ສະຫາຍ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງ ປກສ, ຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ໂອ້ລົມຕໍ່ຄະນະພັກ-ຄະນະອໍານວຍການ ຕະຫຼອດຮອດພະນັກງານ, ຄູ-ອາຈານ ຢູ່ວິທະຍາຄານຕໍາຫຼວດປະຊາຊົນ ຕ້ອງເພີ່ມທະວີຄວາມສາມາດນຳພາພັດທະນາ ວິທະຍາຄານຕຳຫຼວດປະຊາຊົນ ໃຫ້ສົມຄູ່ກັບຖານະນາມທີ່ເປັນ:

“ສູນກາງການສຶກສາ ຂອງ ກໍາລັງຕໍາຫຼວດປະຊາຊົນ ທີ່ມີຄຸນນະພາບ“

ທີ່ກໍ່ສ້າງນາຍຕຳຫຼວດ ໃຫ້ມີທັງຄວາມຮູ້, ຄວາມສາມາດ, ມີສະຕິປັນຍາ, ມີໄຫວພິບ, ປະດິດສ້າງ, ມີແບບແຜນນຳພາ-ບັນຊາ, ມີຄຸນສົມບັດສິນທຳປະຕິບັດ, ມີຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ, ຈັນຍາທຳ, ມີທັງສະຕິຕໍ່ການຈັດຕັ້ງ, ສາມາດກຳແໜ້ນ ແລະ ປະຕິບັດກົດໝາຍ, ນິຕິກຳຕ່າງໆທີ່ພົວພັນ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ມີກຽດຂອງຕົນ.

ໃນມື້ປິດກອງປະຊຸມຄົບຄະນະບໍລິຫານງານພັກ ກາງສະໄໝ ທີ II ຂອງອົງຄະນະພັກ ວິທະຍາຄານຕໍາຫຼວດປະຊາຊົນ ແລະ ວາງທິດທາງແຜນການໄລຍະທ້າຍສະໄໝ, ສະຫາຍ ພົຕ ວັນທອງ ກອງມະນີ ໄດ້ເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານເນັ້ນໃຫ້ຄະນະພັກ-ຄະນະອໍານວຍການ ຊຸກຍູ້ຂະບວນການແຂ່ງຂັນເຮັດສຳເລັດໜ້າທີ່ ຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ-ພັດທະນາ.

ຕັ້ງໜ້າສຶກສາອົບຮົມການເມືອງ, ນຳພາແນວຄິດໃຫ້ແກ່ຖັນແຖວສະມາຊິກພັກ, ຄູ-ອາຈານ, ນາຍ ແລະ ພົນຕຳຫຼວດ, ນັກສຶກສາ, ເສີມສ້າງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ປິ່ນອ້ອມ 3 ລັກສະນະ 5 ຫຼັກມູນຂອງການສຶກສາ ຕິດພັນກັບ 3 ທາດແທ້ 7 ມູນເຊື້ອ ຂອງກຳລັງປ້ອງກັນຄວາມສະຫງົບ.

ສືບຕໍ່ປັບປຸງ, ບູລະນະກົງຈັກການຈັດຕັ້ງທຸກຂັ້ນຂອງ ວິທະຍາຄານຕໍາຫຼວດປະຊາຊົນ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕາມທິດກະທັດຮັດສົມເຫດສົມຜົນ ເຊັ່ນ: ຄົ້ນຄວ້າສັບຊ້ອນພະນັກງານ, ຄູ-ອາຈານ ເຂົ້າສູ່ຕຳແໜ່ງງານໃຫ້ແທດເໝາະກັບຄວາມຮູ້-ຄວາມສາມາດ, ພອນສະຫວັນ, ພອນສະແຫວງ ຂອງພະນັກງານຢ່າງກົມກຽວ.

ພ້ອມນີ້, ຕ້ອງຖືສໍາຄັນການປັບປຸງຍົກລະດັບພາລະບົດບາດ, ໜ້າທີ່ຂອບເຂດສິດຂອງ ວິທະຍາຄານຕໍາຫຼວດປະຊາຊົນ ເພື່ອສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການແຂ່ງຂັນເຮັດສຳເລັດໜ້າທີ່ການສອນ-ການຮຽນ ຢູ່ສະຖາບັນແຫ່ງນີ້, ແນໃສ່ກໍ່ສ້າງ, ພັດທະນານາຍຕຳຫຼວດໃຫ້ເຕີບໃຫຍ່, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ວິຊາສະເພາະ, ສາມາດເປັນຫຼັກແຫຼ່ງໃນພາລະກິດປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ, ເປັນທີ່ເພິ່ງໄວ້ວາງໃຈຂອງປະຊາ ຊົນ ແລະ ເປັນທີ່ເກງຂາມຂອງພວກອາຊະຍາກຳປະເພດຕ່າງໆ.

