6 ເດືອນຕົ້ນປີຜ່ານມາ, ຄະນະພັກ-ຄະນະບັນຊາ ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ກໍາລັງ ປທ ປະຕິບັດວຽກງານວິຊາສະເພາະ ຕາມການມອບໝາຍ ໂດຍສະເພາະ ການສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ ຕາມຂອບເຂດສິດ ແລະ ໜ້າທີ່ ໃນການເກັບກໍາສະພາບ, ຂໍ້ມູນແຫຼ່ງຂ່າວ ຕາມພື້ນທີ່ສາຍທາງຂອບເຂດຄວາມຮັບຜິດຊອບ, ພ້ອມທັງປະຈໍາການກຽມພ້ອມແກ້ໄຂສະພາບຕະຫຼອດ 24 ຊົ່ວໂມງ ເພື່ອກວດກາສະກັດກັ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ ແລະ ປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ແມ່ນມີຄວາມຮັບປະກັນ 100%.

ກອງປະຊຸມສະຫຼຸບວຽກງານປ້ອງກັນເຄື່ອນທີ່ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປີ 2023 ຂອງກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ, ພັອ ທອງເພັດ ມະນີສະຫວັນ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ໄດ້ໃຫ້ຮູ້ວ່າ:

ດ້ານວຽກງານວິຊາສະເພາະ, ຄະນະພັກ-ຄະນະກອງບັນຊາການ ປທ ໄດ້ເອົາໃຈໃສ່ຊີ້ນໍາ-ນຳພາສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ທົ່ວກອງບັນຊາການ ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ມະຕິຄໍາສັງ, ຂໍ້ກໍານົດກົດລະບຽບຂອງຂັ້ນເທິງເປັນຢ່າງດີ ແລະ ເຜີຍແຜ່ບັນດາເອກະສານສໍາຄັນຕ່າງໆຂອງພັກ-ລັດ ຢ່າງເປັນປົກກະຕິ, ເຮັດໃຫ້ກໍາລັງ ປທ ມີແນວຄິດອຸ່ນອຽງທຸ່ນທ່ຽງ, ສາມາດປະຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີ.

ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກໍາລັງ ເຮັດໜ້າທີ່ປ້ອງກັນກອງປະຊຸມ, ປ້ອງກັນສໍານັກງານຂອງພັກ-ລັດ, ງານບຸນປະເພນີ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ ທີ່ມາຢ້ຽມຢາມເຮັດວຽກຢູ່ນະຄອນຫຼວງວຽງຈັນ ໄດ້ມີຄວາມປອດໄພເປັນຢ່າງດີ ແລະ ຍັງໄດ້ຈັດຕັ້ງກໍາລັງປະຈໍາການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ ແລະ ໄດ້ຊີ້ນໍາ-ນໍາພາລົງເຄື່ອນໄຫວເກັບກໍາຂໍ້ມູນແຫຼ່ງຂ່າວຕ່າງໆ ເພື່ອກໍາໃຫ້ໄດ້ບັນດາເປົ້າໝາຍຕ່າງໆ ເພື່ອລາຍງານພາກສ່ວນທີ່ກ່ຽວຂ້ອງ ແລະ ຫາວິທີແກ້ໄຂສະພາບການອາດຈະເກີດຂຶ້ນໃຫ້ທັນເວລາ ເຊິ່ງມັນສະແດງອອກ ຄື:

  • ເຂົ້າປ້ອງກັນ ຮອງລັດຖະມົນຕີ ກະຊວງ ປກສ ສສ ຫວຽດນາມ ພ້ອມດ້ວຍຄະນະ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
  • ປ້ອງກັນກອງປະຊຸມວຽກງານພະລາພິການ ປະຈຳປີ 2022, ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II, ກອງປະຊຸມແຜນການທົ່ວປະເທດ
  • ປ້ອງກັນກອງປະຊຸມສຸດຍອດ ຄະນະກໍາມະການແມ່ນໍ້າຂອງສາກົນ ຄັ້ງທີ IV
  • ປ້ອງກັນງານລ້ຽງຊົມເຊີຍຜົນສຳເລັດການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ

ປ້ອງກັນການນໍາພັກ-ລັດ, ກອງປະຊຸມລະດັບຊາດລະດັບສາກົນ, ວັນສໍາຄັນຕ່າງໆຂອງພັກ, ຂອງຊາດ, ຂອງກໍາລັງປ້ອງກັນຄວາມສະຫງົບ ແລະ ງານລ້ຽງ, ເຮືອນບຸນ, ງານດອງ, ງານສະນາປະນະກິດສົບ ແມ່ນຮັບປະກັນໄດ້ຄວາມສະຫງົບປອດໄພໄດ້ 100%.

