ສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ກະຊວງ ປກສ ຈະສືບຕໍ່ນຳພາສະມາຊິກເອື້ອຍ-ນ້ອງແມ່ຍິງ ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງແມ່ຍິງລາວ ໃຫ້ຍົກສູງຄວາມເປັນແບບຢ່າງນໍາໜ້າ ໃນທຸກໆການເຄື່ອນໄຫວວຽກງານທີ່ໄດຮັບມອບໝາຍ, ແນໃສ່ເຮັດໃຫ້ການຈັດຕັ້ງສະຫະພັນແມ່ຍິງແຕ່ລະໜ່ວຍ ມີຄວາມໜັກແໜ້ນເຂັ້ມແຂງ, ຄະນະສະຫະພັນແມ່ຍິງ, ສະມາຊິກແມ່ຍິງ ມີຄວາມສາມາດໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິກອງປະຊຸມພັກແຕ່ລະຂັ້ນ, ຂອງສະຫະພັນແມ່ຍິງວາງອອກ ໃຫ້ບັນລຸຕາມເປົ້າໝາຍ ແລະ ມີປະສິດທິຜົນ.

ພັອ ນາງ ໄລທອງ ໄຊຍະສອນ ປະທານກວດກາ ສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ປກສ ໄດ້ລາຍງານຕໍ່ປະທານສະຫະພັນແມ່ຍິງ ກະຊວງ ປກສ ທີ່ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາ, ຊຸກຍູ້ການເຄື່ອນໄຫວວຽກງານ ຢູ່ສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ປກສ ໃຫ້ຮູ້ວ່າ:

ໃນຕໍ່ໜ້າ, ຄະນະສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ປກສ ຈະສຸມໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ສະມາຊິກແມ່ຍິງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ດ້ວຍຫຼາຍເນື້ອໃນຫຼາຍວິທີການ ເປັນຕົ້ນແມ່ນ ການເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍ, ມະຕິ, ຄຳສັ່ງແຜນການວຽກງານຂອງຂັ້ນເທິງ ຢ່າງເຂັ້ມງວດ, ເອົາໃຈໃສ່ໃນການຈັດຕັ້ງປະຕິບັດພາລະບົດບາດ, ໜ້າທີ່ ແລະ ກົດລະບຽບຂອງສະຫະພັນແມ່ຍິງ ວາງອອກ ໃຫ້ເຂັ້ມງວດ ແລະ ໃຫ້ໄດ້ຮັບໝາກຜົນດີ.

ສຶບຕໍ່ປັບປຸງແບບແຜນວິທີເຮັດວຽກ, ວິທີນຳພາ ໃຫ້ແທດເໝາະກັບສະພາບຕົວຈິງຂອງແຕ່ລະໜ່ວຍສະຫະພັນແມ່ຍິງ ໃຫ້ໄດ້ຮ່ວມຊີວິດເປັນປົກກະຕິ, ການປະຕິບັດຂໍ້ແຂ່ງຂັນ 3 ດີ ໃນແຕ່ລະໄລຍະການປະຕິບັດນະໂຍບາຍ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ແລະ ສືບຕໍ່ເອົາໃຈໃສ່ວຽກງານປົກປ້ອງສິດແມ່ຍິງ ແລະ ເດັກນ້ອຍ ໃນການຄົ້ນຄວ້າປຶກສາຫາລືປະກອບຄຳຄິດເຫັນໃນການສ້າງ, ປັບປຸງກົງຈັກການຈັດຕັ້ງພັກ, ຕຳແໜ່ງລັດ, ການຍ້ອງຍໍ, ເລື່ອນຊັ້ນ ແລະ ການປະຕິບັດນະໂຍບາຍຕໍ່ພະນັກງານເພດຍິງ (ສິດສະເໝີພາບຍິງ-ຊາຍ).

