ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງຮອງຫົວໜ້າອໍານວຍການໃນວັນທີ 11 ກັນຍາ 2023, ໂດຍການເຂົ້າຮ່ວມ ພົຕ ວັນທອງ ກອງມະນີ ກໍາມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີຄະນະອໍານວຍການ ພ້ອມດ້ວຍນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.

ໃນພິທີ, ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດທີ່ຂຶ້ນກັບວິທະຍາຄານສັນຕິບານປະຊາ ຊົນ. ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັອ ປອ ລິນທອງ ແກ້ວປະພັນ ເປັນຮອງຫົວໜ້າອໍານວຍການວິທະຍາຄານສັນຕິບານປະຊາຊົນ. ພ້ອມດຽວກັນນັ້ນ, ກໍໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດຂອງວິທະຍາຄານສັນຕິບານປະຊາຊົນຕື່ມອີກ.

ຈາກນັ້ນ, ພົຕ ວັນທອງ ກອງມະນີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາສະຫາຍຍາດໄດ້ໃນໄລຍະຜ່ານມາ ພ້ອມທັງເນັ້ນ ໜັກໃຫ້ສະຫາຍທີ່ຖືກແຕ່ງຕັ້ງ ຈົ່ງຍົກສູງຄວາມຮັບຜິດຊອບຊີ້ນຍຍໍາ-ນໍາພາ ວຽກງານວິຊາສະເພາະ ເພື່ອສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃຫ້ມີຜົນສໍາເລັດ ແລະ ຮຽກຮ້ອງໃຫ້ບັນດາສະຫາຍທີ່ຖືກຍົກຍ້າຍ ຈ່ົງສືບຕໍ່ປະຕິບັດໜ້າທີ່ຕາມການມອບໝາຍ ຂອງກົມກອງວິຊາສະເພາະທີ່ຕົນຢູ່ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ກໍາລັງປ້ອງກັນຄວາມສະຫງົບ ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເປັນກ້າວໆ.