ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະກາງສະໄໝຜ່ານມາ ແລະ ທິດທາງແຜນການທ້າຍສະໄໝ ໂດຍສະເພາະວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເຊິ່ງມີບາງຕອນສຳຄັນໃຫ້ຮູ້ວ່າ:

ວຽກຈຸດສຸມນີ້, ຄະນະພັກ-ຄະນະນຳ ຂອງແຂວງສະຫວັນນະເຂດ ຈະສຸມໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຫຼຸດຜ່ອນຄວາມແຕກໂຕນລະຫວ່າງ ຕົວເມືອງ ແລະ ຊົນນະບົດ ແລະ ຖືເອົາຄວາມທຸກຍາກເປັນສັດຕູໂຕສະກາດສຳຄັນທີ່ຖ່ວງດຶງການພັດທະນາ.

ປັດຈຸບັນ, ທົ່ວແຂວງມີ 1.032 ບ້ານ, 207.569 ຄອບຄົວ ໃນນີ້ມີບ້ານພົ້ນທຸກແລ້ວ 726 ບ້ານ, 141.330 ຄອບຄົວ ແລະ ບ້ານພັດທະນາ 217 ບ້ານ, 112.716 ຄອບຄົວ. ດັ່ງນັ້ນ, ໃນໄລຍະທ້າຍສະໄໝນີ້ ແຂວງຈະຕ້ອງສຸມໃສ່ 309 ບ້ານ ທີ່ຍັງບໍ່ທັນພົ້ນທຸກ ມີຈຳນວນ 66.239 ຄອບຄົວ ແລະ ສ້າງບ້ານພັດທະນາໃຫ້ບັນລຸ 421 ບ້ານ, 153.088 ຄອບຄົວ ໂດຍສ້າງປັດໄຈພື້ນຖານຕ່າງໆທີ່ເປັນເງື່ອນໄຂໃຫ້ສາມາດບັນລຸມາດຕະຖານບ້ານພົ້ນທຸກໃນ 9 ເມືອງ ຄື: ອາດສະພັງທອງ, ອາດສະພອນ, ຊົນບູລີ, ວິລະບູລີ, ພະລານໄຊ, ທ່າປາງທອງ, ພິນ, ເຊໂປນ ແລະ ເມືອງນອງ. 

ໃນນີ້, ສ້າງນະຄອນໄກສອນພົມວິຫານ ແລະ 4 ເມືອງ ໃຫ້ເປັນເມືອງເຂັ້ມແຂງຮອບດ້ານ ຄື: ອຸທຸມພອນ, ຈໍາພອນ, ໄຊພູທອງ ແລະ ໄຊບູລີ ແລະ ສ້າງເງື່ອນໄຂໃຫ້ບ້ານໃຫຍ່ຕື່ມ ຈໍານວນ 9 ບ້ານ ກາຍເປັນຕົວເມືອງນ້ອຍໃນຊົນນະບົດເທື່ອລະກ້າວຄື: ບ້ານຕັງອາໄລເກົ່າ ເມືອງນອງ, ບ້ານແກ້ວວິໄລ ເມືອງວິລະບູລີ, ບ້ານທວດ ເມືອງຈໍາພອນ, ບ້ານລະຫານໍ້າ ເມືອງສອງຄອນ, ບ້ານລໍາທວາຍ ເມືອງຊົນບູລີ, ບ້ານເຊກື ເມືອງທ່າປາງທອງ, ບ້ານສີບຸນເຮືອງ ເມືອງພີນ, ບ້ານຫຼຽນໄຊ ເມືອງອາດສະພັງທອງ ແລະ ບ້ານໂນນມີໄຊ ເມືອງອາດສະພອນ.

