ໃນໄລຍະຜ່ານມາ, ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ດ້ວຍການປະຕິບັດ 6 ວຽກຈຸດສຸມທີ່ຂັ້ນເທິງນໍາພາ-ຊີ້ນໍາ ຈົນສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 21 ເລື່ອງ.

ພັທ ຍຸງຄໍາ ສອນສິດຍະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງຄໍາ ກ່າວໃນກອງປະຊຸມສະຫຼຸບວຽກງານຈັດຕັ້ງ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ປີ 2021-2023 ແລະ ທິດທາງແຜນການແກ້ໄຂໃນຕໍ່ໜ້າຂອງ ກອງບັນຊາການ ປກສ ເມືອງວຽງຄໍາ ແຂວງວຽງຈັນ ວ່າ:

ໃນໄລຍະການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ກອງບັນຊາການ ປກສ ເມືອງວຽງຄໍາ ໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ວຽກຈຸດສຸມ ຄື: ຜ່ານມາ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເມືອງ ໄດ້ເອົາໃຈໃສ່ປັບປຸງກໍາລັງໃຫ້ທັນກັບສະພາບຕົວຈິງ ແຕ່ລະໄລຍະ ໂດຍໄດ້ຊັບຊ້ອນພະນັກງານເຂົ້າໃນຂົງເຂດວຽກງານສະກັດກັ້ນ ແລະ ແກ້ໄຂຢາເສບຕິດໃຫ້ພຽງພໍ ແລະ ສົ່ງພະນັກງານໄປຝຶກອົບຮົມ ເພື່ອໃຫ້ເຂົາເຈົ້າມີຄວາມຊຳນິຊຳນານ ແລະ ເປັນມືອາຊີບ.

ໄດ້ດຳເນີນວຽກງານສືບສວນຂັ້ນພື້ນຖານ ເພື່ອກຳແໜ້ນສະພາບ ແລະ ເປົ້າໝາຍທີ່ພົວພັນກັບສິ່ງເສບຕິດປະເພດຕ່າງໆ ລາຍນ້ອຍ 34 ເປົ້າໝາຍ, ກາງ 8 ເປົ້າໝາຍ; ໃນນີ້, ເປົ້າໝາຍເສບຢາບ້າ ມີຈໍານວນ 335 ຄົນ ຍິງ 8 ຄົນ, ສຶກສາອົບຮົມສ້າງບົດບັນທຶກແລ້ວ 335 ຄົນ ແລະ ບໍ່ທັນໄດ້ຮັບການແກ້ໄຂສຶກສາອົບຮົມ 36 ຄົນ ຍິງ 7 ຄົນ ເນື່ອງຈາກບໍ່ຢູ່ບ້ານ, ຜູ້ປົກຄອງຝາກດັດສ້າງ 21 ຄົນ.

ນັບແຕ່ການເລີ່ມຕົ້ນຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂ້ຢາເສບຕິດ, ມາຮອດປັດຈຸບັນ ສາມາດມ້າງຄະດີຢາເສບຕິດປະເພດຕ່າງໆ ໄດ້ 21 ເລຶ່ອງ; ໃນນີ້, ດື່ມນໍ້າກະທ້ອມ 12 ເລຶ່ອງ ມີຜູ້ຖືກຫາ 40 ຄົນ ຍິງ 6 ຄົນ, ຢຶດຂອງກາງຢາບ້າໄດ້ຈໍານວນ 13.348 ເມັດ, ອາວຸດດັດແປງ 7 ກະບອກ, ລູກປືນ AK 22 ລູກ, ລົດຈັກ 2 ຄັນ, ໃບກະທ້ອມ 15 ກິໂລກຼາມ ພ້ອມສ່ວນປະສົມຈໍານວນໜຶ່ງ, ຢາສູບໄຟຟ້າ 83 ກອກ ແລະ ອື່ນໆ.

