ທິດທາງແຜນການພັດທະນາການສຶກສາ ປະຈຳສົກຮຽນ 2023-2024 ໂຮງຮຽນວັດທະນະທຳຊົນ ຫຼັກ 67 (ຮວທ) ຈະສືບຕໍ່ເອົາໃຈໃສ່ວ່າງເຂັ້ມງວດຕໍ່ການສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຄູ-ອາຈານ ແລະ ນັກສຶກສາ ເປັນບັນຫາສຳຄັນຫຼັກໆ ດ້ວຍຫຼາຍຮູບແບບວິທີການ ແລະ ແທດເຖິງທຸກເປົ້າໝາຍ, ຖືເອົາເປັນວຽກງານບູລິມະສິດທີ່ກ່ຽວພັນກັບຂົງເຂດວຽກງານ.

ພັອ ທະວີພອນ ຮັກໝໍ່ລາດ ອຳນວຍການ ຮວທ ກ່າວໃນບົດສະຫຼຸບຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ-ກິລາ ປະຈຳສົກຮຽນ 2022-2023 ແລະ ທິດທາງແຜນການ ປະຈຳສົກຮຽນ 2023-2024 ໃຫ້ຮູ້ວ່າ:

ຄະນະພັກ-ຄະນະບັນຊາ ຮວທ ຫຼັກ 67 ຈະເຮັດໜ້າທີ່ເປັນເສນາທິການໃຫ້ແກ່ ກົມໃຫຍ່ການເມືອງ ປກສ ໃນການນຳພາດຈັດຕັ້ງປະຕິບັດການສິດສອນ-ຮ່ຳຮຽນ ໃຫ້ແກ່ລູກຫຼານນັກຮຽນ ຕາມລະບົບສາມັນສຶກສາ ໂດຍປະຕິບັດຕາມແຜນພັດທະນາການສຶກສາຂອງ ພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ແລະ ໂຄງການດຳເນີນງານຂອງ ຫ້ອງການສຶກສາທິການ ແລະ ກິລາເມືອງ ວາງອອກ ແລະ ທິດຊີ້ນໍາຂອງ ກົມໃຫຍ່ການເມືອງ ປກສ ເວົ້າລວມ, ເວົ້າສະເພາະ ແມ່ນປະຕິບັດຕາມແຜນການຂອງໂຮງຮຽນ ກໍຄື ພະແນກສຶກສາ ແລະ ກິລາ ຂອງໂຮງຮຽນວັດທະນະທຳ ຫຼັກ67, ນຳພາສິດສອນ-ຮ່ຳຮຽນໄປຕາມ 3 ລັກສະນະ ແລະ 5 ຫຼັກມູນ, 3 ຂໍ້ແຂ່ງຂັນ ທີ່ກະຊວງສຶກສາ ວາງອອກ ແລະ ຕິດພັນກັບຂໍ້ກໍານົດກົດລະບຽບຂອງກຳລັງ ແລະ ກົດລະບຽບຂອງໂຮງຮຽນ.

ຮວທ ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນ ເປັນບັນຫາສຳຄັນຫຼັກໆ ແລະ ແທດເຖິງທຸກເປົ້າໝາຍ ຖືເອົາເປັນວຽກງານບູລິມະສິດທີ່ກ່ຽວພັນກັບທຸກຂົງເຂດວຽກງານ, ຄູ-ອາຈານ ຕ້ອງເອົາໃຈໃສ່ເຂົ້າຮ່ວມເຊື່ອມຊຶມເອກະສານການເມືອງທີ່ທາງໂຮງຮຽນຈັດຕັ້ງເຜີຍແຜ່, ພະຍາຍາມຊອກຮູ້ຮໍ່າຮຽນແນວທາງຂອງພັກ, ກົດໝາຍຂອງລັດ ໃຫ້ໜັກແໜ້ນເລິກ ເຊິ່ງເພື່ອຕອບສະໜອງໃຫ້ແກ່ການນໍາພາສຶກສາອົບຮົມນັກຮຽນໃຫ້ຖືກຕ້ອງ, ສຶກສາອົບຮົມນັກຮຽນຕາມ 3 ລັກສະນະ 5 ຫຼັກມູນ 3 ຂໍ້ແຂ່ງຂັນ ຂອງການສຶກສາວາງອອກ ສົມທົບກັບ 7 ລະບອບ 18 ວຽກ, 3 ທາດແທ້ 7 ມູນເຊື້ອ, ຂໍ້ກຳນົດກົດລະບຽບຂອງກຳລັງ ປກສ ກໍຄື ລະບຽບການຄຸ້ມຄອງທີ່ໂຮງຮຽນ ວາງອອກ ເພື່ອແນໃສ່ພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ມີແບບແຜນທັນສະໄໝ.

