ເຈົ້າໜ້າທີ່ີຕຳຫຼວດ ລັດແຄລິຟໍເນຍ ໄດ້ຮັບແຈ້ງເຫດການປຸ້ນຊັບຢ່າງຕໍ່ເນື່ອງ ລວມ 50 ຄັ້ງ, ໂດຍມີເປົ້າໝາຍແມ່ນ ຄອບຄົວຊາວອາຊີທີ່ມີຜູ້ອາຍຸສູງ ແລະ ເດັກຢູ່ໃນເຮືອນ.

ທີມຂ່າວສືບສວນຂອງ ສະຖານີທໂລະພາບ ເອບີຊີນິວສ໌ (ABC News) ໃນອາເມລິກາ ຕິດຕາມລາຍງານເຫດການປຸ້ນຊັບ ຕາມເຮືອນຊານທີ່ເກີດຂຶ້ນຢ່າງຕໍ່ເນື່ອງ 50 ຫຼັງຄາເຮືອນ, ໂດຍກຸ່ມຄົນຮ້າຍເນັ້ນໄປທີ່ຄອບຄົວຊາວອາຊີ ທີ່ອາໄສຢູ່ໃນເຂດໂອກແລນຮິວ ເມືອງໂອກແລນ ລັດແຄລິຟໍເນຍ ແລະ ຄາດວ່າ ເປັນກຸ່ມແກ້ງອາຊະຍາກຳທີ່ກ່ຽວຂ້ອງກັນ.

ທີມຂ່າວສືບສວນຂອງ ສະຖານີໂທລະພາບ ເອບີຊີນິວສ໌ ໄດ້ສຳພາດຜູ້ຕົກເປັນເຫຍື່ອຄອບຄົວໜຶ່ງ ໂດຍທີມງານໄດ້ຮັບລາຍຊື່ມາຈາກ ເຈົ້າໜ້າທີ່ຕຳຫຼວດ; ເຊິ່ງເຮືອນຫຼັງດັ່ງກ່າວ ຖືກປຸ້ນຊັບເມື່ອວັນທີ 7 ສິງຫາ 2023, ໂດຍພາຍໃນເຮືອນມີຊາຍອາຍຸ 80 ປີ ແລະ ເມຍອາຍຸ 69 ປີ ທີ່ກຳລັງເບິ່ງແຍງຫຼານ 2 ຄົນ, ຂະນະທີ່ກຸ່ມຄົນຮ້າຍເຂົ້າໄປປຸ້ນຊັບ ໂດຍບຸກເຂົ້າໄປໃນເຮືອນຈາກປ່ອງຢ້ຽມຊັ້ນ 2.

ລູກສາວຂອງຊາຍອາຍຸ 80 ປີ ໃຫ້ຮູ້ວ່າ: ມີໂຈນຄົນໜຶ່ງ ຈັບຕົວພໍ່-ແມ່ຂອງນາງໄວ້ຢູ່ຊັ້ນລຸ່ມເຮືອນ, ສ່ວນອີກຄົນໜຶ່ງ ຂຶ້ນໄປຊັ້ນທີ 2 ແລະ ພະຍາຍາມເປີດຕູ້ເຊບ, ຕູ້ເຄື່ອງນຸ່ງ ແລະ ຄົ້ນຫ້ອງນອນ ເພື່ອຊອກຫາເຄື່ອງຂອງມີຄ່າ, ໂດຍຄົນຮ້າຍທັງ 2 ຄົນ ໃຊ້ອາວຸດປືນນາບຂູ່ ແລະ ຈັບຕົວຜູ້ອາຍຸສູງທັງ 2 ຄົນ ໄວ້ປະມານ 40 ນາທີ ເຊິ່ງເປັນສະຖານະການທີ່ໜ້າຢ້ານກົວຫຼາຍ.

ນອກນັ້ນ, ລູກສາວຂອງຊາຍອາຍຸ 80 ປີ ຍັງເລົ່າຕື່ມວ່າ: ຕະຫຼອດເວລາທີ່ພວກຄົນຮ້າຍຢູ່ໃນເຮືອນ ແມ່ຂອງນາງພະຍາຍາມເວົ້າໃຫ້ເຂົາເຈົ້າອອກໄປຈາກເຮືອນໂດຍໄວ ໂດຍອ້າງວ່າກຳລັງຈະມີຄົນກັບມາເຮືອນ; ດັ່ງນັ້ນ, ໃຫ້ຟ້າວເອົາເຄື່ອງຂອງ ຫຼື ເງິນຕາມທີ່ຕ້ອງການ ແລ້ວໃຫ້ຟ້າວໜີອອກໄປ, ແຕ່ຂໍບໍ່ໃຫ້ທຳຮ້າຍຄົນໃນເຮືອນ ແລະ ໃນທີ່ສຸດ, ພວກຄົນຮ້າຍກໍຍອມອອກຈາກເຮືອນໄປ ໂດຍໄດ້ເງິນສົດ ແລະ ເຄື່ອງປະດັບຈຳນວນໜຶ່ງ ລວມມູນຄ່າ ປະມານ 10.000 ໂດລາສະຫະລັດ.

ຄອບຄົວນີ້ ເຄີຍຖືກຄົນຮ້າຍພະຍາຍາມປຸ້ນຊັບມາແລ້ວ 3 ຄັ້ງ, ເຊິ່ງເຂົາເຈົ້າກໍພະຍາຍາມຕິດຕັ້ງ ລະບົບຮັກສາຄວາມປອດໄພໃໝ່ ເຊັ່ນ: ການອ້ອມຮົ້ວ, ຕິດຕັ້ງກ້ອງວົງຈອນປິດ ແລະ ລ້ຽງໝາສາຍພັນເຢຍລະມັນເຊບເພິດໄວ້ເຝົ້າເຮືອນ, ແຕ່ໝາໂຕດັ່ງກ່າວອາຍຸ 11 ປີ ແລ້ວ ຈຶ່ງບໍ່ສາມາດຊ່ວຍໄດ້ຫຼາຍ.

