ເກີດເຫດຈັບຕົວຜົວ-ເມຍຄູ່ໜຶ່ງ ເມື່ອຄອບຄົວຂ້າງເຮືອນຮູ້ສຶກຜິດສັງເກດ ທີ່ເຫັນທັງສອງຄົນມີໂທລະສັບມືຖືໄຟໂຟນເຄື່ອງໃໝ່ໃຊ້, ແຕ່ລູກຊາຍອາຍຸປະມານ 1 ປີ ຂອງເຂົາເຈົ້າພັດຫາຍຕົວໄປ, ຈຶ່ງໄດ້ແຈ້ງເຈົ້າໜ້າທີ່ຕຳຫຼວດ.

ຜົວ-ເສຍຄູ່ນີ້ ອາໄສຢູ່ເມືອງບາຣັກປໍ ລັດເບັງກໍຕາເວັນຕົກ ປະເທດອິນເດຍ, ຖືກເຈົ້າໜ້າທີ່ຕຳຫຼວດ ຈັບຕົວ ແລະ ຖືກຕັ້ງຂໍ້ກ່າວຫາວ່າ: ນຳເອົາລູກຊາຍອາຍຸ 8 ເດືອນ ໄປຂາຍ ເພື່ອເອົາເງິນໄປຊື້ໂທລະສັບມືຖື (ໄອໂຟນ) ເພື່ອນຳໄປຖ່າຍຄຼິບວີດີໂອ.

ເຈົ້າໜ້າທີ່ຕຳຫຼວດ ລະບຸວ່າ: ຜົວ-ເມຍຄູ່ດັ່ງກ່າວ ຊື່ ທ້າວ ໄຊຍະເທບ ໂຄດ ແລະ ນາງ ສະຕີ, ເຊິ່ງນອກຈາກເຂົາເຈົ້າມີລູກຊາຍ 1 ຄົນແລ້ວ ຍັງມີລູກສາວອາຍຸ 7 ປີ ອີກຄົນໜຶ່ງ. ຕໍ່ມາ, ເຈົ້າໜ້າທີ່ຕຳຫຼວດ ໄດ້ຈັບຕົວ ນາງ ສະຕີ ພ້ອມກັບແມ່ຍິງຄົນໜຶ່ງທີ່ເປັນຜູ້ຮັບຊື້ລູກຊາຍ, ສ່ວນ ທ້າວ ໄຊຍະເທບ ຍັງເອົາຕົວຫຼົບໜີ.

ເຈົ້າໜ້າທີ່ອາວຸໂສ ຈາກໜ່ວຍງານຕຳຫຼວດ ເມືອງບາຣັກປໍ ໃຫ້ຮູ້ວ່າ: ລູກຊາຍຂອງຜູ້ຖືກຫາທັງສອງຄົນ ໄດ້ຫາຍຕົວໄປຕັ້ງແຕ່ວັນທີ 29 ກໍລະກົດ 2023, ແຕ່ພວກກ່ຽວພັດບໍ່ແຈ້ງຄວາມຕໍ່ເຈົ້າໜ້າທີ່ຕຳຫຼວດ.

ປະຊາຊົນແຖວບ້ານ ແລະ ເຂດໃກ້ຄຽງ ຈຶ່ງເກີດຄວາມສົງໄສ ພາຍຫຼັງທີ່ເຂົາເຈົ້າເຫັນວ່າ ຜົວ-ເມຍຄູ່ນີ້ ມີໂທລະສັບໄອໂຟເຄື່ອງໃໝ່ໃຊ້, ແຕ່ບໍ່ສັງເກດເຫັນລູກຊາຍຂອງເຂົາເຈົ້າ ແລະ ເມື່ອສອບຖາມກໍບໍ່ໄດ້ຮັບຄຳຕອບ ຈຶ່ງໄດ້ລາຍງານຕໍ່ເຈົ້າໜ້າທີ່ຕຳຫຼວດ.

ຫຼັງຈາກສອບສວນຢ່າງລະອຽດ, ນາງ ສະຕີ ຍອມຮັບສາລະພາບວ່າ: ໄດ້ຂາຍລູກຂອງຕົນໃຫ້ຄົນອື່ນແທ້ ໂດຍອ້າງວ່າຕົນເອງ ແລະ ຜົວ ຕ້ອງການເງິນ ເພື່ອນຳໄປຊື້ໂທລະສັບໃໝ່ ແລະ ໃຊ້ຈ່າຍເປັນຄ່າເດີນທາງຂ້າມລັດ, ໂດຍມີຈຸດປະສົງສ້າງຄຼິບວີດີໂອ (ຖ່າຍຄອນເທັນ) ແລ້ວນຳໄປໂພດສ໌ລົງສື່ສັງຄົມອອນລາຍ (instagram).

ແນວໃດກໍຕາມ, ເຈົ້າໜ້າທີ່ຕຳຫຼວດ ໄດ້ຕິດຕາມ ແລະ ຊ່ວຍເຫຼືອເດັກນ້ອຍຈາກແມ່ຍິງຄົນໜຶ່ງໄດ້ສຳເລັດ ໂດຍຜູ້ທີ່ຮັບຊື້ ຊື່ວ່າ ນາງ ປຣີຍັງກາ ໂຄດ ອາໄສຢູ່ໃນເຂດດຽວກັນກັບສອງຜົວ-ເມຍ. ນອກນັ້ນ, ຍັງສືບຮູ້ຕື່ມວ່າ ທ້າວ ໄຊຍະເທບ ພະຍາຍາມທີ່ຈະຂາຍລູກສາວ ອາຍຸ 7 ປີ ຂອງຕົນຕື່ມອີກ ແຕ່ບໍ່ສຳເລັດ.

ເຈົ້າໜ້າທີ່ຕຳຫຼວດ ໄດ້ຕັ້ງຂໍ້ຫາຜົວ-ເມຍຄູ່ນີ້ (ທ້າວ ໄຊຍະເທບ ໂຄດ ແລະ ນາງ ສະຕີ) ແລະ ນາງ ປຣີຍັງກາ ໂຄດ (ຜູ້ຮັບຊື້ເດັກນ້ອຍ) ໃນສະຖານຄ້າມະນຸດ, ໂດຍ ນາງ ສະຕີ ແລະ ນາງ ປີຍັງກາ ຖືກເຈົ້າໜ້າທີ່ຈັບຕົວໄດ້, ມີພຽງ ທ້າວ ໄຊຍະເທບ ທີ່ຍັງເອົາຕົວຫຼົບໜີ.