ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ໃຫ້ທິດຊີ້ນໍາ 7 ຂໍ້ ຕໍ່ຜູ້ທີ່ໄດ້ຮັບການປະກາດແຕ່ງຕັ້ງຕຳແໜ່ງໃໝ່ ແລະ ໄດ້ຮັບການມອບໝາຍໜ້າທີ່ໃໝ່ ເພື່ອເຮັດໃຫ້ການປັບປຸງການຈັດຕັ້ງ ມີຄວາມເຂັ້ມແຂງ, ມີປະສິດທິພາບ, ມີຄຸນນະພາບ, ຮັກສາໄດ້ທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກໍາລັງ ປກສ ທັງຮັບປະກັນແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດທີ່ພັກກຳນົດ.

ທິດຊີ້ນໍາດັ່ງກ່າວນີ້ ມີຂຶ້ນໃນໂອກາດທີ່ ພົຕ ວັນທອງ ກອງມະນີ ເຂົ້າຮ່ວມພິທີປະກາດປັບປຸງກົງຈັກການຈັດຕັ້ງຂັ້ນກົມ ແລະ ຂັ້ນພະແນກ ອ້ອມຂ້າງ ກົມໃຫຍ່ການເມືອງ ກະຊວງ ປກສ ຈັດຂຶ້ນໃນເມື່ອບໍ່ດົນມານີ້, ເຊິ່ງທ່ານໄດ້ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ, ກົມກອງ, ຫ້ອງ, ພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງທີ່ເຂົ້າຮ່ວມ ໂດຍສະເພາະຜູ້ທີ່ໄດ້ຮັບການປະກາດແຕ່ງຕັ້ງໜ້າທີ່ໃໝ່ໃນຄັ້ງນີ້ ຕ້ອງໄດ້ເອົາໃຈໃສ່ດັ່ງຕໍ່ໄປນີ້:

1. ຕັ້ງໜ້າເຊື່ອມຊຶມ ບັນດາທິດສະດີມາກ-ເລນິນ, ແນວທາງຂອງພັກ, ແນວຄິດ ປະທານ ໄກສອນ ພົມວິຫານ, ບັນດາມະຕິຂອງພັກ ໃນແຕ່ລະໄລຍະ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ເພື່ອນຳມາຈັດຕັ້ງຜັນຂະຫຍາຍຢ່າງປະດິດສ້າງ ເຂົ້າໃນຂົງເຂດວຽກງານຂອງຕົນຮັບຜິດຊອບ ໃຫ້ມີຜົນສໍາເລັດ.

2. ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮູ້ໄດ້ມູນເຊື້ອຂອງພັກ, ຂອງຊາດ, ຂອງບັນພະບູລຸດ, ມີຈິດໃຈຮັກຊາດ-ຮັກລະບອບໃໝ່, ມີຄວາມຕື່ນຕົວທາງດ້ານການເມືອງສູງ, ເປັນພົນລະເມືອງດີຂອງຊາດ, ມີຄວາມສາມັກຄີເອື້ອເຟື້ອເພື່ອແຜ່ຊ່ວຍເຫຼືອກັນ, ມີຄວາມກະຕັນຍູຮູ້ບຸນຄຸນ, ສຸພາບຮຽບຮ້ອຍ, ຊື່ສັດ, ປະຢັດ, ດຸໝັ່ນ, ອາດຫານ, ອົດທົນ, ມີຄວາມຫ້າວຫັນ ໃນການຄົ້ນຄິດປະດິດສ້າງ ແລະ ສະແຫວງຫາຄວາມກ້າວໜ້າ ທາງດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ພູມປັນຍາແຫ່ງຍຸກສະໄໝ.

3. ປັບປຸງ, ກໍ່ສ້າງການຈັດຕັ້ງ ກໍາລັງຂອງຕົນ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ແທດເໝາະກັບໜ້າທີ່ການເມືອງ ພາຍໃຕ້ການນໍາພາຂອງພັກຢ່າງແທ້ຈິງ ຕິດພັນກັບ ການປັບປຸງເນື້ອໃນການເຄື່ອນໄຫວ ໃນແຕ່ລະໄລຍະ, ສົ່ງເສີມຕົວແບບທີ່ດີເດັ່ນ, ຜູ້ມີພອນສະຫວັນ, ມີຫົວຄິດປະດິດສ້າງ, ມີຄວາມກ້າຫານ, ມີຄວາມເສຍສະຫຼະເພື່ອສ່ວນລວມ, ເຕົ້າໂຮມກຳລັງແຮງຂອງມະຫາຊົນ ເຂົ້າຮ່ວມຂະບວນການແຂ່ງຂັນຢ່າງກວ້າງຂວາງ ແລະ ກາຍເປັນຂະບວນການທີ່ແທ້ຈິງ ຢ່າງຟົດຟື້ນ ແລະ ຕໍ່ເນື່ອງ, ອອກແຮງຕ້ານປະກົດການຫຍໍ້ທໍ້ ໃນການຈັດຕັ້ງ ກໍຄື ຢູ່ໃນສັງຄົມ, ລວມທັງເຂົ້າຮ່ວມການຕິດຕາມ, ກວດກາການປະຕິບັດແນວທາງນະໂຍບາຍກົດໝາຍ ແລະ ລະບຽບຂອງລັດ.

