ໃນລະຫວ່າງວັນທີ 3-4 ມິ ຖຸນາຜ່ານມາ, ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ, ຊຸກຍູ້ວຽກງານສາທາລະນະສຸກ ຢູ່ແຂວງອຸດົມໄຊ ໂດຍສະເພາະແມ່ນການສຳຫຼວດດັດສະນີ ໝາຍສັງຄົມລາວ ຄັ້ງທີ III ແລະ ຂະບວນການເຝົ້າລະວັງ, ປ້ອງກັນ, ຕອບໂຕ້ ແລະ ຄວບຄຸມພະຍາດທີ່ລະບາດຕາມລະດູການ ເປັນຕົ້ນແມ່ນພະຍາດໄຂ້ເລືອດອອກ.

ໂອກາດນີ້, ທ່ານໄດ້ຮັບຟັງລາຍງານການເຄື່ອນໄຫວວຽກງານສາທາລະນະສຸກ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຄວບຄຸມການລະບາດພະຍາດຕາມລະດູການຈາກ ທ່ານ ດຣ ຫຸມພັນ ອິນທະມຸງຄຸນ ຫົວໜ້າພະແນກສາທາລະນະສຸກແຂວງ. ຈາກນັ້ນ, ທ່ານຮອງລັດຖະມົນຕີໄດ້ຊີ້ນຳບາງດ້ານ ໂດຍໄດ້ເນັ້ນໃຫ້ຄະນະພັກ, ຄະນະພະແນກ ແລະ ບັນດາຂະແໜງການຕ່າງໆອ້ອມຂ້າງພະແນກສາທາລະນະສຸກ ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະ ເພາະຂອງຕົນເອງໃຫ້ສຳເລັດ, ມີການປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຈາກກະຊວງ ແລະ ບັນດາໂຮງໝໍຂັ້ນສູນກາງ ເພື່ອພັດທະນາທາງດ້ານວິຊາການໃຫ້ນັບມື້ສູງຂຶ້ນ, ສຸມໃສ່ຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດຕາມລະດູການໃຫ້ນັບມື້ຫຼຸດລົງ ແລະ ໝົດໄປເທື່ອລະກ້າວ, ປະສານສົມທົບກັບບັນດາກິດຈະການບໍລິການປິ່ນປົວສຸຂະພາບພາກເອກະຊົນໃຫ້ມີສ່ວນຮ່ວມໃນການລາຍງານສະພາບ ແລະແກ້ໄຂຊ່ວຍກັນ, ສືບຕໍ່ພັດທະນາຍົກລະດັບຂີດຄວາມສາມາດຂອງພະນັກງານ, ແພດ-ໝໍ ລວມທັງອຸປະກອນການແພດຢູ່ແຕ່ລະຈຸດໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ ແນໃສ່ແກ້ໄຂໃຫ້ທັນກັບສະພາບການ, ພ້ອມກັນຕ້ານບັນດາປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນກັບຖັນແຖວວຽກງານສາທາລະນະສຸກ ແລະ ມີການຈັດຕັ້ງປະຕິບັດວຽກງານສາທາລະນະສຸກໃຫ້ບັນລຸ 11 ຕົວຊີ້ບອກ.

ນອກນັ້່ນ, ໃນວັນທີ 4 ມິຖຸນາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະຍັງໄດ້ລົງເຄື່ອນໄຫວເບິ່ງການບໍລິການສຸຂະພາບຢູ່ໂຮງໝໍເມືອງແບງ ລົງພົບປະໂອ້ລົມກັບປະຊາຊົນບ້ານນ້ຳດໍ້, ເຊິ່ງບ້ານເປົ້າໝາຍໃນການສຳຫຼວດດັດສະນີໝາຍສັງຄົມລາວ ຄັ້ງທີ III, ຢ້ຽມຢາມປະຊາຊົນ ບ້ານປາງເດື່ອ, ເຊິ່ງເປັນບ້ານທີ່ມີການລະບາດຂອງພະຍາດໄຂ້ຍຸງລາຍເປັນຈຳນວນຫຼາຍກວ່າໝູ່ຢູ່ເມືອງແບງ; ທ່ານຮອງລັດຖະມົນຕີໄດ້ເນັ້ນໃຫ້ ປະ ຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ກັບຜົນຮ້າຍຂອງພະຍາດໄຂ້ຍຸງ, ຫຼັກການປີ່ນປົວທີ່ຖືກຕ້ອງ, ເປັນເຈົ້າການປ້ອງກັນໄຂ້ຍຸງ ໂດຍການປະຕິບັດ 5 ປ ຕາມຫຼັກການຂອງກະຊວງສາທາລະນະສຸກ ສຳຄັນຕ້ອງໃຫ້ການຮ່ວມມືກັບວິຊາການຂອງແຂວງ ແລະ ເມືອງ ພ້ອມກັນຄວບຄຸມ ແລະ ປ້ອງກັນພະຍາດໄຂ້ຍຸງລາຍຢ່າງຈິງຈັງ, ກໍລະນີມີອາການເຈັບເປັນແມ່ນໃຫ້ໄປພົບແພດ-ໝໍ ເພື່ອຈະໄດ້ປີ່ນປົວໃຫ້ທັນການ.

ປັດຈຸບັນ, ທົ່ວແຂວງອຸດົມໄຊ ມີການຕິດເຊື້ອພະຍາດໄຂ້ຍຸງລາຍ ຈຳນວນ 669 ກໍລະນີ. ໃນນັ້ນ, ເມືອງແບງ 241 ກໍລະນີ, ເມືອງຮຸນ 210 ກໍລະນີ, ນາໝໍ້ 103 ກໍລະນີ, ເມືອງໄຊ 83 ກໍລະນີ, ປາກແບງ 28 ກໍລະນີ ສ່ວນເມືອງຫຼາ ແລະ ເມືອງນາງາ ເມືອງລະ 2 ກໍລະນີ.