປະເຊີນກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ ເປັນຕົ້ນແມ່ນ ການວິກິດການທາງດ້ານເສດຖະກິດການເງິນ ແຕ່ບັນດາທ່ານ, ບັນດາສະຫາຍກໍໄດ້ພ້ອມກັນເຮັດສຳເລັດໜ້າທີ່ຂອງຕົນດ້ວຍນໍ້າໃຈບຸກທະລຸ ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ, ໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດຂອງຕົນ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ພ້ອມກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຕອບຕ້ານທັບມ້າງທຸກກົນອຸບາຍມ້າງເພຂອງພວກສັດຕູ ແລະ ກຸ່ມຄົນບໍ່ຫວັງດີ ເຮັດໃຫ້ແຂວງຄຳມ່ວນມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.