ຕະຫຼອດໄລຍະ 3 ປີຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງອາດສະພັງທອງ, ເມືອງອາດສະພອນ ແລະ ເມືອງພະລານໄຊ ໄດ້ສຸມກໍາລັງຢ່າງຕັ້ງໜ້າ ແລະ ຫ້າວຫັນ ເພື່ອພ້ອມກັນຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແລະ ບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງຕາມລໍາດັບ. ໃນນັ້ນ, ສາມາດຂຶ້ນບັນຊີເປົ້າໝາຍທີ່ພົວພັນ, ເສບ ແລະ ຄ້າຂາຍ ໄດ້ເປັນຈໍານວນຫຼາຍ ພ້ອມທັງກັກຕົວຜູ້ຖືກຫາ ມາສຶກສາອົບຮົມ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ໃນວັນທີ 5 ກັນຍາ 2023 ຜ່ານມາ, ກອງບັນຊາການ ປກສ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕະຫຼອດໄລຍະ 3 ປີ ເລີ່ມແຕ່ 2021- 2023 ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງ ທ່ານ ບຸນຖັນ ແສງດາລາ ເຈົ້າເມືອງອາດສະພັງທອງ, ມີ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

+ ພັທ ຄຳຜຸຍ ພັນດານຸວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງອາດສະພັງທອງ ກ່າວວ່າ:

ຕະຫຼອດໄລຍະຜ່ານມາ, ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຢູ່ບັນດາສໍານັກງານອົງການຕ່າງໆ ໄດ້ 10 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 1.062 ຄົນ, ປະເມີນໂຮງຮຽນປະຖົມ ແລະ ມັດທະຍົມ ປອດຢາເສບຕິດໄດ້ 67 ແຫ່ງ, ບ້ານປ້ອງກັນຄວາມສະຫງົບດີ ໃນທົ່ວເມືອງ ມີ 37 ບ້ານ ມີ 6.775 ຄອບຄົວ, ໂຄສະນາຜ່ານໂທລະໂຄ່ງຂອງບ້ານໄດ້ 21 ຄັ້ງ, ສ້າງບົດບັນທຶກສຶກສາອົບຮົມ ບັນດາເປົ້າໝາຍທີ່ມີການເຄື່ອນໄຫວຈຳໜ່າຍໃບກະທ່ອມ ແລະ ສ່ວນປະສົມນ້ຳກະທ່ອມໄດ້ 11 ຄັ້ງ ມີຈຳນວນ 20 ຮ້ານ.

ຂຶ້ນບັນຊີເປົ້າໝາຍມົ້ວສຸມ ແລະ ພົວພັນຢາເສບຕິດ ໄດ້ທັງໝົດ 1.265 ຄົນ ຍິງ 48 ຄົນ, ສຶກສາອົບຮົມເປົ້າໝາຍພົວພັນເສບຢາເສບຕິດໄດ້ 40 ບ້ານ ມີຈຳນວນ 1.229 ຄົນ ຍິງ 25 ຄົນ, ພ້ອມກັນແກ້ໄຂແຫຼ່ງມົ້ວສຸມໄດ້ 10 ຈຸດ. ໃນນັ້ນ, ສາມາດແກ້ໄຂບັນດາເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ 27 ເລື່ອງ, ກັກຕົວຜູ້ຖືກຫາ 31 ຄົນ ແລະ ຢຶດຂອງກາງຢາບ້າໄດ້ 62.590 ເມັດ, ລົດໃຫຍ່ 2 ຄັນ, ລົດຈັກ 6 ຄັນ.

ໃນວັນຕໍ່ມາ, ຢູ່ກອງບັນຊາການ ປກສ ເມືອງອາດສະພອນ ແຂວງສະຫວັນນະເຂດ ກໍໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕະຫຼອດໄລຍະ 3 ປີ (2021- 2023) ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງ ທ່ານ ສີວິໄລ ສີທຳມະວັນ ຮອງເຈົ້າເມືອງອາດສະພອນ ແລະ ພັອ ສັງທອງ ສີປະເສີດ ຮອງກອງບັນຊາການ ປກສ ແຂວງ.

ໃນໄລຍະ 3 ປີຜ່ານມາ, ເມືອງອາດສະພອນ ສາມາດຂຶ້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດ ໄດ້ທັງໝົດ 135 ຄົນ ຍິງ 7 ຄົນ, ຜູ້ຖືກຫາ ຈໍານວນ 35 ຄົນ ຍິງ 3 ຄົນ, ຄະດີຢາເສບຕິດ ຈຳນວນ 21 ຄົນ ຍິງ 2 ຄົນ, ຄອບຄົວຝາກດັດສ້າງ ທັງໝົດ 82 ຄົນ, ສຶກສາອົບຮົມຜູ້ຖືກຫາໄດ້ 33 ຄັ້ງ ມີ 131 ເທື່ອຄົນ, ເປົ້າໝາຍເສບຢາເສບຕິດ ທັງໝົດ 2.225 ຄົນ, ໄດ້ສຶກສາອົບຮົມແລ້ວ ຈໍານວນ 1.686 ຄົນ.

ພ້ອມນີ້, ຍັງສາມາດແກ້ໄຂຄະດີຢາເສບຕິດ ໄດ້ 11 ເລື່ອງ ກັກຕົວຜູ້ຖືກຫາໄດ້ 21 ຄົນ ຍິງ 2 ຄົນ, ຢຶດຂອງກາງຢາບ້າໄດ້ຈຳນວນ 20.323 ເມັດ, ກັນຊາແຫ້ງ 1 ແທ່ງ, ໂຄເຄນ 1 ຖົງນ້ອຍ, ຢາສູບໄຟຟ້າ 42 ອັນ, ໃບກະທ່ອມ 4 ໂລ, ນ້ຳກະທ້ອມ 3 ລິດ ແລະ ລົດຈັກ 10 ຄັນ.

ສໍາລັບ ກອງບັນຊາການ ປກສ ເມືອງພະລານໄຊ ແຂວງສະຫວັນນະເຂດ ກໍໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ຕະຫຼອດໄລຍະ 3 ປີ (2021- 2023) ແລະ ວາງທິດທາງແຜນການໃນຕໍ່ໜ້າ ເຊັ່ນດຽວກັນ, ໂດຍການເຂົ້າຮ່ວມຂອງ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ແລະ ພັທ ສົມໝາຍ ເຍົາວະລາດ ຫົວໜ້າກອງບັນຊາການ ປກສ ເມືອງພະລານໄຊ ໃຫ້ຮູ້ວ່າ:

ໃນ 3 ປີຜ່ານມາ, ເມືອງພະລານໄຊ ສາມາດແກ້ໄຂຄະດີຢາເສບຕິດໄດ້ທັງໝົດ 27 ເລື່ອງ, ກັກຕົວຜູ້ຖືກຫາ ຈໍານວນ 50 ຄົນ ຍິງ 2 ຄົນ ແລະ ຢຶດຂອງກາງຢາບ້າ 95.952 ເມັດ, ຢາໄອສ໌ 1 ຖົງ, ລົດຈັກ 21 ຄັນ ແລະ ໂທລະສັບ 14 ໜ່ວຍ.