ຄະນະພັກ-ຄະນະບັນຊາ ກອງບັນຊາການ ເມືອງໄຊເຊດຖາ ກອງບັນຊາການ ນະຄອນຫຼວງວຽງຈັນ ຕ້ອງມີຄວາມເປັນເອກະພາບສູງ ແລະ ເອົາໃຈໃສ່ໃນການຊີ້ນຳ-ນຳພາບັນຊາຕົວຈິງ ເຂົ້າໃນທຸກຂົງເຂດວຽກງານທີ່ຕົນເອງຮັບຜິດຊອບຢ່າງຕັ້ງໜ້າ ເພື່ອເຮັດໃຫ້ວຽກງານວິຊາສະເພາະມີຜົນສຳເລັດຕາມເປົ້າໝາຍທີ່ຄາດໄວ້, ໂດຍສະເພາະການເພີ່ມທະວີວຽກງານເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະບັນຊາຢູ່ແຕ່ລະຂັ້ນ ໃຫ້ຖືກຕ້ອງ, ມີຄຸນນະພາບ ແລະ ເຂັ້ມແຂງ.

ພັທ ອຸດ ສິງວົງໄຊ ຫົວໜ້າຫ້ອງການ ກອງບັນຊາການ ປກສ ເມືອງໄຊເສດຖາ ໄດ້ກ່າວໃນກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີຂອງ ກອງບັນຊາການ ປກສ ເມືອງໄຊເສດຖາ ໃຫ້ຮູ້ວ່າ:

ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາ ຈະສືບຕໍ່ເປັນເສນາທິການໃຫ້ແກ່ ຄະນະພັກ-ຄະນະບັນຊາຢູ່ແຕ່ຂັ້ນ ໃຫ້ເຂັ້ມແຂງ, ມີຄຸນນະພາບຕໍ່ວຽກງານປ້ອງກັນຄວາມສະຫງົບ ເປັນຕົ້ນແມ່ນການນຳເອົາບັນດາແຜນວຽກ, ມະຕິ, ຄຳສັ່ງ ແລະ ແຈ້ງການຕ່າງໆຂອງຂັ້ນເທິງ ໄປຈັດຕັ້ງເຜີຍແຜ່ຂະຫຍາຍໃຫ້ປະກົດຜົນເປັນຈິງ ລົງສູ່ບັນດາພະແນກການ, ໜ່ວຍງານວິຊາສະເພາະ, ເປັນເຈົ້າການໃນການສະຫຼຸບຕີລາຄາ, ປະເມີນຜົນຂອງການຈັດຕັ້ງປະຕິບັດ ໃນແຕ່ລະໄລຍະ ດ້ວຍການສ່ອງແສງລາຍງານ.

ໄປຄຽງຄູ່ກັບການສືບຕໍ່ຄົ້ນຄວ້າສັງລວມຂໍ້ມູນ, ສະພາບເຫດການຕ່າງໆ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງກອງບັນຊາການ ເພື່ອລາຍງານສາຍຕັ້ງ-ສາຍຂວາງໃຫ້ເປັນປົກກະຕິ, ສ້າງແຜນການ-ແຜນງານຍຸດທະສາດ, ແຜນປ້ອງກັນວັນສໍາຄັນຕ່າງໆ, ຮັບຄຳຮ້ອງຟ້ອງ, ແຈ້ງຄວາມ ແລະ ປະຕິບັດລະບອບການສ່ອງແສງລາຍງານສະພາບປະຈຳວັນ, ປະຈຳອາທິດ, ປະຈຳເດືອນ, ປະຈຳ 3 ເດືອນ, ປະຈຳ 6 ເດືອນ, ປະຈຳ 9 ເດືອນ ແລະ ປະຈຳ 1 ປີ ໃຫ້ຂັ້ນເທິງເປັນປົກກະຕິ ແລະ ຕໍ່ເນື່ອງ.

