ກອງບັນຊາການ ປກສ ເມືອງທ່າໂທມ ແຂວງໄຊສົມບູນ ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກອງບັນຊາການ ລະຫວ່າງ ພັທ ອໍາພອນ ປັນຍາວົງ ຫົວໜ້າກອງບັນຊາການ ປກສ ເມືອງທ່າໂທມ ຜູ້ເກົ່າ ແລະ ພັທ ທອງດຳ ໄຊບຸນມີ ຫົວໜ້າກອງບັຊາການ ປກສ ເມືອງທ່າໂທມ ຜູ້ໃໝ່ ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມມີ ພັອ ວິໄລ ແກ້ວວິໄລຫົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ແລະ ທ່ານ ສຸກສະເຫຼີມ ສົມມະນີ ເຈົ້າເມືອງທ່າໂທມ, ມີແຂກຮັບເຊີນຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ພັອ ວິໄລ ແກ້ວວິໄລຫົງ ໄດ້ຊີ້ນໍາໃຫ້ຫົວໜ້າກອງບັນຊາການ ປກສ ເມືອງທ່າໂທມ ຜູ້ໃໝ່ ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງໃຫ້ໄດ້ຮັບຜົນສໍາເລັດສູງສຸດ, ສືບຕໍ່ຊີ້ນໍາ-ນໍາພາໝູ່ຄະນະ ແລະ ເປັນຫົວຈັກຫຼັກແຫຼ່ງໃນການສ້າງສາພັດທະນາກົມກອງໃຫ້ມີຄວາມເຂັ້ມແຂງຮອບດ້ານ ໂດຍນໍາເອົາການສຶກສາອົບຮົມການເມືອງ-ແນວຄິດໃຫ້ກັບພະນັກງານ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າຢ່າງຕໍ່ເນື່ອງ. ພ້ອມທັງເປັນຄັນທຸງເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນໃຫ້ເມືອງທ່າໂທມ ມີສະຖຽນລະພາບທາງດ້ານການເມືອງ-ສັງຄົມມີຄວາມສະຫງົບປອດໄພຢ່າງໜັກແໜ້ນ.

ນອກນັ້ນ, ໃນພິທີ ພັຕ ສົມພອນ ຈັນທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າໂທມ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງໄຊສົມບູນ ຮັບໜ້າທີ່ໃໝ່, ໂດຍອີງຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກງານ, ອີງຕາມຄວາມເຫັນດີເປັນເອກະພາບ ຂອງຄະນະພັກ-ຄະນະກອງບັນຊາການ ປກສ ແຂວງ. ດັ່ງນັ້ນ, ຕົກລົງແຕ່ງຕັ້ງ ພັທ ທອງດຳ ໄຊບຸນມີ ເປັນຫົວໜ້າກອງ ບັນຊາການ ປກສ ເມືອງທ່າໂທມ.