ໃນວັນທີ 19 ກໍລະກົດ 2023, ສະຫະພັນແມ່ຍິງ ກົົມໃຫຍ່ຕໍາຫຼວດ ກະຊວງ ປກສ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບ ຮອບ 68 ປີ (ວັນທີ 20 ກໍລະກົດ 1955-20 ກໍລະກົດ 2023) ໂດຍມີ ພົຈວ ນິລະວົງ ເຈືອງຕະວະລາດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຜູ້ຊີ້ນຳວຽກ ງານອົງການຈັດຕັ້ງມະຫາຊົນ, ພັອ ນາງ ວັດສະລີ ສິດທິລືໄຊ ຫົວໜ້າກົມປະກັນສັງຄົມ ອະດີດປະທານສະຫະພັນແມ່ຍິງ ກະຊວງ ປກສ, ພັທ ນາງ ບົວບາຍ ພົມມະເສນ ປະທານສະຫະພັນແມ່ຍິງ ກົມໃຫຍ່ຕໍາຫຼວດ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກແມ່ຍິງອ້ອມຂ້າງກົມ ເຂົ້າຮ່ວມ.

ພັອ ນາງ ວັດສະລີ ສິດທິລືໄຊ ໄດ້ປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 68 ປີ ໂດຍຍົກໃຫ້ເຫັນມູນເຊື້ອການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນແຕ່ລະໄລຍະ, ຜົນງານຄຸນງາມຄວາມດີຂອງແມ່ຍິງລາວໃນພາລະກິດຕໍ່ສູ້ກູ້ຊາດ, ຜົນງານການເຄື່ອນໄຫວທີ່ພົ້ນເດັ່ນ ໃນໄລຍະຜ່ານມາ ທີ່ໄດ້ອຸດທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງຕະຫຼອດໄລຍະ 68 ປີຜ່ານມາ ທີ່ອົງການຈັດຕັ້ງສະຫະພັນແມ່ຍິງໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ການຊີ້ນຳ-ນຳພາຂອງພັກ ປະຊາຊົນລາວ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກິດປະຫວັດສາດຂອງການປະຕິວັດລາວ.

ທັງນີ້, ກໍເພື່ອເຮັດໃຫ້ບັນດາສະຫະພັນແມ່ຍິງພາຍໃນກົມໃຫຍ່ຕຳຫຼວດ ໄດ້ຮັບຮູ້-ເຂົ້າໃຈເຖິງມູນເຊື້ອອັນອົງອາດກ້າຫານຂອງສະຫະພັນແມ່ຍິງລາວ ເຂົ້າຮ່ວມຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າການປະຕິບັດແຜນພັດທະນາແມ່ຍິງລາວແຕ່ລະໄລຍະ, ຮັກສາປະເພນີອັນດີງາມຂອງຊາດຂອງເຜົ່າ ເວົ້າລວມ, ເວົ້າສະເພາະ ການພັດທະນາແມ່ຍິງໃນທຸກດ້ານ ແລະ ເອົາໃຈໃສ່ເສີມຂະຫຍາຍມູນເຊື້ອພິລະອາດຫານໃຫ້ເອື້ອຍນ້ອງແມ່ຍິງຮ່ຳຮຽນເອົາຄຸນສົມບັດສິນທຳປະຕິວັດອັນດີງາມຂອງແມ່ຍິງອາວຸໂສ, ຮັກສາມູນເຊື້ອການນຳພາ-ຊີ້ນຳຂອງແມ່ຍິງລາວຮຸ່ນກ່ອນໄວ້ໃຫ້ໝັ້ນຄົງຕະຫຼອດໄປ.

ຂ່າວ: ສີລິພອນ