ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນພະແນກ, ກອງກໍ່ສ້າງຮາກຖານ ໃນວັນທີ 28 ສິງຫາ 2023 ຜ່ານມາ, ໂດຍມີ ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍຫົວໜ້າພະແນກ ແລະ ຮອງພະແນກຂອງກົມ ເຂົ້າຮ່ວມ.

ໃນພິທີ, ພັທ ພູຂຽນ ສີຄຸນນະລາດ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 4020/ ກມປສ, ລົງວັນທີ 17 ສິຫາ 2023 ວ່າດ້ວຍ ການຍົກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ຈຳນວນ 4  ສະຫາຍ ເຊິ່ງໄດ້ຍົກຍ້າຍດັ່ງນີ້:

  • ພັທ ຫົງຄຳ ພັນທະລັງສີ ຈາກພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ ໄປຮັບໜ້າທີ່ໃໝ່ຢູ່ ພະແນກອອກບັດປະຈໍາຕົວຄົນລາວ-ຄົນຕ່າງດ້າວ
  • ພັທ ຫຍຸຍ ເພັງເມືອງຄຸນ ຈາກພະແນກອອກບັດປະຈໍາຕົວຄົນລາວ-ຄົນຕ່າງດ້າວ ໄປຮັບໜ້າທີ່ໃໝ່ຢູ່ ພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ
  • ພັທ ສີອຳພອນ ອິນອຳໄພວົງ ຈາກຫ້ອງການກົມ ໄປຮັບໜ້າທີ່ໃໝ່ຢູ່ ກອງກໍ່ສ້າງຮາກຖານ 917
  • ພັທ ສອນໄຊ ພິມມະນາວ ຈາກກອງກໍ່ສ້າງຮາກຖານ 917 ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງການກົມ

ນອກນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 4021/ກມປສ ລົງວັນທີ 17 ສິງຫາ 2023 ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບ ກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ເປັນຫົວໜ້າພະແນກ, ຮອງພະແນກ ແລະ ກອງກໍ່ສ້າງຮາກຖານ ຈຳນວນ 6 ສະຫາຍ ດັ່ງນີ້:

  • ພັທ ສອນໄຊ ພິມມະນາວ ເປັນ ຮອງຫ້ອງການກົມ
  • ພັທ ຫົງຄຳ ພັນທະລັງສີ ເປັນ ຫົວໜ້າພະແນກອອກບັດປະຈຳຕົວຄົນລາວ-ຄົນຕ່າງດ້າວ
  • ພັທ ຫຍຸຍ ເພັງເມືອງຄູນ ເປັນ ຫົວໜ້າພະແນກຄຸ້ມຄອງອາຊີບ-ພາຫະນະພິເສດ
  • ພັທ ບຸນເພັງ ຈັນທະ ລັງສີ ເປັນ ຫົວໜ້າກອງກໍ່ສ້າງຮາກຖານ 915
  • ພັທ  ສີອຳພອນ  ອິນອຳໄພວົງ ເປັນ ຮອງກອງກໍ່ສ້າງຮາກຖານ 917
  • ພັທ ສີທັດ ຄຳມະນີວົງ ເປັນ ຫົວໜ້າກອງກໍ່ສ້າງຮາກຖານ 921

ໃນພິທີ, ພົຈວ ໜູໃບ ອິນທິສານ ຍັງໄດ້ໂອ້ລົມຕໍ່ນາຍຕຳຫຼວດທີ່ຖືກຍົກຍ້າຍ ແລະ ແຕ່ງຕັ້ງໜ້າທິ່ໃໝ່ ໃນການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້, ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍນາຍຕຳຫຼວດທີ່ຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງເນັ້ນໃຫ້ແຕ່ລະສະຫາຍທີ່ຖືກຍົກຍ້າຍ ເອົາໃຈໃສ່ປະຕິບັດໜ້າທີ່ທີ່ການຈັດຕັ້ງມອບໝາຍໃຫ້, ເຊິ່ງການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ຍ້ອນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ; ຕໍ່ກັບຜູ້ທີ່ໄດ້ຮັບຕຳແໜ່ງໃໝ່ ກໍໃຫ້ເອົາໃຈໃສ່ປະຕິບັດມະຕິ, ຄຳສັ່ງ, ລະບຽບຂອງການຈັດຕັ້ງ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດໃນແຕ່ລະໄລຍະ.