ກອງບັນຊາການປ້ອງກັນເຄື່ອນທີ່ (ປທ) ກະຊວງ ປກສ ຈະສືບຕໍ່ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ແລະ ຖືເອົາວຽກງານງານວິຊາສະເພາະ ເປັນບັນຫາສຳຄັນ ໃນການກໍ່ສ້າງກຳລັງໃຫ້ໜັກແໜ້ນ, ເຂັ້ມແຂງ, ພ້ອມທັງນາຍ ແລະ ພົນຕຳຫຼວດ ຕ້ອງມີລະບຽບວິໄນເຂັ້ມງວດ.

+ ກອງປະຊຸມສະຫຼຸບວຽກງານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023, ພັອ ທອງເພັດ ມະນີສະຫວັນ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່ ໃຫ້ຮູ້ວ່າ:

ໃນຕໍ່ໜ້າ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງເພີ່ມທະວີໃນການຊີ້ນຳ-ນຳພາຄຸ້ມຄອງ, ກວດກາສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດ ມີຄວາມໜັກແໜ້ນທາງດ້ານແນວຄິດການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ; ຕ້ອງເພີ່ມທະວີຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີຜົນສຳເລັດເປັນຢ່າງດີ, ຕ້ອງຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ, ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ແລະ ຖືເອົາວຽກງານງານວິຊາສະເພາະ ເປັນບັນຫາສຳຄັນ ໃນການກໍ່ສ້າງກຳລັງໃຫ້ໜັກແໜ້ນ ແລະ ເຂັ້ມແຂງ.

ພ້ອມນີ້, ນາຍ ແລະ ພົນຕຳຫຼວດ ຕ້ອງມີລະບຽບວິໄນເຂັ້ມງວດ ໂດຍການເອົາໃຈໃສ່ຈັດຕັ້ງເຊື່ອມຊຶມແນວທາງ, ນະໂຍບາຍຂອງພັກ, ລະບຽບ-ກົດໝາຍຂອງລັດ, ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ, ທາດແທ້ມູນເຊື້ອ 4 ໜ້າທີ່ 4 ການພົວພັນຂອງກໍາລັງ ປກສ ຕິດພັນກັບ ຂະບວບການແຂ່ງຂັນຮັກຊາດ ແລະ ພັດທະນາວິຊາສະເພາະຂອງກົມກອງ ໃນແຕ່ລະໄລຍະ.

ໃນນີ້, ແຕ່ລະກົມກອງ ຕ້ອງເປັນເຈົ້າການ ໃນການຈັດຕັ້ງປະຕິບັດແຜນການ ແລະ ເຮັດຕົວຈິງ, ຕິດຕາມກວດກາກຳລັງໃຫ້ຢູ່ໃນລະບຽບວິໄນ, ມີການຝຶກອົບຮົມ-ຫັດແອບ, ຄົ້ນຄວ້າຮໍ່າຮຽນວິຊາສະເພາະຂອງແຕ່ລະເຫຼົ່າວິຊາສະເພາະ ໃຫ້ປົກກະຕິ; ທີ່ສຳຄັນ ຕ້ອງມີພາຫະນະ, ເຄື່ອງມືຮັບໃຊ້ ເປັນຕົ້ນແມ່ນ ອາວຸດ ແລະ ອຸປະກອບຮັບໃຊ້ ຕ້ອງແມ່ນເຄື່ອງທັນສະໄໜ. ສ່ວນບຸກຄະລາກອນ ກໍຕ້ອງມີຄວາມຮູ້-ຄວາມສາມາດ ແລະ ມີຄວາມສຳນິຊຳນານໃນການນຳໃຊ້.

