ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ລົງພົບປະໂອ້ລົມ ແລະ ຊຸກຍູ້ວຽກງານປ້ອງກັນຄວາມສະຫງົບ ຢູ່ພະແນກສຶກສາທິການ ແລະ ກິລາ ແຂວງອຸດົມໄຊ ໃນທ້າຍອາທິດຜ່ານມາ, ມີທ່ານ ສົມສັກ ສຸພິໄລ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດພະນັກງານລັດຖະກອນໃນຂະແໜງສຶກສາທິການ ເຂົ້າຮ່ວມ.

ທ່ານ ຈັນທີ ວິລະໄຊພອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບຢູ່ຂະແໜງການສຶກສາ ໂດຍຍົກໃຫ້ເຫັນດ້ານດີຜົນງານທີ່ຕັ້ງໜ້າ ແລະ ສະພາບຈຸດພິເສດໂດຍລວມ ກໍຄືການເຮັດໜ້າທີ່ປ້ອງກັນ ແລະ ສະກັດກັ້ນບັນຫາຫຍໍ້ທໍ້ໃນຂະແໜງການສຶກສາໃນໄລຍະຜ່ານມາ. ຄຽງຄູ່ກັນນີ້, ກໍໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ເພື່ອເປັນທິດທາງໃນການຈັດ ຕັ້ງປະຕິບັດວຽກງານປ້ອງກັນພາຍໃນສໍານັກງານ-ອົງການໃນສະເພາະໜ້າໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ.

ພົຈວ ສີວອນ ໄຊຍະວົງ ກໍໄດ້ຊີ້ນໍາພະແນກສຶກສາທິການ ແລະ ກິລາແຂວງ ໃນການຊຸກຍູ້ຈັດຕັ້ງຜັນຂະຫຍາຍວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ໃຫ້ກາຍເປັນຄວາມຮັບຜິດຊອບຂອງທຸກໆຂົງເຂດກົງຈັກການຈັດຕັ້ງຂອງພັກ-ລັດ ແລະ ການຈັດຕັ້ງສັງຄົມ ເຮັດໜ້າທີ່ປ້ອງກັນຄວາມສະຫງົບທາງ ດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນສຳນັກງານ-ອົງການໃຫ້ໜັກແໜ້ນ ແລະ ມີຄຸນນະພາບ, ປະສານງານຮ່ວມມືຫຼາຍພາກສ່ວນ ເພື່ອເຮັດໜ້າທີ່ປ້ອງກັນພັກ, ປ້ອງກັນພະນັກງານ, ປ້ອງກັນການຈັດຕັ້ງ, ຊັບສິນຂອງລັດ-ລວມໝູ່ ແລະ ບຸກຄົນ, ຍົກສູງຄວາມເປັນເຈົ້າການເຄື່ອນໄຫວຕ້ານ ແລະ ສະກັດກັ້ນທຸກການເຄື່ອນໄຫວທີ່ເປັນປໍລະປັກ, ລ່ວງລະເມີດຄວາມສະຫງົບສຸກ ແລະອື່ນໆ.

ຕໍ່ເນື້ອໃນຈິດໃຈດັ່ງກ່າວ, ຕ້ອງໄດ້ເພີ່ມທະວີວຽກງານຢ່າງຕັ້ງໜ້າ ເຮັດໃຫ້ວຽກງານປ້ອງກັນພາຍໃນໃຫ້ໄດ້ຮັບຜົນດີ, ພ້ອມກັນສືບຕໍ່ເຄື່ອນໄຫວ ປ້ອງກັນສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຢູ່ໃນຂະແໜງການສຶກສາ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ, ສຶກສາອົບຮົມ ແລະ ຜັນຂະຫຍາຍໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງກວ້າງຂວາງ.