ສະເໜີດຳເນີນການສຳຫຼວດ, ຈັດສັນດິນ ເພື່ອແນໃສ່ອອກໃບຢັ້ງຢືນສິດນຳໃຊ້ທີ່ດິນຕາມລະບຽບກົດໝາຍ ໃຫ້ແກ່ປະຊາຊົນໃນບັນດາບ້ານທີ່ຕິດແປະ ແລະ ນອນຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນເຂດ 12 ເມືອງ, ຈຳນວນ 323 ບ້ານ, 41.497 ຄອບຄົວ ເພື່ອຮັບຮອງການຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ ແລະ ຕິດພັນກັບ ການສົົ່ງເສີມການຜະລິດກະສິກໍາເປັນສິນຄ້າໃນຮູບແບບ ແລະ ຮູບແບບອື່ນໆທີ່ເໝາະສົມ.

ພ້ອມທັງ ປະສານສົມທົບບັນດາຫົວໜ່ວຍທຸລະກິດ ເຂົ້າຊ່ວຍໃນການບຸກເບີກເນື້ອທີ່ປ່າ ໃຫ້ແກ່ປະຊາຊົນ ເພື່ອທຳການຜະລິດ ເຊິ່ງສຸມໃສ່ສ້າງເງື່ອນໄຂເພື່ອລຶບລ້າງຄວາມທຸກຍາກ ໃນ 4 ຈຸດສຸມບູລິມະສິດຂອງແຂວງ ຄື:

ຈຸດສຸມຄຳປະແໜ: ມອບຄວາມຮັບຜິດຊອບໃຫ້ ຄະນະບໍລິຫານງານພັກເມືອງ, ເຈົ້າເມືອງຊົນບູລີ ແລະ ກຳລັງ ປກຊ-ປກສ, ອົງການຈັດຕັ້ງມະຫາຊົນ ນຳພາ-ຊີ້ນຳແກ້ໄຂຄວາມທຸກຍາກ ໂດຍຈັດສັນພູມລໍາເນົາ ແລະ ອາຊີບ ເພື່ອແກ້ໄຂການຂໍທານໃຫ້ແກ່ 142 ຄອບຄົວ ທີ່ເປັນຊົນເຜົ່າກະຕາງ ໂດຍປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການປົກຄອງບ້ານ ເພື່ອແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານ.

ວາງມາດຕະການຄວບຄຸມຕໍ່ປະຊາຊົນທີ່ອອກໄປຂໍທານ, ສົ່ງກຳລັງ ປກຊ-ປກສ, ອົງການຈັດຕັ້ງມະຫາຊົນ ລົງປະຈຳແຕ່ລະຄອບຄົວ ເພື່ອນຳພາປະຊາຊົນທຳການຜະລິດຕາມທ່າແຮງຂອງແຕ່ລະຄອບຄົວ ເປັນຕົ້ນການຜະລິດເຂົ້ານາປີ, ປູກພືດຜັກ, ລ້ຽງສັດນ້ອຍ, ລ້ຽງປາ ແລະ ປະກອບອາຊີບຕ່າງໆທີ່ເໝາະສົມ, ດຶງດູດ ແລະ ສົ່ງເສີມນັກທຸລະກິດໃຫ້ເຂົ້າໄປດຳເນີນກິດຈະການທາງດ້ານການຊື້-ຂາຍສິນຄ້າ ຫຼື ສ້າງຕະຫຼາດຢູ່ພາຍໃນຈຸດສຸມ.

ສຳລັບຈຸດສຸມຕັງອາໄລ-ລະແບງ ເມືອງນອງ: ແມ່ນມອບຄວາມຮັບຜິດຊອບໃຫ້ ຄະນະບໍລິຫານງານພັກເມືອງ, ເຈົ້າເມືອງນອງ ນຳພາ-ຊີ້ນຳແກ້ໄຂຄວາມທຸກຍາກ ຕິດພັນກັບ ການສ້າງເງື່ອນໄຂໃຫ້ເມືອງນອງ ກາຍເປັນເມືອງພົ້ນທຸກ ຈຳນວນ 12 ບ້ານ, ຈຳນວນ 801 ຄອບຄົວ, ໂດຍສຸມໃສ່ແກ້ໄຂມາດຕະຖານພົ້ນທຸກທີ່ຍັງຄົງຄ້າງ ຄື:

ສຸມໃສ່ສືບຕໍ່ສໍາຫຼວດ-ຈັດສັນເນື້ອທີ່ດິນທໍາການຜະລິດ ໃຫ້ແກ່ຄອບຄົວປະຊາຊົນໃນ 12 ບ້ານ, ກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງທີ່ຈໍາເປັນ ເຊັ່ນ: ຈັດຫານໍ້າສະອາດໃນ 5 ບ້ານ, ປັບປຸງເສັ້ນທາງໄປຫາບ້ານຕະຫຼຸງ, ສືບຕໍ່ຍົກຍ້າຍຈັດສັນປະຊາຊົນບ້ານລະແບງໂຄກ ຈໍານວນ 25 ຄອບຄົວ ທີ່ເຫຼືອມາ ໂຮມຢູ່ບ້ານຕັງອາໄລເກົ່າ, ຄົ້ນຄວ້າ ແລະ ສ້າງເງື່ອນໄຂໃນການຍົກຍ້າຍຈັດສັນປະຊາຊົນຕັງອາໄລເໜືອ 65 ຄອບຄົວ ແລະ ຕັງອາໄລນໍ້າ 55 ຄອບຄົວ ທີ່ຕັ້ງຢູ່ຝາກເຊລະນອງ ມາໂຮມເປັນບ້ານດຽວຢູ່ຝາກເຊເບື້ອງຈຸດສຸມຕັງອາໄລ ໂດຍການຈັດສັນທີ່ດິນປຸກສ້າງ, ກໍ່ສ້າງເສັ້ນທາງ ແລະ ຕາຂ່າຍໄຟຟ້າໄປຫາບ່ອນຈັດສັນໃໝ່.

ຈຸດສຸມແກ້ງລີ້ນ: ມອບຄວາມຮັບຜິດຊອບໃຫ້ ຄະນະບໍລິຫານງານພັກເມືອງ, ເຈົ້າເມືອງນອງ ນຳພາ-ຊີ້ນຳສຶບຕໍ່ແກ້ໄຂຈັດສັນພູມລໍາເນົາ ແລະ ອາຊີບ ຄື: ເລັ່ງຈັດສັນເນື້ອທີ່ດິນທໍາການຜະລິດ ໃຫ້ແກ່ປະຊາຊົນໃນ 12 ບ້ານ, ສົ່ງເສີມການຜະລິດກະສິກຳເປັນສິນຄ້າໃນຮູບແບບ ໃຫ້ແກ່ປະຊາຊົນ, ກໍ່ສ້າງ-ສ້ອມແປງພື້ນຖານໂຄງລ່າງທີ່ຈໍາເປັນຂັ້ນບ້ານ ໂດຍການປະສານສົມທົບກັບ ບໍລິສັດເຂື່ອນໄຟຟ້າເຊລະນອງ 1 ປະເມີນຜົນວຽກງານຍົກຍ້າຍຈັດສັນປະຊາຊົນ 2 ບ້ານ ທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນ ໃຫ້ສໍາເລັດ.

ຈຸດສຸມຈຽງຕູບ ເມືອງເຊໂປນ: ມອບຄວາມຮັບຜິດຊອບໃຫ້ ຄະນະບໍລິຫານງານພັກເມືອງ, ເຈົ້າເມືອງເຊໂປນ ນຳພາ-ຊີ້ນຳແກ້ໄຂຈັດສັນພູມລໍາເນົາ ແລະ ອາຊີບ ໂດຍເລັ່ງໃສ່ຈັດສັນອາຊີບ ແລະ ສ້າງແຫ່ຼງລາຍຮັບໃຫ້ແກ່ປະຊາຊົນ ໃຫ້ໄດ້ 70% ຂອງຄອບຄົວທັງໝົດໃນຈຸດສຸມ, ສືບຕໍ່ກໍ່ສ້າງລະບົບທໍ່ສົ່ງນໍ້າຊົນລະປະທານບ້ານສົບສະລູ ພ້ອມທັງບຸກເບີກເນື້ອທີ່ນາ 100 ເຮັກຕາ, ຈັດແບ່ງເນື້ອທີ່ນາ ແລະ ສົ່ງເສີມການປູກເຂົ້າໃຫ້ປະຊາຊົນບ້ານສົບສະລູ ແລະ ບ້ານນາ 150 ຄອບຄົວ (ລວມທັງຄຸ້ມວັງມ່ວງ ແລະ ລັງກົນ ທີ່ຈະໄດ້ຈັດສັນມາຢູ່ບ້ານນາ).

