ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເປັນໜຶ່ງໃນບັນດາວຽກງານບູລິມະສິດຂອງລັດຖະບານ ເພື່ອຮັບປະກັນໃຫ້ແກ່ການຍົກບົດບາດຍິງ-ຊາຍ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ໃຫ້ເທົ່າທຽມກັນໃນສັງຄົມ.

ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ນຳເອົາວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເປັນວຽກງານໜຶ່ງບັນຈຸເຂົ້າໃນແຜນການຈັດຕັ້ງປະຕິບັດ ເພື່ອຜັນຂະຫຍາຍວຽກງານດັ່ງກ່າວ ດຳເນີນໄປຢ່າງມີປະສິດທິພາບສູງ, ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຂອງ ຄະນະພັກ-ຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ.

ຄະນະຮັບຜິດຊອບ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຄື່ອນໄຫວວຽກງານ ທັງໃນນາມຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ໃນນາມຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງ ປກສ ໂດຍໄດ້ມີການແຕ່ງຕັ້ງນາຍ ແລະ ພົນຕຳຫຼວດຂັ້ນຕ່າງໆ ຮັບຜິດຊອບລະອຽດ; ເຊິ່ງຄະນະຮັບຜິດຊອບດັ່ງກ່າວ ມີໜ້າທີ່ເປັນ ເສນາທິການ ໃຫ້ແກ່ ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນການສ້າງນິຕິກຳ, ນະໂຍບາຍ, ແຜນຍຸດທະສາດ ເພື່ອເອື້ອອຳນວຍໃຫ້ແກ່ກຳລັງຕຳຫຼວດເພດຍິງ.

ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ເຮັດໃຫ້ຄວາມສະເໝີພາບລະຫວ່າງຍິງ-ຊາຍເພີ່ມຂຶ້ນ, ການຈໍາແນກ ຫຼື ກີດກັ້ນການປະກອບສ່ວນຂອງແມ່ຍິງ ໃນທຸກຂົງເຂດວຽກງານວິຊາສະເພາະ ມີທ່າອ່ຽງຫຼຸດລົງ, ແມ່ຍິງໄດ້ຮັບການຊັບຊ້ອນໃນຕໍາແໜ່ງທີ່ສູງຂຶ້ນ, ໄດ້ຮັບການຍົກລະດັບທາງດ້ານວິຊາສະເພາະ, ທິດສະດີການເມືອງ ແລະ ອື່ນໆຫຼາຍຂຶ້ນ.

ໂດຍອີງຕາມບົດສະຫຼຸບ ການເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ກະຊວງປ້ອງກັນຄວາມສະຫງົບ ສົກປີ 2022-2023 ແລະ ທິດທາງແຜນການ ປີ 2024-2025 ໄດ້ຍົກໃຫ້ເປັນກ່ຽວກັບ ມາດຕະການເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂອງກະຊວງ ປກສ ໃຫ້ບັນດາພາກສ່ວນກ່ຽວຂ້ອງ ນຳໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ ດັ່ງນີ້:

– ຄະນະພັກ-ຄະນະບັນຊາທຸກຂັ້ນ ຕ້ອງເປັນເຈົ້າການຈັດຕັ້ງເຜີຍແຜ່ນະໂຍບາຍ, ນິຕິກຳ ທີ່ພົວພັນເຖິງຄວາມກ້າວໜ້າຂອງແມ່ຍິງ, ສິດສະເໝີພາບຍິງ-ຊາຍ ແລະ ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ແລະ ກົດໝາຍ ວ່າດ້ວຍ ຄວາມສະເໝີພາບຍິງ-ຊາຍ ໃຫ້ທົ່ວເຖິງ.

– ຄະນະພັກ-ຄະນະບັນຊາ ຂອງກໍາລັງປ້ອງກັນຄວາມສະຫງົບ ຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ ຕ້ອງເອົາໃຈໃສ່ ແລະ ຕ້ອງເປັນເຈົ້າການຫັນເອົາບົດບາດຍິງ-ຊາຍ ເຊື່ອມເຂົ້າໃນວຽກງານຈັດຕັ້ງ, ນະໂຍບາຍຂອງກໍາລັງປ້ອງກັນຄວາມສະຫງົບ ໃຫ້ຖືກຕ້ອງ ແລະ ສຶກສາຄົ້ນຄວ້າ ເພື່ອແກ້ໄຂບັນດາປັດໄຈທີ່ເປັນອຸປະສັກຕໍ່ຄວາມກ້າວໜ້າຂອງແມ່ຍິງ ເປັນຕົ້ນແມ່ນ ການໄດ້ຮັບຕໍາແໜ່ງ, ການໄປຍົກລະດັບທິດສະດີການເມືອງ ແລະ ວິຊາສະເພາະຂອງກຳລັງປ້ອງກັນຄວາມສະຫງົບ.