ຖືສຳຄັນເປັນຍຸດທະສາດຂອງ ສະຖາບັນກ່ຽວກັບ ວຽກງານຄົ້ນຄວ້າທິດສະດີ, ປັບປຸງຕຳລາສິດສອນ ແລະ ຫຼັກສູດການສຶກສາ ໃຫ້ແທດເໝາະກັບສະພາບການຕົວຈິງໃນປັດຈຸບັນ, ຮູ້ນຳໃຊ້ພາຫະນະ, ອຸປະກອນເຕັກນິກຈຳເປັນເຂົ້າໃນການສອນ-ການຮຽນ, ຈັດຕັ້ງສະຫຼຸບຖອດຖອນບົດຮຽນດ້ານດີ, ດ້ານອ່ອນ ແລະ ສາເຫດ ທີ່ເຮັດໃຫ້ຄຸນນະພາບລະບົບການສອນ-ການຮຽນ ບໍ່ທັນສົມຄູ່ກັບຄວາມຄາດຫວັງ.

ພ້ອມກັນນັ້ນ, ກໍຕ້ອງຊອກຫາວິທີປັບປຸງ, ແກ້ໄຂ ເພື່ອເຮັດໃຫ້ການກໍ່ສ້າງພະນັກງານຫຼັກແຫຼ່ງຂັ້ນນຳພາ-ບັນຊາ ແລະ ພະນັກງານວິຊາການ ຕິດພັນກັບ ການກໍ່ສ້າງພັກ-ສ້າງກຳລັງສູ່ຄຸນນະພາບໃໝ່, ສ້າງນາຍຕຳຫຼວດໃຫ້ມີຄວາມຮູ້, ມີຄວາມສາມາດຊຳນານງານດ້ານວິຊາສະເພາະ, ເກັ່ງທາງດ້ານກົດໝາຍ, ຮູ້ພາສາຕ່າງປະເພດໃດໜຶ່ງທີ່ແນ່ນອນ, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ມີຄຸນສົມບັດສິນທຳປະຕິດວັດ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຢ່າງເຂັ້ມງວດ, ມີແບບແຜນດຳລົງຊີວິດທີ່ປອດໃສ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ.

ເພີ່ມທະວີປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢູ່ພາຍໃນ ເພື່ອເຮັດໃຫ້ທິດສະດີວິຊາສະເພາະ ທີ່ໄດ້ສຶກສາຮໍ່າຮຽນໃນສະຖາບັນແຫ່ງນີ້ ຕິດພັນກັບ ພຶດຕິກໍາສູ້ຮົບຕົວຈິງຂອງກຳລັງ ໃນແຕ່ລະໄລຍະ ຢູ່ແຕ່ລະພື້ນທີ່.

ກ່ອນອື່ນໝົດ, ພວກສະຫາຍຕ້ອງນຳພາສ້າງ ແລະ ປະຕິບັດກົນໄກການປະສານງານກັບ ກົມກອງວິຊາສະເພາະ ອ້ອມຂ້າງ ກະຊວງ ຄຸ້ມຄອງ, ຈັດຕັ້ງປະຕິບັດເປັນປົກກະຕິ ເພື່ອປະສານສົມທົບ, ແລກປ່ຽນບົດຮຽນ, ຕີລາຄາປະເມີນຜົນລະຫວ່າງ ການສ້າງກັບການໃຊ້, ຖອດຖອນເອົາບົດຮຽນຕໍ່ບັນຫາທີ່ພົວພັນເຖິງເນື້ອໃນ ໃນຫຼັກສູດການສອນ-ການຮຽນ, ສ້າງເງື່ອນໄຂອຳນວຍຄວາມສະດວກ, ການຊ່ວຍເຫຼືອ, ຮ່ວມມືໃນການເກັບກໍາຂໍ້ມູນ, ສະພາບການຮັບໃຊ້ການສອນ-ການຮຽນ, ການຄົ້ນຄວ້າວິທະຍາສາດ, ສະໜອງຄຳສະເໜີຂອງສະຖາບັນ ເຂົ້າຮ່ວມສົ່ງທອດຄວາມຮູ້, ບົດຮຽນ, ປະສົບການຕົວຈິງດ້ວຍການລາຍງານ ຫຼື ປາຖະກະຖາ.

