ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ແມ່ນການສຸມທຸກກໍາລັງແຮງສັງລວມເຂົ້າໃສ່ ການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີ ໃຫ້ຫຼຸດລົງຢ່າງຈະແຈ້ງ ໃນກໍານົດເວລາທີ່ແນ່ນອນ; ໂດຍຖືເອົາການແກ້ໄຂບັນຫາດັ່ງກ່າວ ເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ກໍເປັນເມືອງໜຶ່ງທີ່ສຸມໃສ່ຈັດຕັ້ງປະຕິບັດ ວຽກງານວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ແມ່ນມີຜົນສໍາເລັດ.

ໃນວັນທີ 11 ກັນຍາ 2023, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເພື່ອຕີລາຄາຄືນໃນການຈັດຕັ້ງປະຕິບັດ ຕະຫຼອດໄລຍະຜ່ານມາ; ໂດຍມີ ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮ່ອນ ທັງເປັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ພັອ ຄໍາສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງການເມືອງ ປກສ ແຂວງໄຊຍະບູລີ, ພັທ ໄຊຄໍາ ຄອງຕີ ຫົວໜ້າກອງບັນຊາການ ປກສ ເມືອງຊຽງຮ່ອນ, ມີບັນດາຄະນະພັກ, ຄະນະບັນຊາ ຂອງແຂວງ-ຂອງເມືອງ, ແຂກຮັບເຊີນ ພ້ອມດ້ວຍພະນັກງານນັກຮົບພາຍໃນກົມກອງ ເຂົ້າຮ່ວມ.

+ ພັທ ໄຊຄໍາ ຄອງຕີ ໄດ້ລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ່ຜ່ານມາ ໃຫ້ຮູ້ວ່າ:

ທົ່ວເມືອງຊຽງຮ່ອນ ປະກອບມີ 43 ບ້ານ, ໄດ້ປະກາດບ້ານນາມມະຍົດ ເປັນບ້ານປອດຢາເສບຕິດ ມີ 37 ບ້ານ ເທົ່າກັບ 87,04%, ຍັງບໍ່ປອດຢາເສບຕິດ ມີ 6 ບ້ານ ເທົ່າ 13,95 % ແລະ ມີໂຮງຮຽນມັດທະຍົມສົມບູນປອດຢາເສບຕິດ 6 ແຫ່ງ ເທົ່າກັບ 100%; ຜ່ານການກວດກາປະເມີນຄືນ ຊ່ວງໄລຍະລົງກວດກາປະເມີນຜົນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວເມືອງ ສາມາດຢັ້ງຢືນໄດ້ວ່າ: ໂຮງຮຽນປອດຢາເສບຕິດ ສາມາດຮັກສານາມມະຍົດໄດ້ທັງໝົດ 6 ແຫ່ງ ເທົ່າກັບ 100%, ສ່ວນບ້ານນາມມະຍົດປອດຢາເສບຕິດ ຈຳນວນ 37 ບ້ານ.

ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ມາຮອດປະຈຸບັນ ພວກເຮົາສາມາດແກ້ໄຂມ້າງຄະດີຢາເສບຕິດໄດ້ 19 ລາຍ, ກັກຕົວຜູ້ກະທໍາຜິດ 19 ຄົນ ຍິງ 4 ຄົນ, ຢຶດຂອງກາງຢາບ້າ 8.531 ເມັດ. ນອກຈາກນີ້, ຍັງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຂອງເມືອງ ເຮັດບົດບັນທຶກສຶກສາອົບຮົມ ພາກສ່ວນທີ່ພົວພັນກັບສານເສບຕິດ ຈໍານວນ 18 ຄົນ ຍິງ 7 ຄົນ, ມີໃບກະທ່ອມ 1 ຖົງ, ຄໍລາເຈນ 4 ຊອງ, ຢາສູບໄຟຟ້າ 16 ຫຼອດ.

