ຕາມການໃຫ້ສໍາພາດຂອງ ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບ 3 ແຂວງຄໍາມ່ວນ ໄດ້ກ່າວຕໍ່ຜູ້ສື່ຂ່າວທ້ອງຖິ່ນ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບ ໃນໄລຍະ 6 ເດືອນຕົ້ນປີ 2023 ໃຫ້ຮູ້ວ່າ:

ຕາມແຜນການທີ່ໄດ້ຮັບມອບໝາຍ ການຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2023 ຈໍານວນທັງໝົດ 602 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດ ໃນໄລຍະ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 281 ຕື້ກວ່າກີບ ເທົ່າກັບ 46,07% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 60,99%; ລາຍຮັບສ່ວນຫຼາຍ ແມ່ນໄດ້ມາຈາກການນໍາເຂົ້າສິນຄ້າ ປະເພດນໍ້າມັນເຊື້ອໄຟ ເຊິ່ງມີອັດຕາການເພີ່ມຂຶ້ນ 40%, ປະເພດສິນຄ້ານໍາເຂົ້າ ເພື່ອສົ່ງອອກຕໍ່ ເພີ່ມຂຶ້ນ 38% ແລະ ປະເພດລາຍຮັບ ຈາກຄ່າທໍານຽມຕ່າງໆ (ຄັງແຮ) ເພີ່ມຂຶ້ນ 452,65%.

ໂດຍພື້ນຖານແລ້ວ ດ້ານຂໍ້ສະດວກໃນການຈັດຕັ້ງປະຕິບັດ ແມ່ນຍ້ອນມີນິຕິກໍາ, ກົດໝາຍຈາກສາຍຕັ້ງ ກະຊວງການເງິນ, ກົມພາສີ ເປັນບ່ອນອີງທີ່ໜັກແໜ້ນ, ອີກດ້ານໜຶ່ງ ກໍຍ້ອນມີການນໍາພາ-ຊີ້ນໍາຢ່າງໃກ້ຊິດ ຈາກຄະນະນໍາທີ່ກ່ຽວຂ້ອງ ໃນການແກ້ໄຂວຽກງານໃຫ້ມີຄວາມສໍາເລັດທັນກັບເວລາ, ມີພື້ນຖານໂຄງລ່າງສະຖານທີ່ເຮັດວຽກທີ່ເໝາະສົມ ແລະ ມີເຄື່ອງມືທັນສະໄໝ ເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ມີຄວາມວ່ອງໄວ.

ສ່ວນດ້ານຂໍ້ຫຍຸ້ງຍາກ ສ່ວນຫຼາຍແມ່ນໃນເວລາມີຄວາມຄັດຂ້ອງດ້ານກະແສໄຟຟ້າ (ໄຟຟ້າດັບ) ເຊິ່ງເຮັດໃຫ້ລະບົບການເຮັດວຽກເຄື່ອງມືບໍ່ສາມາດຕອບສະໜອງ ໃນການປ້ອນຂໍ້ມູນຕ່າງໆ, ລວມເຖິງລະບົບສັນຍານທາງອິນເຕີເນັດ ກໍມີຄວາມຂັດຂ້ອງທີ່ສ້າງຄວາມຫຍຸ້ງຍາກໃຫ້ການບໍລິການຊັກຊ້າ.

ເພື່ອແນໃສ່ເຮັດໃຫ້ ການຈັດຕັ້ງປະຕິບັດທິດທາງແຜນການໃນຕໍ່ໜ້າ ບັນລຸຕາມໂຕເລກຄາດໝາຍ ທີ່ຂັ້ນເທິງວາງໄວ້ ແມ່ນຈະສືບຕໍ່ເຮັດວຽກການເມືອງແນວຄິດ ກັບເຈົ້າໜ້າທີ່ພະນັກງານພາສີປະຈໍາດ່ານ ພ້ອມກັນເປັນເຈົ້າການໃນການຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມແຜນ ແລະ ລື່ນແຜນທີ່ກໍານົດໄວ້, ແນະນໍາໃຫ້ຄວາມເຂົ້າໃຈຕໍ່ຜູ້ປະກອບການ ຫຼື ຜູ້ທີ່ມາບໍລິການຜ່ານດ່ານ ແລະ ຜູ້ແຈ້ງພາສີທົ່ວໄປ ໃຫ້ມີຄວາມເຂົ້າໃຈຕໍ່ລະບົບການນໍາໃຊ້ເຄື່ອງມືທີ່ທັນສະໄໝ ເພື່ອຮັບປະກັນຄວາມວ່ອງໄວ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ທ່ານໃຫ້ຮູ້ຕື່ມວ່າ: ເພື່ອຕ້ານການຮົ່ວໄຫຼທຸກລາຍຮັບເຂົ້າງົບປະມານ ຕາມຄໍາສັ່ງເລກທີ 18/ນຍ ວ່າດ້ວຍ ການເພີ່ມທະວີຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ການປະຕິບັດບັດ ວາລະແຫ່ງຊາດ ແມ່ນຈະພ້ອມກັນຈັດເກັບລາຍຮັບທຸກລາຍການທີ່ມີຕາມກົດໝາຍ ແລະ ນິຕິກໍາກໍານົດໄວ້ໃຫ້ຄົບຖ້ວນ ແລະ ທັນເວລາ, ອັດຕັນທຸກຊ່ອງຫວ່າງທີ່ມີການຮົ່ວໄຫຼ, ປະສານສົມທົບທຸກພາກສ່ວນທີ່ກ່ຽວຂ້ອງ ໃຫ້ຄວາມຮ່ວມມື, ຊ່ວຍເຫຼືອອໍານວຍຄວາມສະດວກໃຫ້ຜູ້ປະກອບການ ທີ່ມາໃຊ້ບໍລິການດ່ານໃຫ້ຫຼາຍຂຶ້ນ, ສ້າງຖານຂໍ້ມູນ, ແຫຼ່ງຂ່າວລັກລອບ ຫຼື ລະເມີດກົດໝາຍ ວ່າດ້ວຍ ພາສີ ແລະ ນິຕິກໍາຢູ່ພາຍໃນດ່ານ ໃຫ້ມີຄວາມຊັດເຈນ, ປະຕິບັດຕາມການຊີ້ນໍາ ຈາກການຈັດຕັ້ງທີ່ກ່ຽວຂ້ອງທຸກຂັ້ນ ໃນແຕ່ລະໄລຍະຢ່າງເຂັ້ມງວດ.