ເຈົ້າໜ້າທີ່ຮັກສາຄວາມປອດໄພແຄມຫາດ ພົບສົບຄົນເສຍຊີວິດຢູ່ໃນຖັງນ້ຳມັນ ພາຍຫຼັງມີຄົນລາກມາປະໄວ້ຢູ່ແຄມຫາດ; ຕໍ່ມາ, ເຈົ້າໜ້າທີ່ຕຳຫຼວດສືບສວນ ຮູ້ວ່າ ສົບດັ່ງກ່າວແມ່ນນັກຮ້ອງໜຸ່ມອະນາຄົດໄກ.

ເຈົ້າໜ້າທີ່ຕຳຫຼວດ ນະຄອນລອດສ໌ແອງເຈີລີດສ໌ ສະຫະລັດອາເມລິກາ ສາມາດລະບຸຕົວຕົນຂອງສົບຄົນເສຍຊີວິດ ທີ່ຖືກພົບຢູ່ໃນຖັງໃສ່ນ້ຳມັນ ຂະໜາດປະມານ 200 ລິດ ທີ່ຖືກລາກມາປະໄວ້ຢູ່ແຄມຫາດມາລີບູ ໄດ້ແລ້ວ ຊື່ວ່າ ທ້າວ ຈາວອນທາ ເມີຟີ ອາຍຸ 32 ປີ, ອາໄສຢູ່ເຂດຊິນມາ ເຂດຊານເມືອງຂອງນະຄອນລອດສ໌ແອງເຈີລີດສ໌, ແຕ່ຍັງບໍ່ທັນມີລາຍງານກ່ຽວກັບ ລາຍລະອຽດຂອງການເສຍຊີວິດ.

+ ຄອບຄົວຂອງ ທ້າວ ເມີຟີ ໃຫ້ຮູ້ວ່າ:

ຜູ້ກ່ຽວ ມີຄວາມໄຝ່ຝັນຢາກເປັນນັກຮ້ອງ (ນັກຮ້ອງເພງແຣັບ) ແລະ ກຳລັງຢູ່ໃນເສັ້ນທາງແຈ້ງເກີດໃນວົງການເພງນີ້

ທ້າວ ແພດທຣິກ ເນວສັນ ຊາຍທີ່ກຳລັງຄົບຫາກັບແມ່ຂອງ ທ້າວ ເມີຟີ ທັງຮັບໜ້າທີ່ເປັນພໍ່ລ້ຽງຂອງຜູ້ກ່ຽວ ແລະ ອ້າຍນ້ອງ ໄດ້ກ່າວວ່າ: ທ້າວ ເມີຟີ ເປັນຄົນຄິດດີ, ບໍ່ເຄີຍເຂົ້າກຸ່ມແກ້ງນັກເລງອັນຕະພານ, ປົກກະຕິແລ້ວລາວມັກອອກກຳລັງກາຍ ດ້ວຍການແລ່ນ ແລະ ຍົກນ້ຳໜັກໃນເວລາວ່າງ.

+ ທ່ານ ຮິວໂກ ເຣການາ ເຈົ້າໜ້າທີ່ຕຳຫຼວດ ນະຄອນລອດສ໌ແອງເຈີລີດສ໌ ສັງກັດພະແນກຄາດຕະກຳ ໃຫ້ຮູ້ວ່າ:

ພະນັກງານສ້ອມແປງຄົນໜຶ່ງ ເປັນຜູ້ທຳອິດທີ່ພົບເຫັນຖັງນ້ຳມັນ ຂະໜາດປະມານ 200 ລິດ ດັ່ງກ່າວ ເມື່ອວັນທີ 30 ກໍລະກົດ 2023 ໃນລະຫວ່າງທີ່ຜູ້ກ່ຽວກຳລັງພາຍເຮືອຄາຍັກ ຢູ່ໃນທະເລ, ຈຶ່ງໄດ້ລາກຖັງດັ່ງກ່າວຂຶ້ນມາປະໄວ້ຢູ່ເທິງຫາດມາລີບູລາກູນ ແຕ່ບໍ່ໄດ້ເປີດເບິ່ງທາງໃນຖັງແຕ່ຢ່າງໃດ.

