ກຸ່ມແກ້ງ “ແຟັຼດມັອບ” ອອກກໍ່ເຫດອີກຄັ້ງ ໃນຫ້າງສັບພະສິນຄ້າຊື່ດັງ ຂອງນະຄອນລອດສ໌ແອັງເຈີລີດສ໌, ຄາດວ່າແມ່ນກຸ່ມຄົນບໍ່ດີບໍ່ຕ່ຳກວ່າ 50 ຄົນ ລວມຕົວກັນໄປລັກຊັບຄັ້ງນີ້ ໂດຍລວມມູນຄ່າຄວາມເສຍຫາຍປະມານ 100.000 ໂດລາສະຫະລັດ.

ເຫດການນີ້ ເກີດຂຶ້ນໃນວັນທີ 12 ສິງຫາ 2023 ເວລາປະມານ 16:00 ໂມງ (ຕາມເວລາທ້ອງຖິ່ນ), ໂດຍມີກຸ່ມຄົນບໍ່ດີປະມານ 50 ຄົນ ສວມໃສ່ໝວກ ແລະ ຜ້າປົກປິດໃບໜ້າ ບຸກເຂົ້າໄປໃນຫ້າງສັບພະສິນຄ້າ ໂທພັງກາມໍ, ເຊິ່ງເປັນຫ້າງຊື່ດັງ ໃນນະຄອນລອດສ໌ແອັງເຈີລີດສ໌ ລັດແຄລິຟໍເນຍ ສະຫະລັດ ອາເມລິກາ; ພວກເຂົາເລືອກໄປລັກຊັບສິນ ສະເພາະໃນຮ້ານຄ້າເຄື່ອງນຸ່ງລາຄາແພງ ແລະ ມີຊື່ສຽງ ຊື່ຮ້ານນອດສະທຣອມ ແລ້ວພ້ອມກັນຟ້າວອອກຈາກຮ້ານ ເພື່ອເອົາຕົວຫຼົບໜີ.

ເຫດການດັ່ງກ່າວ ຖືວ່າເປັນການຮວມກຸ່ມກັນ ເພື່ອປຸ້ນຮ້ານຂາຍເຄື່ອງນຸ່ງ ໃນແບບ “ແຟຼັດມັອບ” ຢ່າງບໍ່ຢ້ານກົວກົດໝາຍ ຄັ້ງຫຼ້າສຸດທີ່ເກີດຂຶ້ນໃນລອດສ໌ແອັງເຈີລີດສ໌.

ຕໍ່ມາ, ໄດ້ມີການເຜີຍແຜ່ຄລິບວີດີໂອທີ່ຖືກບັນທຶກໄວ້ ໂດຍເປີດເຜີຍໃຫ້ເຫັນພາບຂອງບັນດາກຸ່ມຄົນບໍ່ດີຈຳນວນດັ່ງກ່າວ ທີ່ບຸກເຂົ້າໄປຈັບເອົາເຄື່ອງນຸ່ງ, ກະເປົາພາຍ ແລະ ສິນຄ້າອື່ນໆ ພ້ອມທັງທຸບທຳລາຍຕູ້ໂຊສິນຄ້າລາຄາແພງ ແລ້ວຟ້າວຟັ່ງຈັບເອົາສິນຄ້າເຫຼົ່ານັ້ນ ຈົນເຮັດໃຫ້ເກີດຄວາມສັບສົນວຸ້ນວາຍ, ເຮັດໃຫ້ຊັ້ນວາງເຄື່ອງຂາຍ ແລະ ຫຸ່ນໂຊເຄື່ອງເປ່ເພເສຍຫາຍ; ສ່ວນພະນັກງານຂາຍພາຍໃນຮ້ານ ບໍ່ສາມາດເຮັດຫຍັງໄດ້ ຈຶ່ງເຮັດໄດ້ພຽງຢືນເບິ່ງສະຖານະການແບບຕົກສະເງີ້.

ສຳລັບສິນຄ້າທີ່ກຸ່ມຄົນບໍ່ດີລັກໄປໃນຄັ້ງນີ້ ມີມູນຄ່າລວມປະມານ 60.000-100.000 ໂດລາສະຫະລັດ.

ດ້ານເຈົ້າໜ້າທີ່ຕຳຫຼວດ ແຈ້ງວ່າ: ມີຜູ້ພົບເຫັນຄົນຮ້າຍບາງຄົນ ຫຼົບໜີໄປດ້ວຍລົດຍົນລາຄາແພງ. ນອກນີ້, ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນໜຶ່ງ ຂອງຮ້ານຄ້າດັ່ງກ່າວ ຍັງຖືກກຸ່ມຄົນບໍ່ດີສີດນ້ຳຢາປ້ອງກັນສັດຮ້າຍ (ໝີ) ໃສ່ ຈົນເຮັດໃຫ້ໄດ້ຮັບບາດເຈັບດວງຕາ ແລະ ເກີດຄວາມຕິດຂັດໃນລະບົບຫາຍໃຈ.

+ ກົມຕຳຫຼວດນະຄອນລອດສ໌ແອັງເຕີລີດສ໌ ໄດ້ຖະແຫຼງການວ່າ:

ຈະພະຍາຍາມສຸມທຸກກຳລັງ ເພື່ອຕິດຕາມໄລ່ລ່າກຸ່ມຄົນບໍ່ດີເຫຼົ່ານີ້ ມາລົງໂທດຕາມກົດໝາຍໃຫ້ໄດ້ ເພາະໄດ້ຮັບຂ້ໍມູນເບື້ອງຕົ້ນກ່ຽວກັບພວກກ່ຽວຮຽບຮ້ອຍແລ້ວ.

ເຊິ່ງກ່ອນເກີດເຫດການນີ້ ພຽງບໍ່ເທົ່າໃດມື້, ກໍມີກຸ່ມຄົນບໍ່ດີຮວມຕົວກັນປະມານ 30 ຄົນ ບຸກໄປປຸ້ນຊັບຢູ່ຮ້ານເຄື່ອງຍີ່ຫ້ໍຊື່ດັງ “ອີຟ ແຊັງໂຣລັອງ” ໃນສູນການຄ້າ ໃນເມືອງແກຼນເດນ ລັດແຄລິຟໍເນຍ, ສິນຄ້າທີ່ຖືກປຸ້ນໄປ ລວມມູນປະມານ 300.000 ໂດລາສະຫະລັດ; ໂດຍມີຮູບແບບການປຸ້ນທີ່ຄ້າຍຄືກັນ ໃນລັກສະນະຮວມຕົວກັນ ໃນໄລຍະເວລາສັ້ນໆ ເພື່ອລັກ ຫຼື ປຸ້ນເອົາຊັບສິນ ແລ້ວຟ້າວພາກັນສະຫຼາຍຕົວຢ່າງວ່ອງໄວ ໂດຍເຮັດໃຫ້ຄືກັບການຈັດກິດຈະກຳທີ່ຖືກເອີ້ນວ່າ: “ແຟຼັດມັອບ”.

ປັດຈຸບັນ, ເຈົ້າໜ້າທີ່ຕຳຫຼວດ ຍັງບໍ່ສາມາດລະບຸໄດ້ວ່າ ເຫດການທັງສອງນີ້ມີຄວາມກ່ຽວຂ້ອງກັນຄືແນວໃດ ຫຼື ທັງສອງເຫດການເປັນການລົງມືໂດຍກຸ່ມແກ້ງດຽວກັນ ຫຼື ບໍ.