ຈັດສັນເນື້ອທີ່ການຜະລິດໃຫ້ປະຊາຊົນບ້ານກັອກ ຈໍານວນ 133 ຄອບຄົວ ໃນເນື້ອທີ່ 200 ເຮັກຕາ, ຈັດຫາຜູ້ປະກອບການເຂົ້າຮ່ວມສົ່ງເສີມການຜະ ລິດໃນຮູບແບບ ເພື່ອປູກມັນຕົ້ນ ແລະ ປູກພືດອື່ນໆທີ່ເໝາະສົມ, ຈັດສັນເນື້ອທີ່ການຜະລິດໃຫ້ປະຊາຊົນບ້ານຕະປັອງ, ລູສະເລ່ຍ, ລະເວີນ ແລະ ສົ່ງເສີມການຜະລິດໃນຮູບແບບ ແລະ ຮູບແບບອື່ນໆຕາມຄວາມເໝາະສົມຕົວຈິງ.

ສືບຕໍ່ວຽກງານຝຶກອົບຮົມທາງດ້ານເຕັກນິກການປູກເຂົ້າ, ປູກພືດ, ລ້ຽງສັດ, ສ້າງພະນັກງານຂັ້ນບ້ານ ເຊັ່ນ: ສັດຕະວະແພດບ້ານ, ປ່າໄມ້ບ້ານ ແລະ ຄອບຄົວຕົວແບບທາງດ້ານກະສິກໍາປະເພດຕ່າງໆ, ປະສານສົມທົບກັບ ກອງກໍ່ສ້າງຮາກຖານ ກອງບັນຊາການທະຫານແຂວງ ໃນການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນ ເສັ້ນທາງຄົມມະນາຄົມເຂົ້າຫາແຕ່ລະບ້ານໃນເຂດຈຸດສຸມ ໃຫ້ທຽວໄດ້ 2 ລະດູ ແລະ ສະເໜີຂັ້ນເທິງຈັດຫາແຫ່ຼງທຶນ ເພື່ອປັບປຸງ-ຍົກລະດັບເສັ້ນທາງລາດຫໍ້-ຜາບັງຮອດຈຸດສຸມຈຽງຕູບ ໃຫ້ໄດ້ມາດຕະຖານສູງຂຶ້ນ ແລະ ທຽວໄດ້ສະດວກທັງ 2 ລະດູ.

ປະສານສົມທົບກັບ ອົງການປົກຄອງເມືອງເຊໂປນ, ພະແນກ ຍທຂ ແລະ ພາກສ່ວນກ່ຽວຂ້ອງ ສໍາຫຼວດອອກແບບແຜນຜັງຈຸດສຸມຈຽງຕູບ, ຄົ້ນຄວ້າຍົກຍ້າຍຈັດສັນປະຊາຊົນຈາກຄຸ້ມຕ່າງໆ ໂຮມເຂົ້າເປັນບ້ານໃຫຍ່ຕາມເງື່ອນໄຂເໝາະສົມຕົວຈິງ ໂດຍເລີ່ມຈາກການຈັດສັນປະຊາຊົນຄຸ້ມວັງມ່ວງ ແລະ ລັງກົນ ເຂົ້າມາໂຮມກັບບ້ານນາ ໃຫ້ສໍາເລັດກ່ອນ.