ຕໍ່ມາ, ເມື່ອເວລາປະມານ 10:00 ໂມງ ຂອງວັນທີ 31 ກໍລະກົດ 2023, ເຈົ້າໜ້າທີ່ຮັກສາຄວາມປອດໄພແຄມຫາດ ໄດ້ມາພົບເຫັນຖັງດັ່ງກ່າວ ກຳລັງຖືກກະແສນ້ຳພັດລົງໄປໃນທະເລ ຈຶ່ງໄປລາກກັບຂຶ້ນມາເທິງແຄມຫາດອີກຄັ້ງ ແລະ ເມື່ອເປີດເບິ່ງ ກໍພົບສົບຄົນເສຍຊີວິດຢູ່ພາຍໃນ.

ດ້ານສື່ທ້ອງຖິ່ນ ລະບຸວ່າ: ສາເຫດທີ່ເຈົ້າໜ້າທີ່ຮັກສາຄວາມປອດໄພແຄມຫາດ ເປີດເບິ່ງພາຍໃນຖັງດັ່ງກ່າວ ກໍຍ້ອນວ່າຖັງໜ່ວຍນັ້ນມີນ້ຳໜັກຜິດປົກກະຕິ ແລະ ຖືກປິດຝາໄວ້ຢ່າງແໜ້ນໜາ; ສ່ວນສົບຜູ້ເສຍຊີວິດຢູ່ພາຍໃນ ແມ່ນຢູ່ໃນສະພາບເປືອຍ.

ເຊິ່ງເຈົ້າໜ້າທີ່ຕຳຫຼວດ ສັນນິຖານວ່າ: ນີ້ເປັນການຄາດຕະກຳ, ໂດຍລະບຸວ່າ ຖັງໜ່ວຍດັ່ງກ່າວ ອາດຈະລອຍຕາມກະແສນ້ຳ ມາຈົນຮອດບໍລິເວນທີ່ຖືກພົບເຫັນ, ແຕ່ກໍເປັນໄປໄດ້ວ່າ ມັນອາດຈະລອຍມາຈາກກາງທະເລ ແລ້ວມາຕິດຄ້າງຢູ່ບໍລິເວນລາກູນ ເຊິ່ງເປັນບໍລິເວນທີ່ມີລັກສະນະຄ້າຍຄືອ່າງນ້ຳແຄມຫາດ ໃນເວລາທີ່ລະດັບນ້ຳເພີ່ມຂຶ້ນ.

ທ້າວ ເນວສັນ (ພໍ່ລ້ຽງ) ລະບຸຕື່ມວ່າ: ບໍ່ແນ່ໃຈວ່າ ທ້າວ ເມີຟີ ເຄີຍເດີນທາງໄປບໍລິເວນຫາດມາລີບູ ເປັນປະຈຳ ຫຼື ບໍ ແລະ ບໍ່ແນ່ໃຈວ່າ ຜູ້ກ່ຽວມີສັດຕູ ຫຼື ບໍ; ຂະນະທີ່ ເຈົ້າໜ້າທີ່ຕຳຫຼວດ ຊີ້ແຈງວ່າ: ທ້າວ ເມີຟີ ມີປະຫວັດກໍ່ຄະດີໜ້ອຍ, ໂດຍສ່ວນຫຼາຍ ແມ່ນຄະດີກ່ຽວກັບການໃຊ້ຄວາມຮຸນແຮງ ແລະ ພຶດຕິກຳກໍ່ຄວາມບໍ່ສະຫງົບ.

ປັດຈຸບັນ, ຍັງບໍ່ມີລາຍລະອຽດວ່າ ສົບຂອງ ທ້າວ ເມີຟີ ຢູ່ໃນຖັງເປັນເວລາດົນປານໃດ ແຕ່ສົບຍັງຢູ່ໃນສະພາບດີ, ບໍ່ມີການເນົ່າເປື່ອຍ; ເຊິ່ງຝ່າຍສືບສວນ ກຳລັງສືບຫາຕົ້ນຕໍ ແລະ ແຫຼ່ງຜະລິດຖັງຍີ່ຫ້ໍດັ່ງກ່າວ ຈາກຮອຍສັນຍາລັກຢູ່ເທິງຖັງ.