ທີມໄອຍະການຂອງອາເມລິກາ ລະບຸວ່າ: ມືມີດຈິດໃຈໂຫດຮ້າຍປ່າເຖື່ອນ ທີ່ໃຊ້ມີດໜ່ຳແທງຜູ້ໂດຍສານຊາວອາຊີເທິງລົດໄຟ ໃນເມືອງຊີແອັດເທິນ ທັງທີ່ບໍ່ຮູ້ຈັກກັນມາກ່ອນ ເປັນອາຊະຍາກອນມືອາຊີບ, ພ້ອມທັງເຄີຍມີປະຫວັດກໍ່ອາຊະຍາກຳຢ່າງຫຼວງຫຼາຍ.

ເຫດການສະເທືອນຂວັນດັ່ງກ່າວ ເກີດຂຶ້ນເທິງຂະບວນລົດໄຟຂະບວນໜຶ່ງ ໃນເມືອງຊີແອັດເທິນ ລັດວໍຊິງຕັນ ສະຫະລັດ ອາເມລິກາ ເມື່ອວັນທີ 21 ກໍລະກົດ 2023; ໂດຍເຫດການເກີດຂຶ້ນໃນລະຫວ່າງທີ່ລົດໄຟ ແລ່ນເຂົ້າໃກ້ສະຖານີ ໂອເທນໂລ ແລະ ໄດ້ຮັບການບັນທຶກໄວ້ ດ້ວຍກ້ອງວົງຈອນປິດໃນຕູ້ໂດຍສານຂອງລົດໄຟຂະບວນດັ່ງກ່າວ.

ຜູ້ເຄາະຮ້າຍຊື່ ທ້າວ ຕິນ ວິນ ຟາມ (ຟາມ) ອາຍຸ 51 ປີ ກຳລັງນັ່ງຢູ່ບ່ອນນັ່ງແຖວຫຼັງຂອງຕູ້ໂດຍສານ ໃນລົດໄຟຂະບວນນີ້. ຈາກນັ້ນ, ທ້າວ ອິດສ໌ມາອິນ ບຣາວ (ບຣາວ) ອາຍຸ 41 ປີ ກໍບຸກໄປໃຊ້ມີດແທງຢ່າງກະທັນຫັນ.

ທ້າວ ຟາມ ທີ່ກຳລັງນັ່ງໃຊ້ຫຼັງອີງຢູ່ນັ້ນ ບໍ່ສາມາດລຸກຂຶ້ນ ຫຼື ເຄື່ອນໄຫວເອົາຕົວຫຼົບໜີໄດ້ຢ່າງງ່າຍດາຍ ໃນຂະນະທີ່ ທ້າວ ບຣາວ ໃຊ້ມີດແທງຈຳນວນຫຼາຍຄັ້ງ, ຈົນມີຜູ້ໂດຍສານຊາຍຄົນອື່ນ ເຂົ້າໄປຊ່ວຍລະງັບເຫດການ. ໃນນັ້ນ, ຟ້າວພາຕົວເດັກຊາຍຄົນໜຶ່ງທີ່ຢູ່ໃກ້ໆກັບຄົນຮ້າຍ ອອກຫ່າງຈາກບໍລິເວນໃກ້ຄຽງ, ສ່ວນຜູ້ໂດຍສານຊາຍຄົນອື່ນໆ ກໍໃຊ້ກະເປົາເປ້ຂອງຕົນ ເປັນບ່ອນກຳບັງໃຫ້ ທ້າວ ຟາມ.

ຫຼັງຈາກເຫດການສະຫງົບລົງ, ທ້າວ ຟາມ ໄດ້ຮັບການສົ່ງຕົວໄປປິ່ນປົວຢູ່ໂຮງໝໍ ຮາເບີວິວ ເມດິຄໍ ເຊັນເຕີ ເນື່ອງຈາກມີບາດແຜຖືກມີດແທງເຖິງ 18 ບາດແຜ; ສ່ວນ ທ້າວ ບຣາວ ຖືກເຈົ້າໜ້າທີ່ຕຳຫຼວດລົດໄຟ ຈັບຕົວໄດ້ທັນທີໃນທີ່ເກີດເຫດ ແລະ ຖືກນຳສົ່ງໄປໂຮງໝໍ ເຊັ່ນກັນ.

ພາຍຫຼັງຄຼິບວີດີໂອເຫດການດັ່ງກ່າວ ໄດ້ຖືກເຜີຍແຜ່ອອກສູ່ສາທາລະນະ, ຜູ້ໂດຍສານທີ່ໃຫ້ການຊ່ວຍເຫຼືອ ພາກັນໄດ້ຮັບການຍ້ອງຍໍຊົມເຊີຍ; ທາງດ້ານຝ່າຍໄອຍະການລັດ ໄດ້ຊີ້ແຈງປະຫວັດຂອງ ທ້າວ ບຣາວ ວ່າ ມີການບັນທຶກການກະທຳຜິດຢ່າງຫຼວງຫຼາຍ ດ້ວຍຂ້ໍຫາອາຊະຍາກຳຫຼາຍຂ້ໍຫາ.

ນອກນັ້ນ, ຜູ້ກ່ຽວເຄີຍຮັບໂທດຈຳຄຸກມາແລ້ວ ຈາກຫຼາຍຂ້ໍຫາ ເຊັ່ນ: ຄອບຄອງອາວຸດປືນ ຢ່າງຜິດກົດໝາຍ, ຂັບຂີ່ຍານພາຫະນະ ໂດຍປະໝາດ, ໃຊ້ຄວາມຮຸນແຮງໃນຄອບຄົວ.

ທ້າວ ບຣາວ ຖືກຕັ້ງຂໍ້ຫາທຳຮ້າຍຮ່າງກາຍຄົນອື່ນໂດຍເຈຕະນາ ແລະ ມີຈຸດປະສົງເຮັດໃຫ້ເກີດຄວາມອັນຕະລາຍຮ້າຍແຮງເຖິງຂັ້ນເສຍຊີວິດ. ປັດຈຸບັນ ທ້າວ ບຣາວ ຖືກສົ່ງໄປກັກຂັງຢູ່ຄ້າຍຄຸມຂັງຮຽບຮ້ອຍແລ້ວ ໂດຍມີວົງເງິນປະກັນຕົວສູງເຖິງ 1,5 ລ້ານໂດລາສະຫະລັດ.