4. ປັດຈຸບັນ, ໂລກໄດ້ພັດທະນາແບບກ້າວກະໂດດ. ດັ່ງນັ້ນ, ຕ້ອງນຳພານາຍ ແລະ ພົນຕໍາຫຼວດຂອງຕົນ ບຸກເຂົ້າໃສ່ການຄົ້ນຄວ້າຮ່ຳຮຽນຝຶກຝົນຫຼໍ່ຫຼອມພັດທະນາຕົນເອງ ຢ່າງຕໍ່ເນື່ອງ ລວມທັງຕື່ນຕົວຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງ, ເຊິ່ງວິທະຍາສາດ-ເຕັກໂນໂລຊີທີ່ທັນສະໄໝ ປັດຈຸບັນມັນເອື້ອອຳນວຍໃຫ້ສະດວກໃນການຄົ້ນຄວ້າຮ່ຳຮຽນ ແລະ ຫາຄວາມຮູ້ມາພັດທະນາຕົນເອງ ກໍຄື ການຈັດຕັ້ງ.

5. ຕ້ອງຍົກສູງຄວາມຮັບຜິດຊອບທາງການເມືອງ, ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ, ຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ, ເອົາໃຈໃສ່ລົງໃກ້ຊິດຕິດແທດກັບມະຫາຊົນ, ປຸກລະດົມຂະບວນການຕ່າງໆ ໃຫ້ຟົດຟື້ນເຂັ້ມແຂງ, ນຳຜົນປະໂຫຍດ ຕົວຈິງມາສູ່ປະເທດຊາດ, ເຮັດວຽກງານຢ່າງມີຈິດໃຈຟົດຟື້ນປະຕິວັດ ແລະ ມີຄວາມເປັນມືອາຊີບ.

6. ຕ້ອງເອົາໃຈໃສ່ສຸດຂີດ ໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ, ຂອງກຳລັງ ປກສ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສໍາເລັດໜ້າທີ່ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້, ປະກອບສ່ວນຢ່າງກົມກຽວ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຢ່າງໜັກແໜ້ນ.

7. ນຳພາອອກແຮງງານແຂ່ງຂັນສ້າງຂະບວນການຕ່າງໆ ໃຫ້ມີຄວາມຟົດຟື້ນ, ຫ້າວຫັນ, ມີເນື້ອໃນ ຕິດພັນກັບ ການສຶກສາອົບຮົມ ໂດຍການສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ, ພັດທະນາວຽກງານ 3 ສ້າງຂອງພັກ, ຂະບວນການຜັນຂະຫຍາຍບັນດາແຜນງານ, ໂຄງການຂອງກະຊວງ ພ້ອມທັງມີຮູບການທີ່ປະດິດສ້າງ, ສາມາດດຶງດູດເອົາມະຫາຊົນ ເຂົ້າຮ່ວມຢ່າງກວ້າງຂວາງ, ແນໃສ່ຝຶກຝົນຫຼໍ່ຫຼອມໃນຂະບວນການຕົວຈິງ ກາຍເປັນກຳລັງແຮງພື້ນຖານ ທີ່ມີຄຸນນະພາບຂອງການພັດທະນາກໍ່ສ້າງກໍາລັງ, ພັດທະນາປະເທດຊາດ ແລະ ເປັນຜູ້ສືບທອດພາລະກິດປະຕິວັດ ໃນສະເພາະໜ້າ ແລະ ຍາວນານ.

ໂດຍລວມແລ້ວ, ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາ, ກົມກອງ, ຫ້ອງ, ພະແນກ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໂດຍສະເພາະຜູ້ທີ່ໄດ້ຮັບການປະກາດແຕ່ງຕັ້ງໜ້າທີ່ໃນຄັ້ງນີ້ ຈະມີຄວາມສໍາເລັດ ແລະ ເກີດດອກອອກຜົນເປັນຈິງນັ້ນ ແມ່ນມີຄວາມຮຽກຮ້ອງໃຫ້ທຸກສະຫາຍ ນໍາເອົາທິດຊີ້ນໍາດັ່ງກ່າວນີ້ ໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເພື່ອແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ການເມືອງອັນໃໝ່ທີ່ມີກຽດນີ້ ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.

(ໂດຍ: ແກ້ວ)