ລະບົບປະກັນສັງຄົມ ແມ່ນໜຶ່ງໃນນະໂຍບາຍປົກປ້ອງທາງສັງຄົມ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ໂດຍແມ່ນອົງການປະກັນສັງຄົມແຫ່ງຊາດ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນຜູ້ຈັດຕັ້ງປະຕິບັດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງສະມາຊິກປະກັນສັງຄົມ ດ້ວຍການປະກອບທຶນສົມທົບ ແລະ ການສະໜອງການອຸດໜູນປະກັນສັງຄົມ ເຊິ່ງເປັນການສະເລ່ຍຄວາມສ່ຽງ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແນໃສ່ຄ້ຳປະກັນດ້ານສະຫວັດດີການຂັ້ນພື້ນຖານ, ມີສະພາບໍລິຫານ ທີ່ປະກອບດ້ວຍຕົວແທນສາມຝ່າຍ ຄື: ຕາງໜ້າຈາກລັດຖະບານ, ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ; ເຊິ່ງມີພາລະບົດບາດໃນການຊີ້ນໍາ ແລະ ພິຈາລະນາການບໍລິຫານຄຸ້ມຄອງ ກອງທຶນປະກັນສັງຄົມ.

ກອງທຶນປະກັນສັງຄົມ ໃຫ້ການຄຸ້ມຄອງແກ່ ພະນັກງານ-ລັດຖະກອນ, ຜູ້ອອກແຮງງານ ໃນຂົງເຂດວິສາຫະກິດ ແລະ ຜູ້ປະກອບອາຊີບອິດສະລະ ໂດຍມີການສົມທົບທຶນໃນອັດຕາທີ່ກຳນົດ ຕາມກົດໝາຍ ວ່າດ້ວຍ ການປະກັນສັງຄົມ, ຕາມຫຼັກການທາງດ້ານຄະນິດສາດປະກັນສັງຄົມ ເຊິ່ງມີການກຳນົດອັດຕາການຈ່າຍດັ່ງນີ້:

  • ພາກລັດແມ່ນ 16,5% (ລັດຖະບານ ສົມທົບ 8,5% ແລະ ພະນັກງານ-ລັດຖະກອນ ຈ່າຍ 8%)
  • ພາກວິສາຫະກິດ ແມ່ນ 11,5% (ຜູ້ໃຊ້ແຮງງານ ສົມທົບ 6% ແລະ ຜູ້ອອກແຮງງານ ຈ່າຍ 5,5%)
  • ຜູ້ສະໝັກໃຈ ແມ່ນຈ່າຍ 9% ຂອງວົງເງິນປະກັນທີ່ສາມາດເລືອກໄດ້

ເຊິ່ງໄດ້ມີການຈັດສັນເປັນ 5 ກອງທຶນຍ່ອຍ ປະກອບມີ (ດັ່ງຮູບລຸ່ມນີ້):

ກອງທຶນປະກັນສັງຄົມ ໄດ້ສະໜອງການອຸດໜູນທັງໝົດ 9 ປະເພດ. ໃນນີ້, ອົງການປະກັນສັງຄົມແຫ່ງຊາດ ຮັບຜິດຊອບຈັດຕັ້ງປະຕິບັດ 8 ການອຸດໜູນ ຄື: ປ່ວຍການ, ອຸບັດຕິເຫດແຮງງານ ຫຼື ພະຍາດອາຊີບ, ອອກລູກ, ເສຍກຳລັງແຮງງານ, ບຳນານ, ເສຍຊີວິດ, ສະມາຊິກຄອບຄົວ ແລະ ວ່າງງານ.

ສ່ວນອຸດໜູນປະກັນສຸຂະພາບ ແມ່ນ ຫ້ອງການປະກັນສຸຂະພາບແຫ່ງຊາດ ກະຊວງສາທາລະນະສຸກ ເປັນຜູ້ຈັດຕັ້ງປະຕິບັດ ຕາມກົດໝາຍ ວ່າດ້ວຍ ການປະກັນສຸຂະພາບ ນັບແຕ່ເດືອນກໍລະກົດ ປີ 2019 ເປັນຕົ້ນມາ.