ສືບຕໍ່ປະຕິບັດແນວທາງການຕ່າງປະເທດຂອງພັກ ຕາມທິດເຊື່ອມໂຍງສາກົນ, ພາກພື້ນ ແນໃສ່ຍາດແຍ່ງເອົາການສະໜັບສະໜູນ, ຊ່ວຍເຫຼືອຈາກສາກົນ ເພື່ອເປັນການຍາດແຍ່ງເອົາການສະໜັບສະໜູນອຸ້ມຊູຊ່ວຍເຫຼືອ ການຮ່ວມມືຈາກບັນດາປະເທດ ເພື່ອພັດທະນາ ວຕປ ໃຫ້ມີຄວາມກ້າວໜ້າທັນສະໄໝທຽບທັນກັບນາໆຊາດ.

ໃນຊຸມປີຜ່ານມາ, ໄດ້ສົ່ງຄະນະຜູ້ແທນ ໄປພົວພັນຍາດແຍ່ງເຂົ້າຕໍາລາຮຽນ, ອຸປະກອນການຮຽນ ຂະແໜງປະກອບອາວຸດ, ຂະແໜງນິຕິວິທະຍາ, ໂຄງການຫຼັກສູດປະລິນຍາເອກ ຈາກວິທະຍາຄານຕຳຫຼວດ ສສ ຫວຽດນາມ, ເພີ່ມທະວີການພົວພັນຮ່ວມມືກັບ ສະຖາບັນການສຶກສາ ຕຳຫຼວດອາຊຽນ ເພື່ອຍົກລະດັບການສຶກສາໃຫ້ແກ່ຖັນແຖວຄູ-ອາຈານ ຂອງວິທະຍາຄານຕຳຫຼວດປະຊາຊົນ ໃຫ້ສູງຂຶ້ນ ຕາມເງື່ອນໄຂຄວາມສາມາດຕົວຈິງ, ແທດເໝາະກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ.

ບັນດາບັນຫາທີ່ກ່າວມາຂ້າງເທິງນັ້ນ, ຖ້າຢາກເຮັດສຳເລັດ ພວກສະຫາຍຕ້ອງມີຄວາມສາມັກຄີເປັນປຶກແຜ່ນ, ມີຄວາມເປັນເອກະພາບສູງຕໍ່ວຽກງານການເມືອງ ທີ່ຖືກຮັບຮອງເອົາໃນກອງປະຊຸມຄັ້ງນີ້, ປະຕິບັດຫຼັກການແຜນເຮັດວຽກເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຢ່າງລະອຽດ, ມີການຄົ້ນຄວ້າປຶກສາຫາລືເອກະສັນຕໍ່ບັນຫາທີ່ມີລັກສະນະຍຸທະສາດ, ພົວພັນເຖິງຜົນປະໂຫຍດສະມາຊິກພັກ-ພະນັກງານ, ມີວິທີການຈັດຕັ້ງປະຕິບັດທີ່ສອດຄ່ອງມີການກວດກາສະຫຼຸບ, ຖອດຖອນບົດຮຽນເປັນແຕ່ລະໄລຍະ ເພື່ອສາມາດຂັບເຄື່ອນການປະຕິບັດແຜນການວາງອອກ ຖືກຈັດຕັ້ງປະຕິບັດໃນຊີວິດ ຕົວຈິງ.

ໃນບັນຫາຄວາມສາມັກຄີນັ້ນ ຕິດພັນກັບ ການຕໍ່ສູ້ພາຍໃນ ດ້ວຍການຕຳນິໂຕເອງ, ຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນແລະກັນ ຢ່າງແຂງແຮງ ເພາະວ່າການຕຳນິສົ່ງຂ່າວເຊິ່ງກັນແລະກັນນັ້ນ ເນື້ອແທ້ແມ່ນການສ້າງຄົນ ຫຼື ເວົ້າອີກແບບໜຶ່ງວ່າ ແມ່ນການຂ້າພະຍາດເພື່ອກອບກູ້ເອົາຊີວິດ; ສອງສໍານວນດັ່ງກ່າວນີ້, ເວລາໃດຍັງສະຖິດຄວາມໝາຍທີ່ດູດດື່ມ, ສຳຄັນ ສຳລັບກຳລັງປ້ອງກັນຄວາມສະຫງົບປະຊາຊົນຂອງພວກເຮົາ, ສົມຄວນແລ້ວທີ່ພວກສະຫາຍ ຕ້ອງເຂົ້າຮ່ວມປະຕິບັດຢ່າງບໍ່ມີເງື່ອນໄຂ.