ທ້າວ ໄດໂຣ ອັນໂຕນີໂກ ຢູຊູກາ ຫຼື ໂອໂຕນຽນ ຫົວໜ້າກຸ່ມແກ້ງຄ້າຂາຍຢາເສບຕິດລາຍໃຫຍ່ ແລະ ມີອິດທິພົນສູງສຸດ ໃນປະເທດໂກລົມບີ ຖືກສານອາເມລິກາຕັດສິນຈຳຄຸກ ເປັນເວລາ 45 ປີ.

ທ້າວ ຢູຊູກາ ອາຍຸ 51 ປີ ຫົວໜ້າກຸ່ມແກ້ງແລນເດວ ໂກນໂຟ ຫຼື ກຼັບແຄຼນ, ກຸ່ມແກ້ງຄ້າຂາຍຢາເສບຕິດລາຍໃຫຍ່ທີ່ສຸດຂອງໂກລົມບີ, ໄດ້ຖືກສົ່ງຕົວໃຫ້ ສະຫະລັດ ອາເມລິກາ ໃນປີທີ່ຜ່ານມາ; ໂດຍໃນເດືອນມັງກອນ 2023, ຜູ້ກ່ຽວໄດ້ຮັບສາລະພາບ ໃນຂ້ໍຫາລັກລອບຂົນໂຄເຄນ ແລະ ບໍລິຫານອົງກອນກໍ່ອາຊະຍາກຳ ຕະຫຼອດຮອດການມີສ່ວນຮ່ວມໃນແຜນການສົມຮູ້ຮ່ວມຄິດກ່ຽວກັບ ການຂົນສົ່ງຢາເສບຕິດທາງທະເລ ແລະ ການນຳເຂົ້າຢາເສບຕິດ.

ຜ່ານການສືບສວນ-ສອບສວນ ແລະ ສະຫຼຸບສຳນວນສົ່ງຟ້ອງໄອຍະການ ໂດຍຜ່ານການພິຈາລະນາຈາກຄະນະສານ, ທ່ານ ນາງ ດໍຣາ ໄອຮິຊາຣີ ຜູ້ພິພາກສາສານແຂວງຂອງອາເມລິກາ ໄດ້ຕັດສິນຈຳຄຸກຈຳເລີຍ (ທ້າວ ຢູຊູກາ) ເປັນເວລາ 45 ປີ ຈາກຄວາມຜິດໃນທຸກຂໍ້ກ່າວຫາ ໂດຍການຮັບໂທດ ຈະເກີດຂຶ້ນແບບຕໍ່ເນື່ອງກັນຕາມແຕ່ລະລາຍຄະດີ; ນອກນັ້ນ, ທ້າວ ຢູຊູກາ ທີ່ຕ້ອງປະເຊີນກັບການຮັບໂທດຂັ້ນຕໍ່າເປັນການຖືກຈຳຄຸກ 20 ປີ.

ດ້ານໄອຍະການສານ ໃຫ້ຮູ້ວ່າ: ທ້າວ ຢູຊູກາ ເປັນຜູ້ຄ້າຂາຍຢາເສບຕິດຊາວໂກລົມບີ ທີ່ມີແນວຄິດນິຍົມຄວາມຮຸນແຮງ ແລະ ມີອິດທິພົນຫຼາຍທີ່ສຸດ ນັບຕັ້ງແຕ່ໝົດຍຸກຂອງ ທ້າວ ປາໂບ ເອດສ໌ໂກບາ; ນອກນັ້ນ, ຍັງກ່າວຫາ ຜູ້ກ່ຽວ ກັບ ກຸ່ມແກ້ງກຼັບແຄຼນ ວ່າເປັນພວກທີ່ນຳໂຄເຄນຢ່າງໜ້ອຍ 73 ໂຕນ ເຂົ້າສູ່ອາເມລິກາ ຢ່າງຜິດກົດໝາຍ ໃນລະຫວ່າງປີ 2003-2012.

“ທ້າວ ໂອໂຕນຽນ ເປັນຜູ້ນຳອົງກອນລັກລອບຄ້າຂາຍໂຄເຄນລາຍໃຫຍ່ທີ່ສຸດໃນໂລກ, ຜູ້ກ່ຽວຄວບຄຸມການສົ່ງອອກໂຄເຄນ ປະລິມານມະຫາສານ ໄປສູ່ອາເມລິກາ ແລະ ເປັນຜູ້ສັ່ງດຳເນີນການຈັດການກັບ ໜ່ວຍງານບັງຄັບໃຊ້ກົດໝາຍ, ເຈົ້າໜ້າທີ່ທະຫານ ແລະ ພົນລະເມືອງຂອງໂກລົມບີ ຢ່າງໂຫດຮ້າຍ” ທ່ານ ເມີຣິກ ກາແລນ ລັດຖະມົນຕີ ກະຊວງຍຸຕິທຳ ອາເມລິກາ ກ່າວຖະແຫຼງການ ຫຼັງການພິຈາລະນາຄະດີສິ້ນສຸດ.

ທ່ານ ບຣີອອນ ພີດຊ໌ ທະນາຍຄວາມຊາວອາເມລິກາ ລະບຸວ່າ: ການຕັດສິນໂທດຈຳຄຸກ ເປັນເວລາດົນນານຄືແນວນີ້ ແມ່ນການສົ່ງສັນຍານເຖິງຜູ້ນຳກອງກຳລັງເຄິ່ງທະຫານ ແລະ ກຸ່ມອື່ນໆວ່າ ອາເມລິກາ ດຳເນີນການຈັບຕົວ ແລະ ສົ່ງຜູ້ຮ້າຍຂ້າມແດນ ເພື່ອດຳເນີນຄະດີພາຍໃຕ້ຂອບເຂດກົດໝາຍຂອງອາເມລິກາ.