ນອກຈາກນີ້, ກອງບັນຊາການ ປກສ ເມືອງວຽງຄໍາ ຍັງໄດ້ສຸມໃສ່ສ້າງຄວາມຮັບຮູ້ ດ້ວຍການສົມທົບກັບພາກສ່ວນກ່ຽວຂ້ອງ ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ໃຫ້ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດຂັ້ນເມືອງ ມີຜູ້ເຂົ້າຮ່ວມ 291 ຄົນ ຍິງ 124 ຕົນ, ລົງເຜີຍແຜ່ໃຫ້ນັກຮຽນຢູ່ໂຮງຮຽນ 18 ແຫ່ງ ມີຜູ້ເຂົ້າຮ່ວມທັງໝົດ 1.116 ຄົນ ຍິງ 630 ຄົນ ແລະ ປະຊາຊົນ 17 ບ້ານ ມີຜູ້ເຂົ້າຮ່ວມທັງໝົດ 898 ຄົນ ຍິງ 197 ຄົນ; ໃນນີ້, ມີຜູ້ຖືກເຄາະຮ້າຍ 335 ຄົນ ຍິງ 8 ຄົນ, ຜູ້ປົກຄອງເຂົ້ຮ່ວມ 256 ຄົນ ຍິງ 171 ຄົນ.

ຕິດຕັ້ງປ້າຍໂຄສະນາຕ້ານຢາເສບຕິດ ໄດ້ຈໍານວນ 2 ປ້າຍ, ສຸມໃສ່ຄົ້ນຄວ້າສະເໜີປັບປຸງກົດໝາຍ, ສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງກັບການແກ້ໄບັນຫາຢາເສບຕິດ, ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ໃນທົ່ວປະເທດ ເພື່ອຄົ້ນຄວ້າເພີ່ມເຕີມກ່ຽວກັບ ຄຳສັ່ງເລກທີ 006/ອອສ ລົງວັນທີ 30 ມີນາ 2023 ຂອງຫົວໜ້າອົງການໄອຍະການສູງສຸດ ກ່ຽວກັບການດຳເນີນຄະດີຕໍ່ການປູກ, ຜະລິດ, ປຸງແຕ່ງ, ຄ້າ-ຂາຍ, ຈຳໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນຳເຂົ້າ, ສົ່ງອອກ, ເສບພືດທີ່ໃຫ້ສານເສບຕິດ ເຊັ່ນ: ໃບກະທ້ອມ, ນໍ້າກະທ້ອມ ຫຼື ສານລະເຫີຍທີ່ມີສານເສບຕິດອື່ນ ເຊັ່ນ: ປູມເປົ້າອັດແກັສ, ສານໄນຕັດອ໋ອກຊາຍ, ຢາສູບໄຟຟ້າ ຊີຊ່າ ໂດຍໄດ້ຄົ້ນຄວ້າເພີ່ມເຕີມມາດຕະການໃນການດໍາເນີນຄະດີ ກໍຄື ມາດຕະການລົງໂທດ.

ເພື່ອຍົກລະດັບຂີດຄວາມສາມາດໃຫ້ແກ່ພະນັກງານ, ທະຫານ, ຕຳຫຼວດ ທີ່ມີຄວາມຮັບຜິດຊອບ ໃນການເຄື່ອນໄຫວເຮັດວຽກງານແກ້ໄຂບັນຫາຢາເສບຕິດ, ກອງບັນຊາການ ປກສ ເມືອງວຽງຄໍາ ໄດ້ສົ່ງພະນັກງານທີ່ມີຄວາມຮູ້-ຄວາມສາມາດ ເຂົ້າຮ່ວມໃນການສິດສອນແລກປ່ຽນບົດຮຽນ ກົດໝາຍ 45 ວັນ ໃຫ້ພະນັກງານອ້ອມຂ້າງເມືອງ ແລະ ຕາງໜ້າອົງການປົກຄອງບ້ານ; ໄປຄຽງຄູ່ກັນນີ້, ວຽກຈຸດສຸມອື່ນໆ ກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເພື່ອແກ້ໄຂບັນຫາຢາເສບຕິດພາຍໃນເມືອງວຽງຄຳ ໃຫ້ຄ່ອຍໆໝົດໄປເທື່ອລະກ້າວ.