ພ້ອມກັນນັ້ນ, ຄູ-ອາຈານທຸກຄົນ ຕ້ອງເປັນແບບຢ່າງທີ່ດີໃຫ້ແກ່ນັກຮຽນ ໃນການປະຕິບັດແຜນພັດທະນາການສຶກສາ ປະຈຳສົກຮຽນ, ແຂ່ງຂັນກັນສອນດີ-ສອນເກັ່ງ, ປະຕິບັດໂມງເວລາ ແລະ ເປັນແບບຢ່າງຮອບດ້ານ ໃຫ້ແກ່ນັກຮຽນ ໃນການເຄື່ອນໄຫວວຽກງານຕ່າງໆ ພ້ອມທັງປະຕິບັດມະຕິຄຳສັ່ງຂໍ້ກຳນົດກົດລະບຽບຂອງໂຮງຮຽນວາງອອກ ຢ່າງເຂັ້ມງວດ; ຄະນະພະແນກ, ຄະນະໝວດ ຕ້ອງເຕົ້າລວມຄູ-ອາຈານ, ນັກຮຽນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ໄດ້ຢ່າງໜ້ອຍເດືອນລະ 1 ຄັ້ງ ເພື່ອໂອ້ລົມສຶກສາອົບຮົມແນະນຳກ່າວເຕືອນ, ຕ້ອງເຂົ້າຮ່ວມປະຊຸມຜູ້ບໍລິຫານ ປະຈຳເດືອນ ທີ່ຫ້ອງການສຶກສາທິການ ແລະ ກິລາເມືອງ ຈັດຂຶ້ນ.

ຄຽງຄູ່ກັນນັ້ນ, ດ້ານວຽກງານວິຊາສະເພາະ ຈັດຕັ້ງການເປີດສົກຮຽນໃໝ່ສຶກ 2023-2024 ໃຫ້ຖືກຕາມແຈ້ງການແນະນໍາຂອງ ພະແນກສຶກສາແຂວງ ກໍຄື ຫ້ອງການສຶກສາເມືອງ ວາງອອກ, ສືບຕໍ່ປະຕິບັດແຜນພັດທະນາການສຶກສາຂອງ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ໂຄງການດໍາເນີນງານຂອງ ຫ້ອງການສຶກສາທິການ ແລະ ກິລາ ເມືອງໂພນໂຮງ ວາງອອກ ສົມທົບກັບການປະຕິບັດທິດຊີ້ນຳຈາກກົມໃຫຍ່ການເມືອງ ປກສ ໃນສົກຮຽນ 2023-2024 ໃຫ້ບັນລຸຕາມຄາດໝາຍ ທັງຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ມີການຫັນປ່ຽນທີ່ດີກວ່າເກົ່າ.

