ທ່ານ ອິມຣານ ຂ່ານ ອະດີດນາຍົກລັດຖະມົນຕີ ປະເທດປາກິດສະຖານ ຖືກສານຕັດສິນຈຳຄຸກເປັນເວລາ 3 ປີ ໃນສະຖານສ້ໍລາດບັງຫຼວງ, ຫຼັງຈາກນຳເອົາຂອງຂວັນຈາກລັດຖະບານ ໄປຂາຍ.

+ ສື່ທ້ອງຖິ່ນຫຼາຍແຫ່ງ ໃນປະເທດປາກິດສະຖານ ລາຍງານກົງກັນວ່າ:

ເຈົ້າໜ້າທີ່ຕຳຫຼວດປາກິດສະຖານ ໄດ້ກັກຕົວ ທ່ານ ອິມຣານ ຂ່ານ ອະດີດນາຍົກລັດຖະມົນຕີ ທີ່ເຮືອນພັກໃນເມືອງລາຮໍ ເມື່ອວັນທີ 5 ສິງຫາ 2023, ຫຼັງຈາກສານມີຄຳພິພາກສາວ່າ ອະດີດຜູ້ນຳປະເທດປາກິດສະຖານ ອາຍຸ 70 ປີ ຄົນນີ້ ມີຄວາມຜິດຢ່າງແທ້ຈິງ ແລະ ຕ້ອງຮັບໂທດຈຳຄຸກເປັນເວລາ 3 ປີ ໃນສະຖານນຳເອົາຂອງຂວັນທີ່ໄດ້ຮັບຈາກ ທ່ານປະມຸກ ແລະ ຜູ້ນຳປະເທດ ໃນລະຫວ່າງດຳລົງຕຳແໜ່ງນາຍົກລັດຖະມົນຕີ ປີ 2018-2022 ໄປ ຂາຍອອກສູ່ຕະຫຼາດ.

ດ້ານຄະນະທີມງານຝ່າຍກົດໝາຍ ຂອງອະດີດນາຍົກລັດຖະມົນຕີ ປາກິດສະຖານ ຢືນຢັນວ່າ: ຈະຍື່ນອຸທອນ, ສ່ວນ ທ່ານ ຂ່ານ ອອກຖະແຫຼງການໃຫ້ຝ່າຍສະໜັບສະໜູນ ຢູ່ພາຍໃຕ້ຄວາມສະຫງົບ; ເພາະເຖິງວ່າການກັກຕົວ ທ່ານ ຂ່ານ ແມ່ນເລື່ອງທີ່ຫຼາຍຝ່າຍຄາດກະໄວ້ແລ້ວກໍຕາມ ແຕ່ກໍອາດຈະເປັນການກະຕຸ້ນໃຫ້ເກີດຄວາມຮຸນແຮງ ດັ່ງທີ່ເຄີຍເກີດການປະທ້ວງຍາວນານຕໍ່ເນື່ອງຫຼາຍວັນ ໃນເດືອນພຶດສະພາທີ່ຜ່ານມາ ພາຍຫຼັງທີ່ ທ່ານ ຂ່ານ ຖືກກັກຕົວ ແລະ ກັກຂັງ ໃນສະຖານສ້ໍໂກງຊັບ ຈາກກໍລະນີທີ່ທ່ານຮັບສິນບົນຈາກນັກທຸລະກິດໃຫຍ່ຄົນໜຶ່ງ ເພື່ອແລກປ່ຽນກັບຜົນປະໂຫຍດທາງການເມືອງ ໃນລະຫວ່າງດຳລົງຕຳແໜ່ງເປັນ ຜູ້ນຳລັດຖະບານ.

ທັງນີ້, ນັບຕັ້ງແຕ່ໄດ້ຮັບການປົດປ່ອຍຈາກການເປັນຫົວເມືອງຂຶ້ນ ຂອງສະຫະຣາຊະອານາຈັກ ເມື່ອປີ 1947, ປາກິດສະຖານ ຢູ່ພາຍໃຕ້ການປົກຄອງຂອງລັດຖະບານມາແລ້ວ 3 ໄລຍະ ແລະ ຫຼ້າສຸດ ໃນລະຫວ່າງປີ 1999-2008 ແມ່ນບໍ່ເຄີຍມີນາຍົກລັດຖະມົນຕີ ປາກິດສະຖານ ຄົນໃດເລີຍ ທີ່ດຳລົງຕົກແໜ່ງຄົບວາລະ (5 ປີ).

ທ່ານ ອິມຣາມ ຂ່ານ ຊະນະການເລືອກຕັ້ງ ແລະ ຖືກແຕ່ງຕັ້ງເປັນ ນາຍົກລັດຖະມົນຕີ ປາກິດສະຖານ ເມື່ອປີ 2018 ດ້ວຍສຽງສະໜັບສະໜູນຢ່າງຫຼວງຫຼາຍ, ແຕ່ສຸດທ້າຍກໍຖືກສະພາຖອດຖອນ ເມື່ອເດືອນເມສາ 2022 ຕາມການລົງຄະແນນບໍ່ໄວ້ວາງໃຈ.

ເຊິ່ງນັກວິເຄາະທາງການເມືອງ ເຫັນວ່າ: ເຫດຜົນທີ່ຖືກຖອດຖອນ ກໍເພາະວ່າ ທ່ານ ຂ່ານ ບໍ່ໄດ້ຮັບຄວາມເຊື່ອໝັ້ນຈາກກອງທັບປາກິດສະຖານ ອີກຕໍ່ໄປ, ເຊິ່ງກອງທັບປາກິດສະຖານ ມີອິດທິພົນຫຼາຍຕໍ່ກັບການເມືອງຂອງປະເທດ ແລະ ກຳລັງຈະມີການຍຸບສະພາ ເພື່ອຈັດການເລືອກຕັ້ງຄັ້ງໃໝ່ກ່ອນກຳນົດ, ໂດຍຊ້າສຸດບໍ່ເກີນ ເດືອນພະຈິກ 2023.