ອະດີດຄູສອນ ອາຍຸ 74 ປີ ຕ້ອງຮັບໂທດຈຳຄຸກເປັນເວລາຫຼາຍຮ້ອຍປີ ຫຼັງຈາກທີ່ຖືກຟ້ອງຮ້ອງ ໃນຄະດີລ່ວງລະເມີດທາງເພດເດັກນັກຮຽນຊາຍ ອາຍຸ 14 ປີ ໃນໄລຍະທີ່ຜູ້ກ່ຽວຍັງເປັນຄູສອນ.

ນາງ ແອນ ເນວສັນ-ຄອດ ອາຍຸ 74 ປີ ຜູ້ຖືກຫາໃນຄະດີລ່ວງລະເມີດທາງເພດເຍົາວະຊົນ ຖືກສານຕັດສິນວ່າມີຄວາມຜິດຈິງ ຕາມຂໍ້ກ່າວຫາ 25 ຂໍ້ ເມື່ອວັນທີ 31 ກໍລະກົດ 2023.

ເຊິ່ງຈຳເລີຍ (ນາງ ແອນ ເນວສັນ-ຄອດ) ເຄີຍເປັນຄູສອນ ຢູ່ໂຮງຮຽນເອກະຊົນແຫ່ງໜຶ່ງ ໃນເມືອງໂທມາ ລັດວິດສ໌ຄອນຊິນ ສະຫະລັດອາເມລິກາ, ໂດຍຈຳເລີຍຖືກກ່າວຫາວ່າ ໄດ້ຂົ່ມຂືນກະທຳຊຳເລົາເດັກນັກຮຽນຊາຍ ຢູ່ຊັ້ນຕາລ່າງຂອງໂຮງຮຽນຫຼາຍຄັ້ງ ໃນລະຫວ່າງສົກປີ 2016-2017; ໂດຍໃນຂະນະທີ່ີກໍ່ເຫດ, ຈຳເລີຍ ມີອາຍຸ 67 ປີ ແລະ ນັກຮຽນທີ່ຕົກເປັນເຫຍື່ອ ມີອາຍຸພຽງ 14 ປີ.

ຄະນະສານ ໄດ້ມີການປະຊຸມ ແລະ ສົ່ງມອບຜົນການຕັດສິນ ພາຍໃນໄລຍະເວລາພຽງ 5 ຊົ່ວໂມງ, ຫຼັງຈາກໄດ້ຮັບຟັງການໄຕ່ສວນຄະດີກ່ອນໜ້ານັ້ນ ເປັນເວລາ 3 ວັນ ໂດຍຕັດສິນໃຫ້ຈຳເລີຍມີຄວາມຜິດຈິງຕາມຂ້ໍກ່າວຫາ.

ທາງສານປະຈຳເຂດມອນໂຣເຄົາຕີ້ ຕັດສິນໃຫ້ ນາງ ແອນ ເນວສັນ-ຄອດ ຕ້ອງຮັບໂທດຈຳຄຸກເປັນເວລາ 600 ປີ, ໂດຍທີມໄອຍະການ ຕ້ອງໃຫ້ເຈົ້າໜ້າທີ່ກັກຕົວຈຳເລີຍໄວ້ໃນຄ້າຍຄຸມຂັງ ຈົນຮອດມື້ກຳນົດທີ່ຈຳເລີຍຕ້ອງເລີ່ມປະຕິບັດໂທດ ຄືໃນວັນທີ 27 ຕຸລາ 2023 ເປັນຕົ້ນໄປ, ແຕ່ສຸດທ້າຍ ສຳນັກງານຜູ້ພິພາກສາ ປະຈຳເຂດມອນໂຣເຄົາຕີ້ ກໍອະນຸຍາດໃຫ້ປ່ອຍຕົວຈຳເລີຍຊົ່ວຄາວ ຈົນກວ່າຈະຮອດກຳນົດມື້ປະຕິບັດໂທດ, ແຕ່ຈຳເລີຍຕ້ອງໃສ່ເຄື່ອງລະບຸຕຳແໜ່ງ ດ້ວຍລະບົບຈີພິເອດສ໌ ຕະຫຼອດເວລາ.