ເຈົ້າໜ້າທີ່ປາບປາມການຟອກເງິນ ສິງກະໂປ ຈັບຜູ້ຕ້ອງສົງໄສຊາວຕ່າງຊາດ ໃນຄະດີຟອກເງິນ, ມີທັງຊາວຈີນ ແລະ ກຳປູເຈຍ ພ້ອມຢຶດຂອງກາງລວມມູນຄ່າ 1 ພັນກວ່າລ້ານໂດລາສິງກະໂປ.

ເມື່ອກາງເດືອນສິງຫາ ທີ່ຜ່ານມາ, ສຳນັກງານຕຳຫຼວດແຫ່ງຊາດ ສິງກະໂປ ອອກຖະແຫຼງການກ່ຽວກັບ ປະຕິບັດການກວດຄົ້ນສະຖານທີ່ຕ່າງໆຫຼາຍແຫ່ງ ໃນທົ່ວປະເທດ ຈົນສາມາດຈັບພວກຕ້ອງສົງໄສຊາວຕ່າງຊາດ ຈຳນວນ 10 ຄົນ ອາຍຸລະຫວ່າງ 31-44 ປີ; ໃນນັ້ນ, ມີທັງສັນຊາດຈີນ, ຕວັກກີ, ກຳປູເຈຍ, ໄຊປຣັດສ໌ ແລະ ເວເນຊູເອລາ.

ພ້ອມນີ້ ຍັງຢຶດຂອງກາງໄດ້ຈຳນວນຫຼາຍ ເຊັ່ນ: ລົດຍົນລາຄາແພງ ຈຳນວນ 50 ຄັນ, ຕຶກການຄ້າ 94 ແຫ່ງ, ຊັບສິນອື່ນໆ ແລະ ເງິນສົດ ພ້ອມກັບເອກະສານທີ່ກ່ຽວຂ້ອງກັບ ການຊື້-ຂາຍຊັບສິນອອນລາຍຫຼາຍລາຍການ ລວມມູນຄ່າທັງໝົດ 1 ພັນກວ່າລ້ານໂດລາສິງກະໂປ.

ໃນເບື້ອງຕົ້ນ, ເຈົ້າໜ້າທີ່ກ່ຽວຂ້ອງ ໃຫ້ຮູ້ວ່າ: ພວກກຸ່ມແກ້ງທັງໝົດນີ້ ແມ່ນສະມາຊິກຂອງເຄືອຂ່າຍອາຊະຍາກຳລະຫວ່າງປະເທດ ທີ່ດຳເນີນການດ້ວຍວິທີການຕົວະຍົວະຫຼອກລວງ ແລະ ການພະນັນອອນລາຍ.

ປັດຈຸບັນ, ທຸກໜ່ວຍງານທີ່ກ່ຽວຂ້ອງ ພວມຮ່ວມກັນເລັ່ງສືບສວນເພື່ອຂະຫຍາຍຜົນ, ໂດຍກົດໝາຍຂອງປະເທດສິງກະໂປ ລະບຸໂທດຕໍ່ຜູ້ທີ່ກະທຳຄວາມຜິດກ່ຽວກັບການຟອກເງິນ ແລະ ອາຊະຍາກຳອື່ນໆທີ່ກ່ຽວຂ້ອງ ແມ່ນຮັບໂທດຈຳຄຸກສູງສຸດ ເປັນເວລາ 10 ປີ.