– ຄະນະພັກ-ຄະນະບັນຊາແຕ່ລະກົມ, ກອງ ຕ້ອງຂຶ້ນແຜນງົບປະມານ, ວັດຖຸອຸປະກອນ ແລະ ບຸກຄະລາກອນທີ່ຈຳເປັນ ເພື່ອເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນກົມ, ກອງຂອງຕົນ ຕາມຄວາມເໝາະສົມ.

– ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແຕ່ລະຂັ້ນ ຕ້ອງເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ, ຮັບຮູ້, ເຂົ້າໃຈກ່ຽວກັບໜ້າທີ່, ພາລະບົດບາດ, ຍົກສູງຄວາມຮັບຜິດຊອບ ໃນການປະສານສົມທົບກັບກົງຈັກຊ່ວຍວຽກ ຂອງຄະນະກຳມາທິການຂັ້ນກະຊວງ ເພື່ອຕິດຕາມ, ກວດກາ, ສະໜອງຂໍ້ມູນສະຖິຕິແຍກເພດ, ສະຫຼຸບສັງລວມປະເມີນວຽກງານດັ່ງກ່າວ ໃນແຕ່ໄລຍະ ໃຫ້ປົກກະຕິ; ກົງຈັກຊ່ວຍວຽກ ຂອງຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂັ້ນກະຊວງ ຈະຕ້ອງເປັນເຈົ້າການໃນການເກັບກຳຂໍ້ມູນ ແລະ ເປັນເສນາທິການ ຊ່ວຍຄະນະກຳມາທິການ ເພື່ອຄົ້ນຄວ້າສ້າງແຜນການ, ແຜນງານ ແລະ ເອກະສານຕ່າງໆ.

– ເປັນເຈົ້າການໃນການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ກັບຫ້ອງການຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ໃນການສ້າງແຜນການຈັດກອງປະຊຸມສຳມະນາ ເຜີຍແຜ່ບັນດານະໂຍບາຍ, ນິຕິກຳ ແລະ ສົນທິສັນຍາສາກົນ ທີ່ພົວພັນເຖິງການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃຫ້ພາກສ່ວນກ່ຽວຂ້ອງໃນກຳລັງປ້ອງກັນຄວາມສະຫງົບ ຢ່າງໜ້ອຍ 2 ຄັ້ງຕໍ່ປີ. ພ້ອມກັນນັ້ນ, ກໍຕ້ອງໄດ້ສະຫຼຸບຕີລາຄາ ແລະ ລາຍງານຜົນຂອງກອງປະຊຸມສໍາມະນາແຕ່ລະຄັ້ງ ໃຫ້ຂັ້ນເທິງຊາບໃນເວລາອັນຄວນ.

– ກົງຈັກຊ່ວຍວຽກ ຂອງຄະນະກໍາມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແຕ່ລະຂັ້ນ ຈະຕ້ອງໄດ້ສ້າງກົນໄກໃນການຕິດຕາມ, ກວດກາ ແລະ ປະເມີນຜົນວຽກງານດັ່ງກ່າວ ແລ້ວລາຍງານຄະນະກຳມາທິການໃນຂັ້ນຂອງຕົນ ໃຫ້ເປັນປົກກະຕິ.

ໂດຍລວມແລ້ວ, ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ຂອງກະຊວງ ປກສ ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ບັນດາພາກສ່ວນກ່ຽວຂ້ອງ ຕ້ອງໄດ້ເອົາໃຈໃສ່ເຊື່ອມຊຶມກຳແໜ້ນບັນດາມາດຕະການດັ່ງກ່າວ ໂດຍສະເພາະແມ່ນມີການຈັດຕັ້ງເຜີຍແຜ່ໃຫ້ພະນັກງານທີ່ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ຮັບຮູ້, ເຊື່ອມຊຶມ ແລະ ຮູ້ໄດ້ເຖິງຄວາມໝາຍສຳຄັນຂອງວຽກງານດັ່ງກ່າວ ໃນຖັນແຖວກຳລັງ ປກສ ເພື່ອພ້ອມກັນປະຕິບັດຢ່າງເປັນຮູບປະທຳ.

(ໂດຍ: ບຸນເຫຼືອ)