ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ແມ່ນໜຶ່ງພະແນກທີ່ຂຶ້ນກັບ ກະຊວງສຶກສາທິການ ແລະ ກິລາ ໂດຍປະຕິບັດການຮຽນ-ການສອນຕາມ 5 ຫຼັກມູນການສຶກສາ, 3 ຂໍ້ແຂ່ງຂັນ ຂອງຂະແໜງການສຶກສາ ແລະ ກິລາ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ. ໃນນັ້ນ, ພະແນກສຶກສາທິການ ແລະ ກິລາ ນວ ໄດ້ເນັ້ນໃຫ້ຂະແໜງການສຶກສາເອົາໃຈໃສ່ຢ່າງຮອບດ້ານ ເພື່ອເປີດສົກຮຽນໃໝ່ ສົກປີ 2023-2024.

+ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນວ ໄດ້ໃຫ້ສໍາ ພາດວ່າ:

ໃນໄລຍະ 1 ປີຜ່ານມາ ເຫັນໄດ້ວ່າ ຂະແໜງການສຶກສາມີຫຼາຍໜ້າວຽກທີ່ພົ້ນເດັ່ນ ເປັນຕົ້ນແມ່ນສໍາເລັດການຈັດຕັ້ງປະຕິບັດການຮຽນ-ການສອນໄປຕາມຄາດໝາຍທີ່ວາງໄວ້, ຜູ້ບໍລິຫານການສຶກສາແຕ່ລະຂັ້ນ ຍັງໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ບັນດາຄູ -ອາຈານ, ນັກຮຽນມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີຄວາມຫ້າວຫັນຕໍ່ໜ້າທີ່ຄວາມຮັບຜິດຊອບຂອງຕົນ ແລະ ສໍາເລັດຕາມການມອບໝາຍ ເຊິ່ງສະແດງອອກຜົນການຮຽນ-ການສອນ, ຜົນການສອບເສັງໃນລະດັບຂັ້ນ-ຊັ້ນຕ່າງໆ ແລະ ວຽກງານອື່ນໆ ໃນໄລຍະສົກຮຽນປີຜ່ານມາ.

+ ທ່ານ ສົມພອນ ສອນດາລາ ໄດ້ເນັ້ນໃຫ້ຂະແໜງການສຶກສາ ເອົາໃຈໃສ່ຢ່າງຮອບດ້ານ ເພື່ອເປີດສົກຮຽນໃໝ່ ວ່າ:

ສຳລັບຜູ້ບໍລິຫານສະຖານການສຶກສາ ໃຫ້ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ຄູ-ອາຈານ, ນັກຮຽນ ໃຫ້ມີຄວາມອຸ່ນອຽນທຸ່ນທ່ຽງຕໍ່ກັບການປະຕິບັດໜ້າທີ່ວຽກງານ, ສຸມໃສ່ການສັບຊ້ອນຈັດສັນຄູໃຫ້ສອດຄ່ອງ ແລະ ເໝາະສົມ, ຕ້ອງປັບປຸງພື້ນຖານໂຄງລ່າງ, ສ້າງສິ່ງເອື້ອອໍານວຍໃຫ້ແກ່ການເປີດສົກຮຽນໃໝ່, ສ້າງແຜນພັດທະນາໂຮງຮຽນ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ກະກຽມວັດຖຸອຸປະກອນຮັບໃຊ້ຕ່າງໆ ໃຫ້ພຽງພໍ.

ຄູ-ອາຈານ ໃຫ້ເພີ່ມທະວີເປັນເຈົ້າການໃນການເປີດສົກຮຽນໃໝ່, ໃຫ້ມີການຈັດຕັ້ງເຜີຍແຜ່ນິຕິກໍາ ແລະ ລະບຽບຂອງໂຮງຮຽນ, ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ກະກຽມຕາຕະລາງສິດສອນ, ແຜນການສອນ, ບົດສອນ, ສື່ການຮຽນ-ການສອນ ໃຫ້ມີຄວາມພ້ອມໃນເວລາສິດສອນ, ສູ້ຊົນຈັດຕັ້ງປະຕິບັດດໍາເນີນການຮຽນ-ການສອນ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ພ້ອມທັງສໍາເລັດຕາມຄາດໝາຍ.

ນັກຮຽນ ກໍໃຫ້ມີການກະກຽມ, ສຸມຈິດສຸມໃຈໃສ່ການສຶກສາຮໍ່າຮຽນ, ໃຫ້ເອົາໃຈໃສ່ຫ້າງຫາກະກຽມອຸປະກອນການຮຽນ ເຊັ່ນ: ປຶ້ມ, ບິກ, ສໍ, ປາກກາ, ໄມ້ບັນທັດ ແລະ ອື່ນໆ ໃຫ້ມີຄວາມພ້ອມໃນການຮຽນສົກໃໝ່, ເອົາໃຈໃສ່ການສຶກສາຮໍ່າຮຽນພັດທະນາຕົນເອງ ໃຫ້ມີບາດກ້າວໃໝ່ຕໍ່ກັບການສຶກສາຮໍ່າຮຽນ, ຕີຖອຍປະກົດການຫຍໍ້ທໍ້ຕ່າງໆ ທັງຈໍາແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ.

ທ່ານ ສົມພອນ ສອນດາລາ ຍັງຮຽກຮ້ອງມາຍັງ ອົງການປົກຄອງທ້ອງຖິ່ນ ຈົ່ງໄດ້ເພີ່ມທະວີໃນການຊີ້ນໍາ-ນໍາພາວຽກງານການເປີດສົກຮຽນໃໝ່ ໃຫ້ເປັນຂະບວນຟົດຟື້ນ ຕິດພັນກັບ ຂະບວນການຕ້ອນຮັບວັນສໍາຄັນຂອງຊາດ, ຂອງພັກ, ປະກອບສ່ວນສົມທົບທຶນຮອນ ໃສ່ວຽກງານການສຶກສາ ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມເຂັ້ມແຂງ.

ພ້ອມນັ້ນ, ຄະນະພັດທະນາສຶກສາແຕ່ລະຂັ້ນ ຈົ່ງໄດ້ສຸມທຶນຮອນໃສ່ວຽກງານການສຶກສາ ໃນຂົງເຂດຕົນຮັບຜິດຊອບໃຫ້ມີຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້. ສຳລັບຜູ້ປົກຄອງນັກຮຽນ ຈົ່ງໄດ້ຕິດຕາມການກະກຽມຄວາມພ້ອມຂອງລູກຫຼານກ່ອນໄປໂຮງຮຽນ ແລະ ຊຸກຍູ້ໃຫ້ລູກຫຼານໄດ້ເຂົ້າຮຽນຢ່າງທົ່ວເຖິງ.

ທັງນີ້, ທົ່ວນະຄອນຫຼວງວຽງຈັນ ມີໂຮງຮຽນມັດທະຍົມສຶກສາທັງໝົດ 192 ແຫ່ງ. ໃນນັ້ນ, ມີໂຮງຮຽນເອກະຊົນ 86 ແຫ່ງ, ໂຮງຮຽນລັດມີ 106 ແຫ່ງ, ໂຮງຮຽນທີ່ມີຊັ້ນ ມ.4 ມີ 171 ແຫ່ງ, ເພີ່ມຂຶ້ນ 5 ແຫ່ງ ແລະ ໂຮງຮຽນທີ່ມີຊັ້ນ ມ.7 ມີ 108 ແຫ່ງ, ເພີ່ມຂຶ້ນ 6 ແຫ່ງ.