ຄະນະພັກຮາກຖານກອງພັນ 122 ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບບັ້ນດໍາເນີນຊີວິດການເມືອງ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ໃນວັນທີ 11 ຕຸລາ 2023, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັອ ຄໍາເຜີຍ ຄໍາດີ ຮອງເລຂາອົງຄະນະພັກ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ສະຫາຍ ພັທ ຄໍາແພງ ແສງບຸນທັນ ເລຂາຄະນະພັກຮາກຖານ ຫົວໜ້າກອງພັນ 122, ມີບັນດາຄະນະພັກຮາກຖານກອງພັນ, ຄະນະກອງຮ້ອຍ ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ສະຫາຍ ພັທ ສົມສີ ດວງດາລາ ປະທານກວດກາພັກຮາກຖານ ຮອງຫົວໜ້າກອງພັນ 122 ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024 ເຊິ່ງໄດ້ສະຫຼຸບຕີລາຄາຄືນການນຳພາ-ຊີ້ນຳຂອງຄະນະພັກຮາກຖານ, ສະມາຊິກພັກ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ສາມາດຕີລາຄາ, ຈັດແບ່ງປະເພດຂອງສະມາຊິກພັກ ແລະ ໜ່ວຍພັກຮາກຖານ-ສາຍລັດ, ຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດສະມາຊິກພັກ, ມີສະມາຊິກພັກທັງໝົດ 77 ສະຫາຍ ຍິງ 5 ສະຫາຍ ສໍາຮອງ 1 ສະຫາຍ, ແບ່ງຕົວຈິງ 74 ສະຫາຍ, ສາມາດຕີລາຄາແບ່ງປະເພດສະມາຊິກພັກ ແຂງ 72 ສະຫາຍ ຍິງ 5 ສະຫາຍ ເທົ່າກັບ 97,30%, ຕີລາຄາຄຸນ ນະພາບ ແລະ ຈັດແບ່ງປະເພດມະຫາຊົນ, ມີມະຫາຊົນທັງໝົດ 39 ສະຫາຍ, ໄດ້ປະເພດແຂງ 35 ສະຫາຍ ເທົ່າກັບ 92,10%, ສັງລວມຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດທັງໝົດ ຈໍານວນ 116 ສະຫາຍ, ໄດ້ແບ່ງ 112 ສະຫາຍ, ປະເພດແຂງ 107 ສະຫາຍ ເທົ່າກັບ 95,53%, ກາງ 5 ສະຫາຍ ເທົ່າກັບ 4,46%, ຈາກຜົນສໍາເລັດດັ່ງກ່າວສາມາດສັງລວມໄດ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນປີ 2022 ແມ່ນໄດ້ 97,5%, ປີ 2023 ແມ່ນໄດ້ 98,29% ໝາຍຄວາມວ່າເພີ່ມຂຶ້ນ 0,79%.

ທິດທາງແຜນການໃນຕໍ່ໜ້າ, ສືບຕໍ່ເຮັດໃຫ້ໜ່ວຍພັກຮູ້ສ້າງແຜນການ, ຮູ້ນຳພາຈັດຕັ້ງປະຕິບັດ, ຮູ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດ, ຕີລາຄາຄຸນນະ ພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ, ຖືເອົາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນວຽກງານຈຸດສຸມໃຈກາງໃນການສຶກສາອົບຮົມການເມືອງນຳພາແນວຄິດ, ທັງເປັນການສຳຫຼວດກວດກາການນໍາພາຂອງຄະນະພັກຮາກຖານ ແລະ ຄວາມຮັບຜິດຊອບຂອງສະມາຊິກພັກໃນການເຄື່ອນໄຫວປະຕິບັດໜ້າທີ່ໃນໄລຍະຜ່ານມາ, ເສີມຂະຫຍາຍມູນເຊື້ອອັນດີງາມ, ຜົນງານດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທີ່ເປັນອັນຕະລາຍຕໍ່ໜ່ວຍພັກ, ສະມາຊິກພັກ, ຍົກສູງຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ, ຮັບປະກັນເຮັດໃຫ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງຕິດພັນກັບການກໍ່ສ້າງພັກ-ພະນັກງານ ຢູ່ໃນຂະບວນການວຽກງານຕົວຈິງເພື່ອເປັນໄມ້ຫຼາວັດແທກໃນການຕີລາຄາຜົນສໍາເລັດໜ້າທີ່ວຽກງານຂອງພະນັກງານສະມາຊິກພັກ.

ພັອ ຄໍາເຜີຍ ຄໍາດີ ໄດ້ເນັ້ນໃຫ້ຄະນະພັກທຸກຂັ້ນ, ພ້ອມດ້ວຍສະມາຊິກພັກທຸກສະຫາຍຈົ່ງເອົາໃຈໃສ່ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກໃຫ້ມີວິທະຍາສາດ ແລະ ທັນສະໄໝ, ເພີ່ມທະວີເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານດ້ານຕ່າງໆຢ່າງເຂັ້ມງວດ, ສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອພ້ອມກັນສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມລະບຽບຂອງພັກວາງອອກຢ່າງເຂັ້ມງວດ.