ນອກຈາກນີ້, ພາຍໃນ 6 ເດືອນຜ່ານມາ, ນາຍ ແລະ ພົນຕຳຫຼວດ ຍັງໄດ້ອອກກວດກາລາດຕະເວນ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ, ສາມາດກັກຕົວຜູ້ຕ້ອງສົງໄສໄດ້ ຈຳນວນ 4 ຄົນ, ມີຢາເສບຕິດໄວ້ໃນຄອບຄອງ (ປະເພດຢາບ້າ) ຈຳນວນ 51,5 ເມັດ ແລະ ເຄື່ອງຂອງກາງຈຳນວນໜຶ່ງ. ທັງໝົດແມ່ນມອບໃຫ້ພາກສ່ວນກ່ຽວຂ້ອງ ນຳໄປດຳເນີນຄະດີຕາມລະບຽບກົດໝາຍ.

ສໍາລັບທິດທາງແຜນການວຽກງານຈຸດສຸມ ໃນ 6 ເດືອນທ້າຍປີ 2023, ຄະນະພັກ-ຄະນະກອງ ຈະສືບຕໍ່ເກັບກຳຂໍ້ມູນແຫຼ່ງຂ່າວພວກກຸ່ມຄົນບໍ່ດີທີ່ມີການເຄື່ອນໄຫວສ້າງຄວາມບໍ່ສະຫງົບໃນສັງຄົມ ແລະ ປະກົດການຫຍໍ້ທໍ້, ປຸ້ນຈີ້, ຊີງຊັບ, ຄາດຕະກຳ, ຄ້າຂາຍສິ່ງທີ່ຜິດກົດໝາຍ, ນັກເລງອັນຕະພານ ແລະ ກຸ່ມແກ້ງຂີ່ລົດກວນເມືອງ, ເພີ່ມທະວີເອົາໃຈໃສ່ວຽກງານເກັບກຳສະພາບກຸ່ມແກ້ງ ແຂ່ງລົດກວນເມືອງ ແລະ ກຸ່ມຄົນບໍ່ດີອື່ນໆ ເພື່ອຕອບໂຕ້, ສະກັດກັ້ນ, ແກ້ໄຂໃຫ້ທັນການ ແລະ ສຸມໃສ່ການເຮັດວຽກງານປະຈຳການ ກຽມພ້ອມແກ້ໄຂສະພາບການທີ່ອາດຈະເກີດຂື້ນ ຕະຫຼອດ 24 ຊົ່ວໂມງ, ເອົາໃຈໃສ່ເຮັດວຽກປ້ອງກັນກອງປະຊຸມຕ່າງໆ, ແຂກພາຍໃນ-ຕ່າງປະເທດ, ປ້ອງກັນການນໍາພັກ-ລັດ, ສຳນັກງານອົງການ, ທະນາຄານ, ບໍລິສັດ, ງານສະແດງ, ບຸນປະເພນີ, ບັນດາຫ້າງຮ້ານ ແລະ ວັດຖຸມີຄ່າ ຕາມການມອບໝາຍຂອງຂັ້ນເທິງ ໃຫ້ມີຄວາມປອດໄພ 100%.

ສັງລວມແລ້ວ, ຖ້າວ່າ ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບແຕ່ລະຂັ້ນ ມີສະຕິຕື່ນຕົວສູງ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ລົງເລີກໃກ້ຊິດຕິດແທດກັບ ຂະບວນການວຽກງານຕົວຈິງໃນກົມກອງຂອງຕົນ, ເຮັດວຽກຢ່າງມີຫົວຄິດປະດິດສ້າງ, ພາວະວິໄສ, ແທດເໝາະກັບສະພາບເງື່ອນໄຂຕົວຈິງ ແລະ ໝູນໃຊ້ທ່າແຮງຕົວຈິງທີ່ມີໃນກົມກອງຂອງຕົນ ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນສູງ ເຊື່ອວ່າຈະເຮັດໃຫ້ວຽກງານວິຊາສະເພາະຂອງກອງບັນຊາການ ປທ ບັນລຸເປົ້າໝາຍຕາມແຜນການທີ່ວາງໄວ້ ແລະ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພດີຂຶ້ນແນ່ນອນ.