ຈັດການຮຽນ-ການສອນຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໃນນີ້ຕ້ອງເພີ່ມວິຊາ ປກສ ເຂົ້າໃນໂຄງການຫຼັກສູດ ໂດຍເລີ່ມປະຕິບັດແຕ່ຕົ້ນສົກຮຽນໃໝ່, ສ້າງໃຫ້ໄດ້ນັກຮຽນເກັ່ງຂັ້ນເມືອງ-ຂັ້ນແຂວງ ກ້າວໄປເຖິງລະດັບຊາດ, ສືບຕໍ່ການເຂົ້າຮ່ວມໂມງສອນຖອດຖອນບົດຮຽນເຊິ່ງກັນແລະກັນ, ແຕ່ງຕັ້ງຄະນະຮັບຜິດຊອບ ຕິດຕາມກວດກາ, ຂຶ້ນແຜນທັດສະນະສຶກສາແລກປ່ຽນບົດຮຽນກັບ ສະຖາບັນການສຶກສາແຫ່ງຕ່າງໆ, ຈັດຕັ້ງການຂຶ້ນຫ້ອງຄົ້ນຄວ້າພາກຄໍ່າໃຫ້ເຂັ້ມງວດກວ່າເກົ່າ, ຈັດຕັ້ງການຍົກລະດັບໃຫ້ພະນັກງານຄູ-ອາຈານ ຜູ້ທີ່ມີວຸດທິການສຶກສາບໍ່ທັນສູງຢ່າງໜ້ອຍໃຫ້ໄດ້ປະລິນຍາຕີ, ກ່ອນຂຶ້ນຫ້ອງຄູ-ອາຈານ ຕ້ອງໄດ້ກະກຽມບົດສອນ-ແຜນການສອນ ໂດຍເຊັນຜ່ານວິຊາການຈາກໜ່ວຍງານ ເຖິງພະແນກສຶກສາ, ຕິດຕັ້ງຄອມພິວເຕີປະກອບເຂົ້າໃນລະບົບການສິດສອນ ຕາມເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງ.

ແຕ່ລະເດືອນ ແລະ ພາກຮຽນ ຕ້ອງມີການວັດ-ປະເມີນຜົນການຮຽນ ແລະ ບັນທຶກຄະແນນເຂົ້າໃນລະບົບ, ນໍາພາການສອບເສັງເລື່ອນຂັ້ນ, ຜົນການສອບເສັງຕ້ອງສູ້ຊົນໃຫ້ໄດ້ 97% ຂຶ້ນໄປ ແລະ ສອບເສັງຈົບຊັ້ນ ຜົນການສອບເສັງຕ້ອງສູ້ຊົນໃຫ້ໄດ້ 98% ຂຶ້ນໄປ, ເຊິ່ງໄດ້ສະເເດງອອກໃນສົກຮຽນ 2022-2023 ຄື:

ໂຮງຮຽນ ໄດ້ສົ່ງເປົ້າໝາຍນັກຮຽນເກັ່ງ ເຂົ້າສອບເສັງນັກຮຽນເກັ່ງຂັ້ນເມືອງ ມີ 5 ນ້ອງ, ຜົນການສອບເສັງ: ຜູ້ທີ່ຕິດອັນດັບຂັ້ນເມືອງ ມີ 5 ນ້ອງ, ອັນດັບທີ່ 1 ມີ 3 ນ້ອງ, ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາພາສາອັງກິດ, ອັນດັບທີ່ 2 ມີ 1 ນ້ອງ ວິຊາພາສາລາວ-ວັນນະຄະດີ, ອັນດັບທີ່ 3 ມີ 1 ນ້ອງ ວິຊາຄະນິດສາດ.

ນອກນັ້ນ, ຍັງປະຕິບັດຂໍ້ແຂ່ງຂັນສອນດີ-ຮຽນເກັ່ງ ເຊິ່ງສ້າງນັກຮຽນໆດີຮຽນເກັ່ງ ກວດກາປະຈຳເດືອນ ໄດ້ຄະແນນ 7 ຂຶ້ນໄປທຸກວິຊາ ມີທັງໝົດ 307 ນ້ອງ ຍິງ 224 ນ້ອງ, ຫ້ອງເລື່ອນຂັ້ນ ມ6 ມີນັກຮຽນທັງໝົດ 249 ນ້ອງ, ຍ້າຍອອກ 3 ຍິງ 1, ຂາດສອບ 2, ມີໜ້າສອບເສັງຕົວຈິງທັງໝົດ 244 ຍິງ 111 ນ້ອງ ສອບໄດ້ 100%; ຫ້ອງຈົບຊັ້ນ ມ7 ມີໜ້າສອບເສັງທັງໝົດ 288 ຍິງ 125 ນ້ອງ ສອບໄດ້ 100%, ຜົນການສອບເສັງ ປະຈຳສົກຮຽນ 2022-2023 ໄດ້ 100%.