ອົງການປະກັນສັງຄົມແຫ່ງຊາດ ໄດ້ໂອນ ກອງທຶນອຸດໜູນປິ່ນປົວສຸຂະພາບ (1,25%) ໃຫ້ ໂດຍຄິດໄລ່ຕາມລາຍຮັບເງິນສົມທົບໃນແຕ່ລະເດືອນ ເພື່ອສະໜອງການສະໜັບສະໜູນປິ່ນປົວສຸຂະພາບ ໃຫ້ກັບສະມາຊິກປະກັນສັງຄົມ ແລະ ຄອບຄົວຂອງເຂົາເຈົ້າ.

ປັດຈຸບັນ, ສະມາຊິກປະກັນສັງຄົມທີ່ຈ່າຍເງິນສົມທົບ ມີຈໍານວນ 388.660 ຄົນ ແລະ ມີຜູ້ເກີດສິດໃນການຄຸ້ມຄອງຈາກລະບົບປະກັນສັງຄົມ (ຜູ້ປະກັນຕົນ, ຄູ່ສົມລົດ ແລະ ລູກ) ລວມທັງໝົດ 828.403 ຄົນ.

ກອງທຶນປະກັນສັງຄົມ ມີການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດແບບລວມສູນຢູ່ສູນກາງ, ມີກົນໄກການຄຸ້ມຄອງພາຍໃນ ທີ່ສອດຄ່ອງກັບລະບຽບການເງິນ-ການບັນຊີ, ເຊິ່ງໄດ້ຜ່ານການຮັບຮອງຈາກ ກະຊວງການເງິນ ໂດຍມີການຈົດຮັບ-ຈົດຈ່າຍ ຜ່ານລະບົບໂປຣແກຣມບັນຊີແບບອອນລາຍ ເພື່ອຕິດຕາມສັງລວມ ການສະຫຼຸບລາຍງານລາຍຮັບ-ລາຍຈ່າຍ ປະຈໍາວັນ, ລາຍຮັບເງິນສົມທົບ ແມ່ນໄດ້ໂອນເຂົ້າບັນຊີຮັບລວມສູນຢູ່ສູນກາງ.

ສໍາລັບລາຍຈ່າຍ ແມ່ນໄດ້ປະຕິບັດຕາມແຜນທີ່ໄດ້ຜ່ານການພິຈາລະນາຮັບຮອງ ຈາກລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານສະພາບໍລິຫານ ອົງການປະກັນສັງຄົມແຫ່ງຊາດ, ມີລະບົບກວດສອບພາຍໃນ ທີ່ມີການກວດສອບຢ່າງເປັນປົກກະຕີ, ມີການຕິດຕາມ, ກວດກາ ຈາກກົມກວດກາ ກະຊວງແຮງງານ ແລະ ສະຫວັດແຮງງານສັງຄົມ ແລະ ມີການກວດສອບ ຈາກອົງການກວດສອບແຫ່ງລັດ ເພື່ອຢັ້ງຢືນຄວາມໂປ່ງໃສໃນທຸກໆປີ.

ກອງທຶນປະກັນສັງຄົມ ໄດ້ຮັບການຊີ້ນໍາ-ນໍາພາຢ່າງໃກ້ຊິດ ຈາກສະພາບໍລິຫານ ອົງການປະກັນສັງຄົມ ແລະ ຄະນະນໍາ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີການເຄື່ອນໄຫວວຽກ ແລະ ຈັດຕັ້ງປະຕິບັດນະໂຍບາຍປະກັນສັງຄົມ ຕາມກົດໝາຍ ວ່າດ້ວຍ ການປະກັນສັງຄົມຢ່າງຄົບຖ້ວນ ເປັນປົກກະຕິ ແລະ ມີການພັດທະນາໃຫ້ດີຂຶ້ນເລື້ອຍໆ; ກອງທຶນປະກັນສັງຄົມ ມີການສະສົມ, ມີການເຕີບໃຫຍ່ຂະຫຍາຍຕົວ, ສາມາດຮອງຮັບການຈ່າຍອຸດໜູນປະກັນສັງຄົມປະເພດຕ່າງໆ ຕາມລະບຽບການດ້ວຍຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.