ທິດທາງແຜນການໄລຍະທ້າຍສະໄໝ, ຄະນະພັກ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈະສືບຕໍ່ເພີ່ມທະວີການນຳພາ-ຊີ້ນຳເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ເປັນເຈົ້າການເກັບກຳສະພາບສັດຕູ ແລະ ອິດທິກໍາລັງປໍລະປັກພາຍໃນ, ສຸມໃສ່ເຮັດວຽກງານປ້ອງກັນຄ້າຍຄຸມຂັງ, ຄ້າຍດັດສ້າງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສະຫງົບ-ປອດໄພ.

ສະຫາຍ ພັອ ພັດສະດີ ນວນອາສາ ຮອງເລຂາຄະນະພັກ, ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ ກ່າວໃນກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝທີ II ຂອງອົງຄະນະພັກ ກົມຕໍາຫຼວດຄຸມຂັງ-ດັດສ້າງ ແລະ ທິດທາງແຜນການໄລຍະທ້າຍສະໄໝ ວ່າ:

ທິດທາງແຜນການໄລຍະທ້າຍສະໄໝ, ຄະນະພັກ ກົມຕໍາຫຼວດຄຸມຂັງ-ດັດສ້າງ ຈະສືບຕໍ່ນໍາພາຈັດຕັ້ງປະຕິບັດ ຄໍາສັ່ງເລກທີ 2186/ປກສ ວ່າດ້ວຍ ການເພີ່ມທະວີວຽກງານຄຸ້ມຄອງປ້ອງກັນຄ້າຍຄຸມຂັງ-ດັດສ້າງ ແລະ ຄ້າຍກັກຂັງຊົ່ວຄາວ ໃນທົ່ວປະເທດ, ຄຳສັ່ງເລກທີ 27/ນຍ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ບັນດານິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ມີປະສິດທິຜົນ, ນຳໃຊ້ມາດຕະການທີ່ເໝາະສົມ ເພື່ອສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນຄ້າຍຄຸມຂັງ ເຊັ່ນ: ການອາລະວາດຕີກັນ, ການກໍ່ຈາລະຈົນປະທ້ວງຢູ່ໃນຄ້າຍຄຸມຂັງ, ການຊຸກເຊື່ອງສິ່ງຂອງຕ້ອງຫ້າມ, ການເສບ-ຂາຍຢາເສບຕິດ ພາຍໃນຄ້າຍຄຸມຂັງ-ດັດສ້າງ, ການດື່ມເຫຼົ້າ-ເບຍໃນຂອບເຂດຄ້າຍ ແລະ ການລັກນໍາໃຊ້ໂທລະສັບ ເປັນຕົ້ນ.

ພ້ອມນີ້, ກໍຈະເພີ່ມທະວີວຽກງານຄຸ້ມຄອງ, ປ້ອງກັນນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ໃຫ້ມີລະບຽບວິໄນທີ່ເຂັ້ມງວດ ແລະ ຕ້ອງຮັບປະກັນໃຫ້ມີຄວາມສະຫງົບ 100%, ບໍ່ໃຫ້ມີນັກໂທດໂຕນໜີຈາກການປະຕິບັດໂທດ, ສືບຕໍ່ສຶກສາອົບຮົມ, ຄຸ້ມຄອງນັກໂທດຝຶກວິຊາຊີບ, ອອກແຮງງານທໍາການຜະລິດ, ແກ້ໄຂຊີວິດການເປັນຢູ່, ເຮັດໃຫ້ເຂົາເຈົ້າມີການຫັນປ່ຽນແນວຄິດ, ມີວິຊາຊີບຕິດຕົວ ແລະ ມີຄວາມພ້ອມ ພາຍຫຼັງພົ້ນໂທດອອກສູ່ສັງຄົມ.

ໃນໄລຍະຜ່ານມາ, ການນໍາພາປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ມີຄວາມສະຫງົບຢ່າງໜັກແໜ້ນ, ໄດ້ສຸມໃສ່ກຳແໜ້ນສະພາບການຢູ່ບັນດາຄ້າຍຄຸມຂັງ, ຄ້າຍດັດສ້າງ, ຊອກຮູ້ກົນອຸບາຍການຈັດຕັ້ງ, ເລ່ລ່ຽມການເຄື່ອນໄຫວຂອງອິດທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ, ໄດ້ຊີ້ນຳ ແລະ ປະສານສົມທົບບັນດາຄ້າຍຄຸມຂັງປະຈຳພາກ ເປັນຕົ້ນແມ່ນ ວຽກງານຕິດຕາມຄຸ້ມຄອງປ້ອງກັນຄ້າຍຄຸມຂັງ ແລະ ວຽກງານສ້າງລະບົບຕາໜ່າງຜູ້ຮ່ວມງານ ຢູ່ພາຍໃນຄ້າຍຄຸມຂັງ ເພື່ອເກັບກໍາຂ່າວ ແລະ ຕອບຕ້ານສະພາບການເຄື່ອນໄຫວທີ່ເປັນອັນຕະລາຍຮ້າຍແຮງ ອາດຈະເກີດຂຶ້ນໃຫ້ທັນເວລາ.