ທ່ານ ກົງທອງ ສິດທິໄຊ ໄດ້ເໜັ້ນໜັກໃຫ້ ກໍາລັງ ປກສ ເມືອງ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີການເຄື່ອນໄຫວວຽກງານວິຊາສະເພາະ ໃຫ້ແຂງແຮງແຕ່ລະຂັ້ນ ໂດຍສະເພາະວຽກງານສືບຂ່າວ, ເກັບກຳ-ວິໄຈ-ປະມວນຂ່າວ, ເກັບກຳເປົ້າໝາຍທີ່ມີການເຄື່ອນໄຫວມ້າງເພທຳລາຍ ແລະ ກໍ່ຄວາມບໍ່ສະຫງົບໃນສັງຄົມ; ສຸມໃສ່ການຄຸ້ມຄອງເປົ້າໝາຍຕ່າງໆ ຕາມຫຼັກການວິຊາສະເພະ, ຕິດຕາມກວດກາການນຳໃຊ້ສື່ສັງຄົມອອນລາຍ ໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກ, ການປະຕິບັດໜ້າທີ່ຂອງພະນັກງານ, ທະຫານ, ຕຳຫຼວດ ເຊິ່ງເປັນບັນຫາທີ່ພົ້ນເດັ່ນໃນປັດຈຸບັນ.

ສືບຕໍ່ແກ້ໄຂບັນດາເປົ້າໝາຍຢາເສບຕິດ ທີ່ພວກເຮົາຍັງບໍ່ທັນໄດ້ມ້າງ, ຕ້ອງຂຶ້ນແຜນແກ້ໄຂຢ່າງເດັດຂາດ, ເປົ້າໝາຍໃດທີ່ກ່ຽວຂ້ອງກັບຫຼາຍພາກສ່ວນ ມີຄວາມຫຍຸ້ງຍາກໃນການແກ້ໄຂຢູ່ຂັ້ນເມືອງ ແມ່ນໃຫ້ລາຍງານຂໍທິດຊີ້ນຳຈາກແຂວງ.

ພ້ອມກັນນັ້ນ, ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງລົງກວດກາຢ່າງເຂັ້ມງວດບັນດາຮ້ານບັນເທິງ, ຮ້ານກິນດື່ມທີ່ພົວພັນເປັນແຫຼ່ງມົ້ວສຸມຢາເສບຕິດ, ຄ້າປະເວນີທີ່ສັງຄົມສ່ອງແສງ ແລະ ລົງວິໄນເດັດຂາດຕໍ່ພະນັກງານ ທີ່ມີສ່ວນພົວພັນແລະອຳນວຍຄວາມສະດວກຕໍ່ບັນຫາດັ່ງກ່າວ.

ສໍາລັບການປະຕິບັດວາລະແຫ່ງຊາດນີ້ ກໍເປັນອັນໜຶ່ງທີ່ເຮັດໃຫ້ສັງຄົມ ແລະ ທຸກຄົນທົ່ວປວງຊົນລາວ ຈະໄດ້ອອກແຮງກັນຈັດຕັ້ງປະຕິບັດເຂົ້າສູ່ຊີວິດຕົວຈິງ ຂອງຂະແໜງການຈັດຕັ້ງ; ເພື່ອເຮັດໃຫ້ ວາລະແຫ່ງຊາດ ໄດ້ຮັບຜົນສໍາເລັດນັ້ນ, ສິ່ງທີ່ສໍາຄັນທີ່ສຸດແມ່ນ ບັນດາອົງການຈັດຕັ້ງພັກ-ລັດ ກໍຄື ປະຊາຊົນລາວທັງຊາດ ຈະໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍ ແລະ ມີສ່ວນຮ່ວມ.

ໃນນັ້ນ, ຈະໄດ້ຖືສໍາຄັນທີ່ສຸດແມ່ນ ຖືເອົາການສຶກສາອົບຮົມເປັນອັນສໍາຄັນ ໃນການຕ້ານ ແລະ ສະກັດກັ້ນບັນຫາຢາເສບຕິດ, ໂດຍສະເພາະແມ່ນ ໃນກຸ່ມຊາວໜຸ່ມຂອງພວກເຮົາ ຈະໄດ້ພ້ອມກັນອອກແຮງໃນການໂຄສະນາປູກຈິດສໍານຶກ ຂອງຜົນຮ້າຍ-ໄພອັນຕະລາຍ ເພື່ອສ້າງໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈ, ມີສ່ວນຮ່ວມໃຫ້ແກ່ການປະກອບສ່ວນ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃຫ້ໄດ້ຮັບໝາກຜົນສໍາເລັດ, ເປັນຂະບວນການກວ້າງຂວາງຟົດຟື້ນໃນທົ່ວສັງຄົມ ເພື່ອເຮັດໃຫ້ບັນຫາຢາເສບຕິດ ໝົດໄປຈາກສັງຄົມລາວ.

(ໂດຍ: ບ່າວດອນຂຽວ)