ໃນບົດລາຍງານ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ກາງສະໄໝ 2 ປີເຄິ່ງ ແລະ ທິດທາງແຜນວຽກຈຸດສຸມ 2 ປີເຄິ່ງ ທ້າຍສະໄໝ ຂອງແຜນ 5 ປີ ຄັ້ງທີ IX (2021-2025) ຕໍ່ກອງປະຊຸມສະພາປະຊາຊົນແຂວງ ສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ 2, ສະເໜີໂດຍ ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ໄດ້ຍົກໃຫ້ເຫັນເຖິງການນໍາພາ-ຊີ້ນໍາຂອງ ອົງຄະນະພັກແຂວງ ກໍຄື ອົງການປົກຄອງທ້ອງຖິ່ນ, ເຖິງວ່າໃນໄລຍະຜ່ານມາ ຈະພົບຄວາມຫຍຸ້ງຍາກຕ່າງໆນາໆປະການກໍຕາມ ແຕ່ກໍສາມາດຜ່ານຜ່າບັນຫາອຸປະສັກດັ່ງກ່າວ ແລະ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະ ການຜະລິດສິນຄ້າສົ່ງອອກ ແລະ ນໍາເຂົ້າບາງລາຍການ ແມ່ນລື່ນແຜນການທີ່ກໍານົດໄວ້.

+ ສະຫາຍ ເຫຼັກໄຫຼ ສີວິໄລ ໃຫ້ຮູ້ວ່າ:

ການສົ່ງອອກສິນຄ້າ ສາມາດບັນລຸໄດ້ 274,34 ລ້ານໂດລາ, ທຽບໃສ່ແຜນການ 5 ປີ ປະຕິບັດໄດ້ 140,14% ເກີນແຜນ 40,14%; ສິນຄ້າສົ່ງອອກສ່ວນໃຫຍ່ແມ່ນ ກະແສໄຟຟ້າ, ຖ່ານຫີນ, ມັນຕົ້ນແຫ້ງ, ແປ້ງມັນຕົ້ນ, ກາເຟ, ຢາງພາລາ, ພືດຜັກ, ໂສມດິບ ແລະ ສັດລ້ຽງຈໍານວນໜຶ່ງ.

ການນໍາເຂົ້າຢູ່ໃນລະດັບ 146,91 ລ້ານໂດລາ, ທຽບໃສ່ແຜນ 5 ປີ ປະຕິບັດໄດ້ 97,86%; ການນໍາເຂົ້າສ່ວນໃຫຍ່ແມ່ນ ວັດສະດຸການກໍ່ສ້າງ, ນໍ້າມັນເຊື້ອໄຟ ແລະ ເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ. ໄລຍະ 2 ປີເຄິ່ງ ແຂວງເກີນດຸນ 127,43 ລ້ານໂດລາ.

ສໍາລັບການຜະລິດກະສິກໍາ: ໃນໄລຍະ 2 ປີເຄິ່ງຜ່ານມາ, ແຂວງເຊກອງ ສາມາດສ້າງຜະລິດຕະພັນໃນຂະແໜງກະສິກໍາ ໄດ້ເພີ່ມຂຶ້ນ ໃນແຕ່ລະປີ ເປັນຕົ້ນ: ສາມາດຜະລິດເຂົ້າໄດ້ທັງໝົດ ຈໍານວນ 89.721 ໂຕນ, ມັນຕົ້ນດິບ 516.869 ໂຕນ, ແປ້ງມັນຕົ້ນ 60 ພັນກວ່າໂຕນ, ຢາງພາລາ 13.420 ກວ່າໂຕນ, ກາເຟ 64.411 ໂຕນ, ປູກໂສມໄດ້ຫຼາຍຮ້ອຍໂຕນ, ປູກພືດເປັນສິນຄ້າໄດ້ 728.923 ໂຕນ (ລວມມີຜັກກະລໍ່າປີ, ຜັກກາດຫໍ່, ພືດຜັກອື່ນ) ແລະ ປູກພືດສະບຽບອາຫານ 77.384 ໂຕນ.

ການລ້ຽງສັດ ແລະ ການປະມົງ: ສາມາດສະໜອງຊີ້ນ, ປາ ແລະ ໄຂ່ ໄດ້ທັງໝົດ 14.911,64 ໂຕນ. ອັນທີ່ພົ້ນເດັ່ນ: ໄດ້ຊຸກຍູ້ສົ່ງເສີມການລ້ຽງສັດເປັນຟາມ ເຊັ່ນ: ຟາມລ້ຽງເປັດ, ໄກ່, ໝູ, ພິເສດມີຟາມລ້ຽງງົວພັນນົມ, ງົວພັນຊີ້ນ ຢູ່ເມືອງດາກຈຶງ ກໍາລັງລິເລີ່ມຈັດຕັ້ງປະຕິບັດ, ສາມາດຕອບສະໜອງແກ່ຜູ້ບໍລິໂພກພາຍໃນໄດ້ 60% ໃນ 2 ປີເຄິ່ງ ແລະ ສົ່ງອອກຕ່າງແຂວງ, ຕ່າງປະເທດຈໍານວນໜຶ່ງ.