ແຕ່ລະກົມກອງ ຕ້ອງສືບຕໍ່ເອົາໃຈໃສ່ກໍ່ສ້າງ ພະນັກງານສືບທອດ, ປ່ຽນແທນແຕ່ລະຂັ້ນ, ແຕ່ລະຂະແໜງການວິຊາສະເພາະ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ, ພ້ອມທັງສືບຕໍ່ປະຕິບັດຂໍ້ກຳນົດ, ກົດລະບຽບ ແລະ ມະຕິຄຳສັ່ງຂອງຂັ້ນເທິງວາງອອກ ໃຫ້ເຂັ້ມງວດ, ລົງເລິກໃກ້ຊິດຕິດແທດ, ຕິດຕາມຢ້ຽມຢາມຜູ້ທີ່ເຈັບເປັນ, ເກີດລູກ ແລະ ອື່ນໆ ຕາມແຜນນະໂຍບາຍຂອງກົມກອງ ພ້ອມທັງລົງໃກ້ຊິດຕິດແທດ ເພື່ອຊຸກຍູ້ບັນດາອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ, ເຄື່ອນໄຫວສ້າງຂະບວນການອອກແຮງງານລວມ, ກິລາ ແລະ ອື່ນໆ ຕາມພາລະບົບບາດຂອງຕົນ.

ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ຍາມໃດກໍໄດ້ເອົາໃຈໃສ່ເຮັດວຽກງານ, ການເມືອງນໍາພາແນວຄິດໃຫ້ນາຍ ແລະ ພົນຕຳຫຼວດ ໃນທົ່ວກອງບັນຊາການ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ປະຕິບັດມະຕິຄຳສັ່ງຂອງການຈັດຕັ້ງຂັ້ນເທິງວາງອອກ ຢ່າງເຂັ້ມງວດ ໂດຍຕິດພັນກັບ ການຊີ້ນໍານາຍ ແລະ ພົນຕຳຫຼວດ ທົ່ວກອງບັນຊາການ.

ຍາມໃດກໍສຸມໃສ່ເຮັດວຽກງານວິຊາສະເພາະ ຕາມການມອບໜາຍ, ຂອບເຂດສິດ ແລະ ໜ້າທີ່ ໃນການເກັບກຳສະພາບ, ຂໍ້ມູນແຫຼ່ງຂາວ ຕາມພື້ນທີ່ສາຍທາງຂອບເຂດຮັບຜິດຊອບ, ປະຈຳການກຽມພ້ອມແກ້ໄຂສະພາບການ ຕະຫຼອດ 24 ຊົ່ວໂມງ ເພື່ອກວດກາ, ສະກັດກັ້ນ ການເຄື່ອນໄຫວຂອງກຸ່ມແກ້ງກວນເມືອງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ແນໃສ່ສະກັດກັ້ນ ແລະ ແກ້ໄຂໃຫ້ທັນກັບສະພາບການທີ່ຈະເກີດຂຶ້ນ.

ສັງລວມແລ້ວ, ຍ້ອນການດຳເນີນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ການປະຕິບັດກົດລະບຽບຄຸ້ມຄອງນາຍ ແລະ ພົນຕໍາຫຼວດ ບາງກົມກອງບໍ່ທັນເຮັດໄດ້ຢ່າງເລິກເຊິ່ງ ບວກກັບສະພາບດ້ານແນວຄິດຕື່ນຕົວ ຂອງພະນັກງານບາງສະຫາຍຍັງບໍ່ທັນສູງ, ບາງສະຫາຍຍັງມີແນວຄິດຈົ່ງຈຽມ ບໍ່ກ້າຕຳນິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ດັ່ງນັ້ນ, ຄະນະພັກທຸກຂັ້ນ ຕ້ອງຍົກສູງບົດບາດການນຳພາຂອງຕົນ ໂດຍເອົາໃຈໃສ່ສຶກສາອົບຮົມ, ກໍ່ສ້າງຖັນແຖວສະມາຊິກພັກ, ນາຍ ແລະ ພົນຕຳຫຼວດ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ ຢ່າງແທ້ຈິງ ແລະ ມີຄວາມຊື່ສັດບໍລິສຸດຕໍ່ໜ້າທີ່, ເອົາໃຈໃສ່ຄຸ້ມຄອງດ້ວຍການຕິດຕາມ, ກວດກາຊຸກຍູ້, ເກັບກໍາສະພາບຢູ່ບັນດາຮາກຖານພັກ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ພາຍໃນພັກ-ພາຍໃນກົມກອງ ຢ່າງທັນການ, ເດັດຂາດ ແລະ ເຂັ້ມງວດ.

(ໂດຍ: ບຸນພະຈັນ)