6 ເດືອນຕົ້ນປີ, ດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄດ້ສຸມໃສ່ເຮັດວຽກງານວິຊາສະເພາະ ກວດກາຄົນເຂົ້າ-ອອກເມືອງ ໃຫ້ມີຄວາມຮັບປະກັນທາງດ້ານກົດໝາຍ ແລະ ຖືກຕ້ອງຕາມລະບຽບການ ເປັນຕົ້ນແມ່ນ ການກວດກາເອກະສານເດີນທາງຂອງຜູ້ໂດຍສານ ແລະ ກວດກາພາຫະນະເຂົ້າ-ອອກພາຍໃນດ່ານ, ສາມາດແຈ້ງຄົນເຂົ້າເມືອງໄດ້ 1.030.702 ຄົນ ຍິງ 520.033 ຄົນ ແລະ ແຈ້ງຄົນອອກເມືອງໄດ້ 1.060.145 ຄົນ ຍິງ 533.545 ຄົນ.

ພັທ ກິດ່ອນ ກິວົງໄຊ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃຫ້ຮູ້ວ່າ:

ດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແມ່ນໜ່ວຍງານວິຊາສະເພາະໜຶ່ງ ຕາມສາຍຕັ້ງວິຊາສະເພາະ ຂຶ້ນກັບ ພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ ຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ, ມີພາລະບົດບາດໃນການເຮັດວຽກງານ ກວດກາຄົນເຂົ້າ-ອອກເມືອງ; ຕາມສາຍຂວາງ ແມ່ນຂຶ້ນກັບ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1, ມີພາລະບົດບາດໃນການເຮັດວຽກງານ ກວດກາຄົນເຂົ້າ-ອອກເມືອງ, ວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ.

ການປະຕິບັດໜ້າທີ່ວິຊາສະເພາະ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ເຮັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ ໃຫ້ມີຄວາມສະຫງົບປອດໄພ, ໂດຍສຸມໃສ່ເຮັດວຽກງານວິຊາສະເພາະ ກວດກາຄົນເຂົ້າ-ອອກເມືອງ ໃຫ້ມີຄວາມຮັບປະກັນທາງດ້ານກົດໝາຍ ແລະ ຖືກຕ້ອງຕາມລະບຽບການ ເປັນຕົ້ນແມ່ນ: ການກວດກາເອກະສານເດີນທາງຂອງຜຸ້ໂດຍສານ ແລະ ກວດກາພາຫະນະເຂົ້າ-ອອກພາຍໃນດ່ານ, ເຮັດວຽກບໍລິຫານ ແລະ ການອຳນວຍຄວາມສະດວກຕ່າງໆ ໃຫ້ມີຄວາມສະດວກວ່ອງໄວ ເຊິ່ງສະແດງອອກຄື:

  • ແຈ້ງຄົນເຂົ້າເມືອງ ໄດ້ 1.030.702 ຄົນ ຍິງ 520.033 ຄົນ
  • ແຈ້ງຄົນອອກເມືອງ ໄດ້ 1.060.145 ຄົນ ຍິງ 533.545 ຄົນ
  • ແຈ້ງພາຫະນະເຂົ້າເມືອງ ໄດ້ 151.664 ຄັນ
  • ແຈ້ງພາຫະນະອອກເມືອງ ໄດ້ 159.853 ຄົນ

ການກຳນົດ ແລະ ວາງມາດຕະການ ໃນການເຂົ້າ-ອອກຂອງຜູ້ໂດຍສານ ພາຍໃນດ່ານ ຕ້ອງປະຕິບັດຕາມກົດໝາຍ ວ່າດ້ວຍ ການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດ ຢູ່ ສປປ ລາວ ສະບັບເລກທີ 58/ສພຊ, ລົງວັນທີ 26 ທັນວາ 2014 ແລະ ບັນດານິຕິກຳລະບຽບການຕ່າງໆທີ່ກ່ຽວພັນກັບດ່ານ; ທາງເຈົ້າໜ້າທີ່ ຈະໄດ້ອະທິບາຍ ແລະ ມີການແນະນຳຜູ້ໂດຍສານກ່ຽວກັບການເຂົ້າ-ອອກ ໃຫ້ໄປຕາມທິດທາງທີ່ກຳນົດໃຫ້ ຕາມລະບຽບການ ເຊິ່ງມີດ້ານຂາເຂົ້າ-ຂາອອກ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ເຮັດວຽກງານ ສັງເກດການຕິດຕາມຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ, ກວດກາບຸກຄົນທີ່ເຂົ້າ-ອອກພາຍໃນດ່ານ, ປ້ອງກັນເວນຍາມປະຕູໂຂງໃຫຍ່, ກ້ອງຂົວ, ລານລົດບັນທຸກຂາອອກ, ປ້ອງກັນສະກັດກັ້ນ ບຸກຄົນບໍ່ດີ ທີ່ຈະມາສ້າງຄວາມວຸ້ນວາຍ ແລະ ສ້າງສະຖານະການຕ່າງໆຢູ່ພາຍໃນດ່ານ, ໄດ້ນຳພາຈັດຕັ້ງໃຫ້ພະນັກງານທີ່ຂຶ້ນກັບ ຄະນະສະເພາະກິດປະຈໍາດ່ານ ລົງຈັດສັນຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ ຈໍານວນ 114 ຄັ້ງ, ໄດ້ສືກສາອົບຮົມຜູ່ຂັບຂີ່ລົດ ທີ່ຈອດບໍ່ຖືກຕາມປ້າຍທີ່ທາງດ່ານກຳນົດ 37 ຄັ້ງ ແລະ ໄດ້ລົງຕິດຕາມກວດກາພາຍຫຼັງໂມງປິດດ່ານ ພົບເຫັນລົດທີ່ຈອດຄ້າງຄືນ ຈຳນວນ 57 ຄັນ.

ໃນຕໍ່ໜ້າ, ຈະເອົາໃຈໃສ່ຊີ້ນຳ-ນຳພາ ເຮັດວຽກງານປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮ້ອຍຮຽບພາຍໃນດ່ານ ໃຫ້ມີຄວາມປອດໄພຮອບດ້ານ, ສຸມໃສ່ເຮັດວຽກງານກວດຄົນເຂົ້າ-ອອກເມືອງ ໃຫ້ມີຄວາມຮັບປະກັນດ້ານວຽກງານວິຊາສະເພາະ, ເຮັດວຽກບໍລິການ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຜູ້ໂດຍສານ ແລະ ພາຫະນະເຂົ້າ-ອອກ ໃຫ້ມີຄວາມສະດວກວ່ອງໄວ, ແກ້ໄຂລະບາຍການອັ່ງອໍແອອັດ; ພ້ອມທັງສຶບຕໍ່ປະສານສົມທົບກັບ ບັນດາຂະແໜງປິ່ນອ້ອມພາຍໃນດ່ານ ແລະ ພາກສ່ວນຕ່າງໆ ໃຫ້ກົມກຽວ ແລະ ດ່ານເຊິ່ງໜ້າ ໃນການເຮັດວຽກງານກວດຄົນເຂົ້າ-ອອກເມືອງ ແລະ ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ ແລະ ພາຍນອກ ຢ່າງກວ້າງຂວາງ.