ພ້ອມທັງສືບຕໍ່ເປັນເສນາທິການແກ່ ການນໍາກອງບັນຊາການ ໃນການຕິດຕາມ, ກວດກາ ແລະ ຮຽບຮຽງເອກະສານໃຫ້ມີຄວາມຮັບປະກັນ, ບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ປະສານສົມທົບແໜ້ນກັບຄະນະບັນຊາແຕ່ລະຂັ້ນ ເພື່ອຊ່ວຍການນຳໃນການຊີ້ນຳ-ນຳພາໃຫ້ແທດເໝາະ, ໂດຍສະເພາະນໍາເອົາບັນດາແຜນວຽກ, ມະຕິ, ຄຳສັ່ງ, ຂໍ້ຕົກລົງ ແລະ ແຈ້ງການຕ່າງໆຂອງຂັ້ນເທິງ ໄປເຜີຍແຜ່ ເພື່ອຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ແລະ ນຳພາບັນດາພະແນກການ, ໜ່ວຍງານວິຊາສະເພາະ, ຫຼຸບຕີລາຄາປະເມີນຜົນຂອງການຈັດຕັ້ງປະຕິບັດແຜນການ ແຕ່ລະໄລຍະ.

ນອກນັ້ນ, ສືບຕໍ່ຄຸ້ມຄອງ ແລະ ບໍລິຫານເອກະສານຂາເຂົ້າ-ຂາອອກຂອງກອງບັນຊາການ ເປັນຕົ້ນເອກະສານທາງລັດຖະການ ຫຼື ບຸກຄົນ ແລະ ສ້າງເປັນສຳນວນ-ສຳເນົາ ໃຫ້ເປັນລະບົບຖືກຕ້ອງຕາມຫຼັກວິຊາສະເພາະ, ເອົາໃຈໃສ່ຄຸ້ມຄອງ, ນໍາໃຊ້ປະເພດເອກະສານໃຫ້ຖືກຕ້ອງ ເຊັ່ນ: ເອກະສານທົ່ວໄປ, ເອກະສານລັບ, ເອກະສານລັບສະເພາະ, ເອກະສານລັບທີ່ສຸດ ແລະ ເອກະສານອອກຊື່ບຸກຄົນ ພາຍຫຼັງທີ່ໄດ້ຮັບການຕົກລົງ ຫຼື ເຊັນຈາກການນໍາແລ້ວຕ້ອງຈ້ຳກາ, ເລກທີ, ລົງວັນທີ ເເລະ ສຳເນົາເກັບມ້ຽນໃຫ້ຖືກຕ້ອງ.

ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ເປັນເສນາທິການ ຊີ້ນຳ-ນຳພາບັນຊາຕົວຈິງ ເຂົ້າໃນທຸກຂົງເຂດວຽກງານທີ່ຕົນເອງຮັບຜິດຊອບຢ່າງຕັ້ງໜ້າ ເພື່ອເຮັດໃຫ້ວຽກງານວິຊາສະເພາະມີຜົນສຳເລັດຕາມເປົ້າໝາຍທີ່ຄາດໄວ້, ໂດຍເພາະການນໍາເອົາບັນດາແຜນວຽກ, ມະຕິ, ຄຳສັ່ງ ເເລະ ເເຈ້ງການຕ່າງໆຂອງຂັ້ນເທິງ ໄປຈັດຕັ້ງເຜີຍແຜ່ຜັນຂະຫຍາຍໃຫ້ປະກົດຜົນເປັນຈິງລົງສູ່ບັນດາພະແນກການ, ໜ່ວຍງານວິຊາສະເພາະ, ເປັນເຈົ້າການໃນການສະຫຼຸບຕີລາຄາ, ປະເມີນຜົນຂອງການຈັດຕັ້ງປະຕິບັດໃນແຕ່ລະໄລຍະດ້ວຍການສ່ອງແສງລາຍງານ, ຄົ້ນຄວ້າສະຫຼຸບສັງລວມບັນດາສະພາບການທີ່ເກີດຂຶ້ນ ແລະ ວຽກງານຕ່າງໆທີ່ໄດ້ຈັດຕັ້ງປະຕິບັດ ເພື່ອລາຍງານໃຫ້ຂັ້ນເທິງຮັບຊາບ ເປັນຕົ້ນ: ການສັງລວມສະພາບປະຈໍາວັນ 120 ສະບັບ, ປະຈຳອາທິດ 24 ສະບັບ, ປະຈຳເດືອນ 6 ສະບັບ, ປະຈໍາໄຕມາດ 1 ສະບັບ ແລະ ປະຈໍາ 6 ເດືອນ 1 ສະບັບເພື່ອສົ່ງໃຫ້ສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປົກກະຕິ.