ດ້ານອຸດສາຫະກໍາ, ພະລັງງານ ແລະ ບໍ່ແຮ່: ທົ່ວແຂວງເຊກອງ ມີແຫຼ່ງຜະລິດພະລັງງານໄຟຟ້າທີ່ດໍາເນີນການຜະລິດແລ້ວ 3 ແຫ່ງ ຄື: ເຂື່ອນໄຟຟ້າ ຫ້ວຍລໍາພັນໃຫຍ່ ກໍາລັງຕິດຕັ້ງ 88 ເມກາວັດ, ເຂື່ອນໄຟຟ້າ ຫ້ວຍລໍາພັນຕອນລຸ່ມ ກໍາລັງຕິດຕັ້ງ 15 ເມກາວັດ ແລະ ເຂື່ອນໄຟຟ້າ ເຊຂະໝານ 3 ກໍາລັງຕິດຕັ້ງ 250 ເມກາວັດ.

ໂຄງການກໍ່ສ້າງເຂື່ອນໄຟຟ້າ ກໍາລັງກໍ່ສ້າງໃກ້ຈະສໍາເລັດແລ້ວ ມີ 2 ເຂື່ອນ ຄື: ເຂື່ອນໄຟຟ້າ ນໍ້າອີມູນ ກໍາລັງຕິດຕັ້ງ 130 ເມກາວັດ ສໍາເລັດແລ້ວ 98% ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າ ຫ້ວຍລະແງ ກໍາລັງຕິດຕັ້ງ 60 ເມກາວັດ ສໍາເລັດແລ້ວ 90%, ສາມາດມອບພັນທະໃຫ້ລັດ ໄດ້ທັງໝົດປະມານໄດ້ຫຼາຍສິບຕື້ກີບ.

ການຜະລິດແຮ່ທາດ ເພື່ອສົ່ງອອກ ມີຄື: ໂຄງການຂຸດຄົ້ນແຮ່ຖ່ານຫີນຂອງ ບໍລິສັດ ພອນສັກ ປະຕິບັດການຂຸດຄົ້ນໄດ້ທັງໝົດ 4,24 ລ້ານໂຕນ, ຈໍາໜ່າຍຖ່ານຫີນໄດ້ 3,06 ລ້ານໂຕນ, ມູນຄ່າ 153,33 ລ້ານໂດລາ, ມອບພັນທະໃຫ້ແກ່ລັດໄດ້ທັງໝົດ 10,73 ລ້ານໂດລາ.

ໂຄງການຂຸດຄົ້ນແຮ່ຄໍາ ລາວກະລຶມ ມີກໍາລັງຂຸດຄົ້ນ 22.652 m3; ມີກໍາລັງການຜະລິດ 16,03 ກາຼມ, ມອບພັນທະແກ່ລັດ 17%; ໂຄງການຂຸດຄົ້ນຫີນພູ ເພື່ອຮັບໃຊ້ການກໍ່ສ້າງ 28.037 m3, ມູນຄ່າ 3,36 ຕື້ກີບ, ມອບພັນທະແກ່ລັດ ມູນຄ່າ 616,81 ລ້ານກີບ.

ໂຮງງານຜະລິດອຸດສາຫະກໍາ ຂະໜາດນ້ອຍ ແລະ ຂະໜາດກາງ ຄື: ໂຮງງານຜະລິດແປ້ງມັນຕົ້ນ, ໂຮງສີເຂົ້າ, ໂຮງງານປຸງແຕ່ງກາເຟ, ໂຮງງານຄົບຫີນ, ໂຮງງານປຸງແຕ່ງໄມ້ (ກາງ), ໂຮງງານເຟີນີເຈີ, ໂຮງງານຖ່ານຂາວ, ໂຮງງານຫັດຖະກໍາແຜ່ນແພ, ຫັດຖະກຳຈັກສານ, ໂຮງງານສັງກະສີ, ໂຮງງານຜະລິດເຫຼົ້າ, ໂຮງງານຜະລິດດິນຈີ່ ແລະ ດິນບ໋ອກ, ໂຮງງານຜະລິດນໍ້າດື່ມ, ໂຮງງານຜະລິດນໍ້າກ້ອນອະນາໄມ, ໂຮງງານຜະລິດເສັ້ນເຂົ້າປຸ້ນ, ໂຮງງານຜະລິດເຂົ້າໜົມ ແລະ ອື່ນໆ, ໃນ 2 ປີເຄິ່ງ ສາມາດຜະລິດ ແລະ ຈໍາໜ່າຍໄດ້ທັງໝົດມູນຄ່າ 660,14 ຕື້ກີບ.

ສະຫາຍ ເຫຼັກໄຫຼ ສີວິໄລ ກ່າວຕື່ມວ່າ: ແຕ່ນີ້ຮອດປີ 2025, ແຂວງເຊກອງ ຈະສູ້ຊົນຜະລິດສິນຄ້າສົ່ງອອກໃຫ້ບັນລຸໄດ້ 125,75 ລ້ານໂດລາ, ຈະຄຸ້ມຄອງການນໍາເຂົ້າໃຫ້ຢູ່ໃນລະດັບ 80,18 ລ້ານໂດລາ, ເຮັດໃຫ້ເກີນດຸນການຄ້າ ຢູ່ໃນລະດັບ 45,57 ລ້ານໂດລາ.