ນັບແຕ່ນີ້ຫາປີ 2025, ແຂວງເຊກອງ ວາງຄາດໝາຍການເຕີບໂຕດ້ານເສດຖະກິດ ຈະສູ້ຊົນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 5% ຕໍ່ປີ ແລະ ຮອດປີ 2025 ເຮັດໃຫ້ມູນຄ່າລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 2.790 ຕື້ກີບ ແລະ ມີລາຍໄດ້ສະເລ່ຍຕໍ່ຫົວຄົນ ບັນລຸໄດ້ 19,73 ລ້ານກີບ.

+ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ກ່າວວ່າ:

ອີງໃສ່ໂຄງລ່າງພື້ນຖານດ້ານເສດຖະກິດພາຍໃນແຂວງ ບວກກັບ ທ່າຂະຫຍາຍຕົວຂອງເສດຖະກິດໂລກ ແຕ່ນີ້ຫາປີ 2025 ແຂວງຈະສູ້ຊົນເຮັດໃຫ້ເສດຖະກິດຈາກ 4,1% ມາເປັນ 5% ຕໍ່ປີ ໂດຍຈະສຸມເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸໄດ້ 355 ຕື້ກີບ. ໃນນັ້ນ, ລາຍຮັບພູດສູນກາງ ປະຕິບັດຢູ່ທ້ອງຖິ່ນ ຈໍານວນ 33,5 ຕື້ກີບ, ລາຍຮັບພູດທ້ອງຖິ່ນ ຈໍານວນ 321 ຕື້ກີບ; ຄາດຄະເນປະຕິບັດໃນ 5 ປີ (2021-2025) ເທົ່າກັບ 724,99 ຕື້ກີບ ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 151% ,ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ຢູ່ໃນລະດັບ 995,59 ຕື້ກີບ (ບໍ່ກວມເອົາລາຍຈ່າຍບ້ວງການລົງທຶນຂອງລັດ) ແລະ ຮັກສາການຂາດດຸນງົບປະມານ ໃຫ້ຢູ່ໃນລະດັບ 809,47 ຕື້ກີບ.

ດ້ານການນໍາເຂົ້າ ແລະ ສົ່ງອອກສິນຄ້າ: ຄຸ້ມຄອງການນໍາເຂົ້າໃຫ້ຢູ່ໃນລະດັບ 80,18 ລ້ານໂດລາ, ສູ້ຊົນຜະລິດສິນຄ້າສົ່ງອອກໃຫ້ບັນລຸໄດ້ 125,75 ລ້ານໂດລາ, ເຮັດໃຫ້ເກີນດຸນການຄ້າຢູ່ໃນລະດັບ 45,57 ລ້ານໂດລາ.

ດ້ານການລົງທຶນ: ເພື່ອຮັບປະກັນໃຫ້ແກ່ການເຕີບ ໂຕຂອງລວມຍອດຜະລິດຕະພັນພາຍ ໃນ (GDP) ບັນລຸ 5% ຕໍ່ປີ; ສືບຕໍ່ລະ ດົມທຶນໃຫ້ໄດ້ປະມານ 1.649 ຕື້ກີບ ເພື່ອໃຫ້ບັນລຸ 3.123 ຕື້ກີບ ໃນປີ 2025. ໃນນັ້ນ, ການລົງທຶນຈາກງົບປະມານລັດ 64,43 ຕື້ກີບ; ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 92,09 ຕື້ກີບ ຫຼື 22,46 ລ້ານໂດລາ ແລະ ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1.493,29 ຕື້ກີບ ຫຼື 229 ລ້ານໂດລາ.

ຄາດໝາຍຂົງເຂດເສດຖະກິດ ໂດຍສະເພາະການຜະລິດເຂົ້າຈະສູ້ຊົນຜະລິດເຂົ້າເປືອກລວມ ໃຫ້ໄດ້ປະມານ 157.471 ໂຕນ. ໃນນັ້ນ, ເຂົ້ານາແຊງ 14.100 ໂຕນ, ເຂົ້ານາປີ 135.240 ໂຕນ, ເຂົ້າໄຮ່ 8.131 ໂຕນ; ການຜະລິດເປັນສິນຄ້າເພື່ອສົ່ງອອກ ຈະສູ້ຊົນຜະລິດພືດເປັນສິນຄ້າໃຫ້ໄດ້ 630.830 ໂຕນ ເປັນຕົ້ນ: ປູກກາເຟ, ໝາກແໜ່ງ, ໝາກກ້ວຍ, ໂສມ ແລະ ອື່ນໆ.

ນອກນັ້ນ, ຍັງຈະໄດ້ສຸມໃສ່ການລ້ຽງສັດເປັນສິນຄ້າສະໜອງ ຕະຫຼາດພາຍໃນໃຫ້ພຽງພໍ ແລະ ສູ້ຊົນສືບຕໍ່ສົ່ງອອກສັດໃຫຍ່ປະເພດງົວ, ຄວາຍ ໄປຕະຫຼາດຕ່າງແຂວງ ແລະ ປະເທດໃກ້ຄຽງ ໃຫ້ໄດ້ 34.000 ໂຕ; ໃນນີ້: ຄວາຍ 200 ໂຕ, ງົວ 500 ໂຕ, ໝູ 4.000 ໂຕ, ແບ້ 100 ໂຕ ແລະ ສັດປີກ 30.000 ໂຕ.