ນອກນັ້ນ, ຍັງໄດ້ຄົ້ນຄວ້າສ້າງແຜນຈັດຕັ້ງກໍາລັງ ໄປປ້ອງກັນກອງປະຊຸມ ແລະ ວັນສຳຄັນຕ່າງໆຂອງພັກ-ລັດ ຈັດຂຶ້ນໃນແຕ່ລະໄລຍະ ມີ 10 ແຜນ, ໃຊ້ກຳລັງປ້ອງກັນທັງໝົດ 199 ເທື່ອຄົນ.

ພົ້ນເດັ່ນແມ່ນ ກອງປະຊຸມງານສະເຫຼີມສະຫຼອງ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ ແລະ ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຂອງການນຳຂັ້ນສູງແຫ່ງ ສສ ຫວຽດນາມ ແລະ ສ.ຣັດເຊຍ ສາມາດຮັກສາຄວາມສະຫງົບປອດໄພໄດ້ 100% ແລະ ໄດ້ເອົາໃຈໃສ່ຕິດຕາມ, ກວດກາ, ບັນທຶກການບໍລິຫານເອກະສານຂາເຂົ້າ-ຂາອອກຕ່າງໆ ຜ່ານລະບົບປະຕູດຽວ 2.383 ສະບັບ, ໃນນີ້ປະກອບມີ:

  • ເອກະສານຄຳຮ້ອງຟ້ອງ ແລະ ຂໍຄວາມເປັນທໍາ 99 ສະບັບ
  • ເອກະສານວຽກງານສຳມະໂນຄົວ 1.966 ສະບັບ
  • ບັດເຊີນ 46 ສະບັບ
  • ໃບສະເໜີຂໍ້ພົວພັນວຽກ 272 ສະບັບ

ສັງລວມແລ້ວ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງມີຄວາມເປັນເອກະພາບສູງ ແລະ ເອົາໃຈໃສ່ຊີ້ນຳ-ນຳພາບັນຊາຕົວຈິງ ເຂົ້າໃນທຸກຂົງເຂດວຽກງານທີ່ຕົນເອງຮັບຜິດຊອບຢ່າງຕັ້ງໜ້າ ເຮັດໃຫ້ມີຜົນສຳເລັດຕາມເປົ້າໝາຍທີ່ຄາດໄວ້ ພ້ອມທັງເປັນເສນາທີ່ເຂັ້ມແຂງຕໍ່ໜ້າທີ່ວຽກງານການເມືອງ ແລະ ການຈັດຕັ້ງມອບໝາຍໃຫ້ ໂດຍປະຕິບັດຕາມຄຳສັ່ງ ແລະ ການຊີ້ນຳບັນຊາຂອງແຕ່ລະຂັ້ນ, ການຕອບສະໜອງທາງດ້ານງົບປະມານ, ພາຫະນະ, ອຸປະກອນຮັບໃຊ້ຕ່າງໆ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບຂອງຂັ້ນເທິງ ຈາກສາຍຕັ້ງ ແລະ ສາຍຂວາງ ເວົ້າລວມ, ເວົ້າສະເພາະ ກໍຄື ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ອົງການປົກຄອງ ປະຈຳເມືອງໄຊເສດຖາ ແມ່ນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານອັນຈຳເປັນ ໃນແຕ່ລະໄລຍະ.