ສະຫະລັດ ອາເມລິກາ ເກີດຄະດີຄາດຕະກຳລວມໝູ່ 28 ຄັ້ງ ໃນໄລຍະ 6 ເດືອນຕົ້ນປີ 2023, ເຊິ່ງຖືເປັນຕົວເລກສູງສຸດໃນປະຫວັດສາດ; ໃນຂະນະທີ່, ພາກສ່ວນທີ່ກ່ຽວຂ້ອງ ພະຍາຍາມຄວມຄຸມການໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງກັບການນຳໃຊ້ອາວຸດປືນ ໃນທົ່ວປະເທດ.

+ ອີງຕາມບົດວິເຄາະຂອງສຳນັກຂ່າວ AFP ສື່ໃນຕ່າງປະເທດທີ່ເຜີຍແຜ່ໃນວັນທີ 14 ກໍລະກົດ ທີ່ຜ່ານມາ ໃຫ້ຮູ້ວ່າ:

ມີຜູ້ເຄາະຮ້າຍຈຳນວນ 140 ຄົນ ຖືກຄາດຕະກຳ ໃນໄລຍະເດືອນມັງກອນ-ມິຖຸນາ 2023; ເຊິ່ງເກີດຈາກການກໍ່ຄະດີຄາດຕະກຳລວມໝູ່ ຈຳນວນ 28 ຄັ້ງ. ໃນນັ້ນ, ທັງໝົດແມ່ນມີອາວຸດປືນເປັນຂອງກາງໃຊ້ກໍ່ເຫດ. ໂດຍຕົວເລກດັ່ງກ່າວ ແມ່ນທຳລາຍສະຖິຕິການຄາດຕະກຳລວມໝູ່ທີ່ເກີດຂຶ້ນກ່ອນໜ້ານີ້ ຈຳນວນ 27 ຄັ້ງ ເຊິ່ງເປັນການເກີດຂຶ້ນໃນໄລຍະ 6 ເດືອນທ້າຍປີ 2022.

ທ່ານສາສະດາຈານ ເຈມສ໌ ຟັອກສ໌ ຜູ້ຊ່ຽວຊານດ້ານການສຶກສາກ່ຽວກັບ ຄະດີອາຍາ ຈາກມະຫາວິທະຍາໄລ ນອດອີດສ໌ເທິນ ຮູ້ສຶກຕົກໃຈທີ່ໄດ້ເຫັນສະຖິຕິແບບນີ້ເກີດຂຶ້ນ ນັບຕັ້ງແຕ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນ ຜູ້ຕິດຕາມ-ຮັກສາຂໍ້ມູນກ່ຽວກັບ ການຄາດຕະກຳລວມໝູ່ ເມື່ອ 5  ປີກ່ອນ; ທ່ານກ່າວວ່າ: ພວກເຮົາເຄີຍບັນທຶກສະຖິຕິການຄາດຕະກຳລວມໝູ່ ປະມານ 24-36 ຄັ້ງຕໍ່ປີ, ແຕ່ຄັ້ງນີ້ມັນເກີດຂຶ້ນພາຍໃນໄລຍະເວລາພຽງ 6 ເດືອນຕົ້ນປີເທົ່ານັ້ນ ເຊິ່ງເປັນສະຖິຕິໃໝ່ທີ່ໜ້າເປັນຫ່ວງຫຼາຍ.

ເມື່ອໄລຍະຕົ້ນເດືອນທີ່ຜ່ານມາ, ທ່ານ ໂຈ ໄບເດັນ ປະທານາທິບໍດີ ສະຫະລັດ ອາເມລິກາ ໄດ້ກ່າວປະນາມການກໍ່ເຫດທີ່ຄົນຮ້າຍໃຊ້ປືນຍິງກວາດໃສ່ປະຊາຊົນວ່າ: ເປັນການກະທຳທີ່ກໍ່ໃຫ້ເກີດຄວາມໂສກເສົ້າ ແລະ ບໍ່ມີເຫດຜົນ ເຊິ່ງມັນເກີດຂຶ້ນຈຳນວນຫຼາຍຄັ້ງ ພ້ອມທັງຮຽກຮ້ອງໃຫ້ພັກຣີພັບບຼີກັນ ຮ່ວມມືປະຕິຮູບກົດໝາຍອາວຸດປືນຢ່າງມີເນື້ອໃນ ແລະ ເໝາະສົມ.

ແນວໃດກໍຕາມ, ກົດໝາຍ ກ່ຽວກັບ ອາວຸດປືນ ຍັງເປັນປະເດັນທງການເມືອງທີ່ມີຄວາມຂັດແຍ່ງໃນ ສະຫະລັດ ອາເມລິກາ, ເພາະພັກເດໂມແຄຼັດ ຮຽກຮ້ອງໃຫ້ມີກົດລະບຽບຄວບຄຸມອາວຸດປືນຢ່າງເຂັ້ມງວດ, ແຕ່ພັກຣີພັບບຼີກັນ ພັດເຫັນວ່າ ການຄອບຄອງອາວຸດປືນ ເປັນສິດທິຂອງພົນລະເມືອງທີ່ບໍ່ອາດປະຕິເສດໄດ້.

ດ້ານຜູ້ຊ່ຽວຊານຫຼາຍຄົນໃນອາເມລິກາ ລະບຸວ່າ: ເຫດການຄາດຕະກຳທີ່ເພີ່ມຂຶ້ນຄືແນວນີ້ ແມ່ນເກີດຈາກການເພີ່ມຂຶ້ນຂອງຈຳນວນປະຊາກອນທີ່ສາມາດຄອບຄອງອາວຸດປືນ, ແຕ່ໃນດ້ານສະຖິຕິການຄາດຕະກຳລວມໝູ່ ແມ່ນເກີດຂຶ້ນໜ້ອຍ ແລະ ມັນໄດ້ພົວພັນເຖິງການໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງກັບອາວຸດປືນ ພຽງເລັກໜ້ອຍເທົ່ານັ້ນ.