ວັນທີ 13 ກັນຍາ 2023, ກອງບັນຊາການ ປກສ ແຂວງຫົວພັນ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງກຳລັງ ປກສ ແຂວງຫົວພັນ    ຄົບຮອບ 62 ປີ ( 8 ກັນຍາ 1961 – 8 ກັນຍາ 2023) ໃຫ້ກຽດປາຖະກະຖາໂດຍ ພັອ ເພັດນ້ອຍ ລໍລອນສີ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີບັນດາຄະນະພັກກອງ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງ ພ້ອມນາຍ ແລະ ພົນຄຳຫຼວດ ທີ່ຂຶ້ນກັບ ປກສ ແຂວງຫົວພັນ ເຂົ້າຮ່ວມ.

ພັອ ເພັດນ້ອຍ ລໍລອນສີ ໄດ້ເລົ່າຄືນ ມູນເຊື້ອປະຫວັດຄວມເປັນມາ ຂອງກຳລັງປ້ອງກັນຄວາມສະຫງົບແຂວງຫົວພັນ ເພື່ອໃຫ້ຮູ້ວ່າ ກ່ອນຈະມີການກຳເນີດເຕີບໃຫຍ່ຂະຫຍາຍຕົວ ມາເຖິງປັດຈຸບັນ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ກໍຄື ກຳລັງ ປກສ ແຂວງຫົວພັນ ມີຄວາມລະອິດລະ ອ້ຽວຂ້ຽວຂາດ, ເຊິ່ງພວກອິດທິກຳລັງປໍລະປັກຫວັງມ້າງເພທຳລາຍຢຶດເອົາແຂວງຫົວພັນ ມາເປັນຫົວເມືອງຂຶ້ນຂອງເຂົາເຈົ້າດ້ວຍຫຼາຍຮູບ, ຫຼາຍວິທີ ແຕ່ກໍຍ້ອນຄວມສະຫຼາດສ່ອງໃສຂອງການນຳພັກ ກໍຄືກຳລັງປ້ອງກັນຄວາມສະຫງົບ; ເຊິ່ງເປັນກຳລັງທີ່ເຮັດວຽກປະເຊີນໜ້າກັບສັດຕູ ເຖິງວ່າມີກຳລັງພົນໜ້ອຍ ແຕ່ມີຄວາມສະຫຼາດ ແລະ ໄຫວພິບທີ່ດີ ພ້ອມທັງລົງຟື້ນຖານຊີ້ນຳ-ນໍາພາ ປຸກລະດົມພໍ່ແມ່ປະຊາຊົນລາວບັນດາເຜົ່າ ທົ່ວແຂວງຫົວພັນ ໃຫ້ມີຄວາມສາມັກຄີຮັກແພງເປັນຈິດໜຶ່ງໃຈດຽວ ລຸກຂຶ້ນຕໍ່ສູ້ກັບພວກອິດທິປໍລະປັກ ດ້ວຍຄວາມຫຍຸ້ງຍາກລໍາບາກໃນຫຼາຍບັ້ນຮົບ ແຕ່ກໍຍ້ອນຄວາມຕັດສິນໃຈຂອງກຳລັງປ້ອງກັນຄວາມສະຫງົບ ກໍຄືພໍ່ແມ່ປະຊາຊົນລາວບັນດາເຜົ່າ ທົ່ວແຂວງຫົວພັນ ບໍ່ຍ້ອມເສຍຜືນແຜ່ນດິນອັນແສນຮັກ ໃຫ້ແກ່ພວກຈັກກະພັດຕ່າງດ້າວ ຈຶ່ງພ້ອມກັນຕໍ່ສູ້ ກອບກູ້ ຍາດເອົາຜືນແຜ່ນດິນອັນແສນຮັກມາໄດ້ ເວົ້າລວມ ເວົ້າສະເພາະກໍຄືແຂວງຫົວພັນ ໃນປັດຈຸບັນ.

ໃນໂອກາດດັ່ງກ່າວ, ຍັງໄດ້ມອບໃບຍ້ອງຍໍໃຫ້ແກ່ນາຍ ແລະ ພົນຕຳຫຼວດ ປກສ ແຂວງຫົວພັນ ທີ່ໄດ້ປະກອບສ່ວນປ້ອງກັນງານມະຫາກຳກິລາແຫ່ງ ຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ. ໃນນີ້, ປກສ ແຂວງຫົວພັນ ໄດ້ຮັບໃບຍ້ອງຍໍຂັ້ນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 697/ປກສ, ລົງວັນທີ 6 ເມສາ 2023, ຈຳນວນ 64 ສະຫາຍ, ໄດ້ຮັບໃບຍ້ອງຍໍຈາກກົມໃຫ່ຍການເມືອງ ກະຊວງ ປ້ອງກັນຄວາມສະຫງົບ ສະບັບເລກທີ1432/ ປມປສ, ລົງວັນທີ 28 ມີນາ 2023 ຈຳນວນ 113 ສະຫາຍ, ຕ່າງໜ້າມອບໂດຍແມ່ນ ພັອ ເພັດນ້ອຍ ລໍລອນສີ ຮອງກອງບັນຊາການ ປກສ ແຂວງຫົວພັນ.