ສືບຕໍ່ປຸກລະດົມສະມາຊິກແມ່ຍິງ ແຕ່ລະຂົງເຂດວຽກງານ ພາຍໃນກົມໃຫຍ່ການເມືອງ ປກສ, ຕັ້ງໜ້າປະຕິບັດໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນ ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານ, ວຽກງານນະໂຍບາຍ ແລະ ອື່ນໆ; ນອກນັ້ນ, ຍັງໄດ້ເອົາໃຈໃສ່ເຂົ້າຮ່ວມຂະບວນການຕ່າງໆ ເພື່ອຮັບຕ້ອນວັນສໍາຄັນຂອງຊາດ, ຂອງພັກ ດ້ວຍການແຂ່ງຂັນທາງດ້ານວິຊາສະເພາະ, ການແຂ່ງຂັນກິລາ, ສິລະປະວັນນະຄະດີ, ການອອກແຮງງານອະນາໄມ ເເລະ ອື່ນໆ ໃຫ້ເປັນບັນຍາກາດຟົດຟື້ນ.

ໃນ 1 ປີຜ່ານມາ, ຕະຫຼອດໄລຍະການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງໃຫ້ມີຄວາມສະຫງົບອຸ່ນອຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິຕື່ນຕົວປະຕິບັດແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ມີຄວາມຫ້າວຫັນຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງ, ຮັກສາ ແລະ ເສີມຂະຫຍາຍທາດແທ້ມູນເຊື້ອຂອງກໍາລັງ ປກສ ແລະ ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ.

ນອກນັ້ນ, ສະຫະພັນແມ່ຍິງແຕ່ລະໜ່ວຍ ຍັງໄດ້ເຜີຍແຜ່ຂໍ້ແຂ່ງຂັນ 3 ດີ ໃຫ້ແກ່ສະມາຊິກຂອງຕົນພາຍໃນໜ່ວຍ ເຮັດໃຫ້ສະມາຊິກມີຄວາມເຂົ້າໃຈໃນການປະຕິບັດມະຕິ, ຄຳສັ່ງຕ່າງໆ ແລະ ນຳພາດຳເນີນຊີວິດການເມືອງ ສຳຫຼວດກວດກາຕຳນິສົ່ງຂ່າວເຊິ່ງກັນແລະກັນ ເພື່ອພ້ອມກັນກ້າວໜ້າໃນການປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈຳປີ 2023.

ໄດ້ຕີລາຄາສະພາບແນວຄິດຂອງສະມາຊິກແມ່ຍິງ ແລະ ແມ່ຍິງ ໃນຄວາມຮັບຜິດຊອບຂອງຕົນ ໃນ 1 ປີຜ່ານມາ ແມ່ນມີຄວາມສະຫງົບດີ, ມີແນວຄິດຫ້າວຫັນເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ຢ່າງຕັ້ງໜ້າ, ປະກອບສ່ວນໃນທຸກຂົງເຂດວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້ ຢ່າງມີຜົນສຳເລັດ.

ການປະຕິບັດຂໍ້ແຂ່ງຂັນ 3 ດີ, ຄະນະສະຫະພັນແມ່ຍິງ ກົມໃຫຍ່ການເມືອງ ປກສ ໄດ້ນໍາພາເຊື່ອມຊຶມເນື້ອໃນຄຳຂວັນ ແລະ ຂໍ້ແຂ່ງຂັນ 3 ດີ, ປຸກລະດົມສະມາຊິກແມ່ຍິງ ເຂົ້າຮ່ວມການປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ກໍຄື ຂອງອົງການຈັດຕັ້ງມະຫາຊົນ ແລະ ກົມກອງວາງອອກ ເປັນຕົ້ນແມ່ນ ການຄັດເລືອກປະເພດ 3 ດີ ປະຈຳປີ 2023, ໜ່ວຍ 3 ດີ ປະເພດ I ມີ 16 ໜ່ວຍ, ສັງລວມການສ້າງແມ່ຍິງ 3 ດີ ປະເພດ I ໃນ 1 ປີຜ່ານມາ ສາມາດຕີເປັນເປີເຊັນໄດ້ 95,4%.