ໃນໄລຍະຜ່ານມາ, ຮວທ ຫຼັກ 67 ໄດ້ເຂົ້າຮ່ວມຮ່ຳຮຽນເຊື່ອມຊຶມ ເອກະສານການເມືອງແນວທາງຂອງພັກ ແລະ ຟັງເລົ່າມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ ເປັນປົກກະຕິ, ເຮັດໃຫ້ພະນັກງານ, ຄູ-ອາຈານ ມີແນວຄິດທຸ່ນທ່ຽງ, ມີຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ປະຕິບັດມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມງວດ, ຕັ້ງໜ້າປະຕິບັດກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກໍາລັງ ປກສ, ເອົາໃຈໃສ່ປະຕິບັດກົດລະບຽບຂອງໂຮງຮຽນ ເປັນຢ່າງດີ, ຄະນະພະແນກ ໄດ້ເຂົ້າຮ່ວມປະຊຸມສ່ອງແສງປະຈຳເດືອນ ຢູ່ຫ້ອງການສຶກສາທິການ ແລະ ກິລາເມືອງ ປົກກະຕິ ພ້ອມທັງສົ່ງບົດລາຍງານຜົນງານການເຄື່ອນໄຫວວຽກງານທຸກໆເດືອນ ໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ ພະນັກງານ, ຄູ-ອາຈານ, ລູກຫຼານນັກຮຽນເປັນປົກກະຕິ

ພະນັກງານ-ຄູອາຈານ-ນັກຮຽນ ກໍໄດ້ເຂົ້າຮ່ວມພິທີມູນເຊື້ອປະຫວັດວັນຄູແຫ່ງຊາດ ຄົບຮອບ 27 ປີ, ທຸກເຊົ້າວັນຈັນ ໄດ້ເຕົ້າລວມມີພະນັກງານ, ຄູ-ອາຈານ, ນັກຮຽນ ເຂົ້າຮ່ວມພິທີເຄົາລົບທຸງຊາດ, ຮັບຟັງການລາຍງານສະພາບການປະຈໍາອາທິດ ແລະ ຮັບຟັງການໂອ້ລົມແນະນຳຈາກຄະນະພັກ-ຄະນະອຳນວຍການໂຮງຮຽນ ເປັນປົກກະຕິ, ຄູ-ອາຈານໃນພະແນກສຶກສາ ກໍໄດ້ລວມປະຈຳເດືອນ ເພື່ອສະຫຼຸບການເຄື່ອນໄຫວວຽກງານດ້ານດີ-ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ວາງທິດທາງແຜນການໃນເດືອນຕໍ່ໄປຢ່າງປົກກະຕິ.

ຄະນະພະແນກສຶກສາ, ຄະນະພະແນກຄຸ້ມຄອງ-ປ້ອງກັນ, ຄະນະໝວດໜ່ວຍງານວິຊາການ ກໍໄດ້ເອົາໃຈໃສ່ສຶກສາອົບຮົມຄູ-ອາຈານເປັນປົກກະຕິ ເພື່ອໃຫ້ຄູ-ອາຈານ ໄດ້ນຳເອົາແນວຄິດຈິດໃຈລົງໄປສຶກສາອົບຮົມນັກຮຽນ, ເຮັດໃຫ້ເຂົາເຈົ້າມີແນວຄິດທຸ່ນທ່ຽງ, ບຸກບືນຫ້າວຫັນໃນການຄົ້ນຄວ້າຮ່ຳຮຽນ ພ້ອມທັງເອົາໃຈໃສ່ປະຕິບັດມະຕິຄຳສັ່ງ ແລະ ຂໍ້ກໍານົດກົດລະບຽບຂອງໂຮງຮຽນວາງອອກ ເປັນຢ່າງດີ.