ພ້ອມນັ້ນ, ກໍສຸມໃສ່ຊຸກຍູ້ພາກເອກະຊົນລ້ຽງສັດແບບເປັນຟາມ ໃຫ້ເປັນລະບົບໄດ້ມາດຕະຖານດີຂຶ້ນກວ່າເກົ່າ ເປັນຕົ້ນ: ຟາມລ້ຽງງົວ, ໝູ, ນົກກະຈອກເທບ, ໄກ່ພັນໄຂ່, ໄກ່ຊີ້ນ, ປາ ແລະ ຟາມອື່ນໆ; ສົ່ງເສີມການແປຮູບຜະລິດຕະພັນກະສິກໍາ, ສ້າງຕັ້ງໂຮງງານປຸງແຕ່ງທົ່ວໄປ ເພື່ອສ້າງແຮງກະຕຸ້ນເຮັດໃຫ້ລວມຍອດຜະລິດຕະພັນອຸດສາຫະກໍາປຸງແຕ່ງ ເພີ່ມຂຶ້ນສະເລ່ຍ 12% ຕໍ່ປີ, ຮອດປີ 2025 ໃຫ້ບັນລຸໄດ້ 178,63 ຕື້ກີບ, ພ້ອມທັງປັບປຸງໂຄງລ່າງພື້ນຖານອຸດສາຫະກໍາ ເພີ່ມຂີດຄວາມສາມາດຂອງຜູ້ປະກອບການຜະລິດປຸງແຕ່ງ.

ໃນນັ້ນ, ມູນຄ່າການຜະລິດ 224,79 ຕື້ກີບ ແລະ ມູນຄ່າການຈໍາໜ່າຍ 313,32 ຕື້ກີບ. ພ້ອມນັ້ນ, ຈະສູ້ຊົນເຮັດໃຫ້ມູນຄ່າຈະລາຈອນສິນຄ້າ (ຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ) ເພີ່ມຂຶ້ນສະເລ່ຍ 11-12% ຕໍ່ປີ, ຮອດປີ 2025 ໃຫ້ບັນລຸໄດ້ 256,1 ຕື້ກີບ (ລວມ 2 ປີເຄິ່ງ ໃຫ້ບັນລຸ 598,89 ຕື້ກີບ).

ດ້ານພະລັງງານໄຟຟ້າ: ສູ້ຊົນເຮັດໃຫ້ເກິດແຫຼ່ງຜະລິດພະລັງງານໄຟຟ້າທຸກຮູບແບບ (ພະລັງງານນໍ້າ, ພະລັງງານລົມ, ພະລັງງານແສງຕາເວັນ) ໃຫ້ໄດ້ 793 MW; ສູ້ຊົນເຮັດໃຫ້ມີແຫຼ່ງສະຖານີກະຈາຍໄຟຟ້າ ໃນທົ່ວແຂວງ ໃຫ້ໄດ້ 3 ແຫ່ງ, ສູ້ຊົນເຮັດໃຫ້ການຂະຫຍາຍລະບົບຕາຂ່າຍໄຟຟ້າໃນແຕ່ລະບ້ານທົ່ວແຂວງ ໃຫ້ໄດ້ 90%.

ແຮ່ທາດ: ສືບຕໍ່ສູ້ຊົນຊຸກຍູ້ໃຫ້ບັນດາໂຄງການທີ່ລັດຖະບານ ແລະ ແຂວງ ອະນຸຍາດຂຸດຄົ້ນ-ປຸງແຕ່ງໃຫ້ໄດ້ຜະລິດ ແລະ ສົ່ງອອກ ເປັນຕົ້ນ: ຜະລິດ ແລະ ສົ່ງອອກແຮ່ຖ່ານຫີນໃຫ້ໄດ້ 10 ໂຕນ/ປີ, ຜະລິດກາກແຮ່ໃຫ້ໄດ້ 11.805 ໂຕນ/ປີ, ຜະລິດຫີນບາຊານ 14.000 ແມັດກ້ອນ/ປີ, ແຜນຜະລິດຫີນປູນ 44.800 ແມັດກ້ອນ/ປີ.

ສ່ວນການກໍ່ສ້າງພື້ນຖານໂຄງລ່າງ ແຂວງຈະສືບຕໍ່ກໍ່ສ້າງເສັ້ນທາງເຊກອງ-ກະລຶມ ໃຫ້ສໍາເລັດຫຼາຍກວ່າ 60%, ຍົກລະດັບ ແລະ ຂະຫຍາຍເສັ້ນທາງໃຫ້ໄດ້ 3 ເສັ້ນ ລວງຍາວ 203 ກມ. ໃນນັ້ນ, ສືບຕໍ່ສະເໜີໂຄງການເຂົ້າແຜນ ເພື່ອກໍ່ສ້າງທາງປູຢາງ 2 ຊັ້ນ ເສັ້ນທາງ 7511 ແຕ່ສາມແຍກທາງ 16B ຫົວຂົວເຊກອງ-ຫ້ວຍມື, ລວງຍາວ 60 ກມ ໃຫ້ສໍາເລັດ ໃນປີ 2025 ແລະ ສືບຕໍ່ກໍ່ສ້າງທາງດິນແດງ ເສັ້ນທາງ 101 ຊ່ວງບ້ານໂປມ ເມືອງກະລຶມໃໝ່, ລວງຍາວ 19 ກມ ໃຫ້ສໍາເລັດ ໃນປີ 2025; ພ້ອມນັ້ນ, ກໍສຸມໃສ່ສໍາຫຼວດອອກແບບຜັງເມືອງໃໝ່ (ເມືອງທີ 5 ຂອງແຂວງເຊກອງ)ໃຫ້ສໍາເລັດ.