ຕໍ່ກັບວຽກງານປ້ອງກັນເວນຍາມ ໄດ້ຈັດຕັ້ງຈຸປະຈຳການຕະຫຼອດ 24 ຊົ່ວໂມງ, ມີການລາດຕະເວນ ເພື່ອຮັບປະກັນບໍ່ໃຫ້ນັກໂທດ ແລະ ຜູ້ຖືກຫາ ແຫກຄຸກໂຕນໜີຈາກຄ້າຍຄຸມຂັງ; ໄດ້ຫັນເອົາວຽກງານໂຄງການຄຸມຂັງ-ດັດສ້າງ ເປັນແຜນການປະຈຳປີຂອງ ກົມຕໍາຫຼວດຄຸມຂັງ-ດັດສ້າງ ໂດຍກໍານົດ 12 ກິດຈະກໍາ ເພື່ອຈັດຕັ້ງປະຕິບັດວຽກງານວິຊາສະເພາະຄຸມຂັງ.

ສິ່ງທີ່ພົ້ນເດັ່ນ ໄດ້ສ້າງຄ້າຍຄຸມຂັງປະຈຳພາກເໜືອ, ພາກກາງ ແລະ ພາກໃຕ້ ລວມມີ 7 ແຫ່ງ ເພື່ອກັກຂັງສະເພາະນັກໂທດ ແລະ ຫັນຄ້າຍຄຸມຂັງ ປກສ ແຂວງ ເປັນຄ້າຍກັກຂັງຊົ່ວຄາວ ເພື່ອນຳໃຊ້ກັກຂັງຜູ້ຖືກຫາ.

ນອກຈາກນັ້ນ, ຄະນະພັກ-ຄະນະບັນຊາ ກໍໄດ້ລົງເຄື່ອນໄຫວນຳພາ-ຊີ້ນຳແກ້ໄຂຄວາມແອອັດຂອງຈຳນວນນັກໂທດ, ຜູ້ຖືກຫາ, ຜູ້ຖືກດັດສ້າງ ຢູ່ບັນດາຄ້າຍຄຸມຂັງ ປກສ ແຂວງ ໂດຍເຄື່ອນຍ້າຍຈຳນວນນັກໂທດ ມາສືບຕໍ່ປະຕິບັດໂທດຢູ່ບັນດາຄ້າຍຄຸມຂັງປະຈຳພາກ, ເຊິ່ງມີຈຳນວນທັງໝົດ 8.114 ຄົນ ຍິງ 693 ຄົນ, ນັກໂທດທີ່ເປັນຄົນຕ່າງປະເທດ 129 ຄົນ ຍິງ 11 ຄົນ.

ພ້ອມນັ້ນ, ກໍໄດ້ເອົາໃຈໃສ່ສຶກສາອົບຮົມເຂົາເຈົ້າ ໃຫ້ພວກເຂົາຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ລະບຽບວິໄນຂອງຄ້າຍຄຸມຂັງ; ຕໍ່ກັບນັກໂທດທີ່ເຄື່ອນໄຫວກະທຳຜິດລະບຽບຂອງຄ້າຍ ກໍໄດ້ມີການສຶກສາອົບຮົມເປັນລາຍບຸກຄົນ ແລະ ກຸ່ມຄົນ ພ້ອມທັງປະຕິບັດວິໄນ ຕາມສະຖານການກະທຳຜິດຕໍ່ລະບຽບຂອງຄ້າຍຢ່າງເໝາະສົມ.

ສັງລວມແລ້ວ, ທິດທາງແຜນການໄລຍະທ້າຍສະໄໝ, ຄະນະພັກກົມຕໍາຫຼວດຄຸມຂັງ-ດັດສ້າງ ຈະສືບຕໍ່ນໍາພາເພີ່ມທະວີວຽກງານຄຸ້ມຄອງປ້ອງກັນຄ້າຍຄຸມຂັງ-ດັດສ້າງ ແລະ ຄ້າຍກັກຂັງຊົ່ວຄາວ ໃນທົ່ວປະເທດ ເປັນຕົ້ນແມ່ນ ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຄ້າຍຄຸມຂັງ, ຮັບປະກັນໃຫ້ມີຄວາມສະຫງົບ 100%, ບໍ່ໃຫ້ມີນັກໂທດໂຕນໜີຈາກການປະຕິບັດໂທດ, ສຶກສາອົບຮົມ, ຄຸ້ມຄອງນັກໂທດຝຶກວິຊາຊີບ, ອອກແຮງງານທໍາການຜະລິດ, ແກ້ໄຂຊີວິດການເປັນຢູ່, ເຮັດໃຫ້ເຂົາເຈົ້າມີການຫັນປ່ຽນແນວຄິດ, ມີວິຊາຊີບຕິດຕົວ ແລະ ມີຄວາມພ້ອມ ພາຍຫຼັງພົ້ນໂທດອອກສູ່ສັງຄົມ.