ເຖິງວ່າ ເຈົ້າໜ້າທີ່ຕຳຫຼວດ ບໍ່ຕ້ອງການໃຫ້ຄອບຄົວທີ່ຕົກເປັນເຫຍື່ອ ໃຫ້ສຳພາດຜ່ານໜ້າກ້ອງຖ່າຍ ເພາະກັງວົນວ່າຈະສົ່ງຜົນກະທົບຕໍ່ການສືບສວນ, ແຕ່ບັນດາປະຊາຊົນເຂດໃກ້ຄຽງ ຮູ້ສຶກບໍ່ພໍໃຈທີ່ເຫດການປຸ້ນຊັບໃນລັກສະນະດັ່ງກ່າວ ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຕ້ອງການໃຫ້ສາທາລະນະຮັບຮູ້ເຖິງເຫດການດັ່ງກ່າວ.

ທີມຂ່າວສືບສວນ ຍັງໄດ້ຮັບຂ້ໍມູນຈາກແຫຼ່ງຂ່າວຕື່ມວ່າ: ເກີດເຫດປຸ້ນຊັບໂດຍເຈຕະນາ ແລະ ວາງແຜນໄວ້ກ່ອນ ປະມານ 50 ຄະດີ, ໂດຍມຸ່ງເປົ້າໄປທີ່ຄອບຄົວ ຫຼື ເຮືອນຂອງຊາວອາຊີ ໂດຍສະເພາະຄອບຄົວທີ່ມີຜູ້ອາຍຸສູງ ທີ່ອາໄສຢູ່ພື້ນທີ່ເຂດໂອກແລນຮິວ; ນອກຈາກນີ້, ທີມຂ່າວຍັງລະບຸວ່າ: ເຄີຍເຫັນຂ້ໍມູນລາຍລະອຽດຂອງຄະດີ, ເຊິ່ງທີມເຈົ້າໜ້າທີ່ຕຳຫຼວດສືບສວນ ເຊື່ອວ່າ ກຸ່ມແກ້ງທີ່ກໍ່ເຫດມີຄວາມກ່ຽວຂ້ອງ ແລະ ເປັນກຸ່ມແກ້ງດຽວກັນ.

ນອກຈາກນີ້, ທ້າວ ໂທນີ ອາຊີບມືກ້ອງຖ່າຍທຳຮູບເງົາ ຊາວອາຊີ ກໍເປັນອີກຄົນໜຶ່ງທີ່ຕົກເປັນເຫຍື່ອຂອງກຸ່ມແກ້ງປຸ້ນຊັບ ໂດຍຜູ້ກ່ຽວໃຫ້ຮູ້ວ່າ: ມີຄົນຮ້າຍລັກເຂົ້າໄປໃນເຮືອນຂອງຕົນ ເມື່ອປະມານ 2 ອາທິດ (ກ່ອນຈະເກີດຄະດີປຸ້ນຊັບ ຂອງຊາຍອາຍຸ 80 ປີ) ໃນເວລາປະມານ 4:00 ໂມງ. ໜຶ່ງໃນຄົນຮ້າຍ ໄດ້ຖືມີດໄລ່ນຳຕົນເອງຂຶ້ນໄປເທິງຊັ້ນທີ 2 ແຕ່ໂຊກດີທີ່ຕົນເອງໜີເຂົ້າໄປໃນຫ້ອງນອນ ແລ້ວລັອກປະຕູໄດ້ທັນ ແລະ ບອກໃຫ້ເມຍໂທແຈ້ງເຈົ້າໜ້າທີ່ຕຳຫຼວດ.

ເຊິ່ງ ທ້າວ ໂທນີ ເລົ່າວ່າ: ພວກຄົນຮ້າຍເປັນຕາຢ້ານຫຼາຍ, ຕົນເອງ ແລະ ເມຍ ພະຍາຍາມຮ້ອງຂໍຄວາມຊ່ວຍເຫຼືອຢ່າງສຸດສຽງ, ແຕ່ເມື່ອເຈົ້າໜ້າທີ່ຕຳຫຼວດມາຮອດ ພວກຄົນຮ້າຍກໍເອົາຕົວຫຼົບໜີໄປກ່ອນ ພ້ອມກັບລັກເອົາອຸປະກອນຖ່າຍພາບມູນຄ່າ 40.000 ໂດລາສະຫະລັດ ໄປນຳ.

ທີມຂ່າວສືບສວນ ໄດ້ສອບຖາມ ເຈົ້າໜ້າທີ່ຕຳຫຼວດ ກ່ຽວກັບ ການເລັງເປົ້າໝາຍເປັນຊາວອາຊີ, ໂດຍເຈົ້າໜ້າທີ່ລະບຸວ່າ: ເຫດການທີ່ເກີດຂຶ້ນ ໄດ້ກາຍເປັນອາຊະຍາກຳ ເພາະຄວາມຄຽດຊັງຊາວເຊື້ອຊາດອາຊີໄປແລ້ວ ແລະ ປັດຈຸບັນ, ຊາວອາຊີ ກໍດຳລົງຊີວິດຢູ່ໃນເຂດດັ່ງກ່າວ ຢ່າງຫຍຸ້ງຍາກຂຶ້ນເລື້ອຍໆ.