ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ (ຄຂຍຕ) ລັດຖະບານ ແຫ່ງ ສປປ ລາວ ໄດ້ຖືກຮັບຮອງເອົາ ໃນປີ 2014, ໂດຍມີຈຸດປະສົງຕົ້ນຕໍ ເພື່ອຈະຍົກລະດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນຊາວນະຄອນຫຼວງວຽງຈັນ, ເຊິ່ງໄດ້ມີການປັບປຸງການເຂົ້າເຖິງ ການບໍລິການຂົນສົ່ງສາທາລະນະ ແນໃສ່ແກ້ໄຂບັນຫາການສັນຈອນແອອັດເຂດໃຈກາງເມືອງ, ຫຼຸດຜ່ອນອຸບັດເຫດ ແລະ ບັນຫາມົນລະພິດທາງອາກາດ.

+ ທ່ານ ຄໍາພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ ກ່າວວ່າ:

ໂຄງການດັ່ງກ່າວ ແມ່ນຈັດຕັ້ງປະຕິບັດ ໂດຍກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ; ເຊິ່ງໂຄງການນີ້ ມີ 5 ອົງປະກອບ ຄື:

  1. ສ້າງໜ່ວຍງານຄຸ້ມຄອງການຂົນສົ່ງໃນຕົວເມືອງ
  2. ການບໍລິການດ້ວຍລົດເມທີ່ມີຄຸນນະພາບສູງ ແລະ ລະບົບລົດເມສາຍດ່ວນ (BRT)
  3. ລະບົບຄຸ້ມຄອງການສັນຈອນ
  4. ການຄຸ້ມຄອງບ່ອນຈອດລົດ
  5. ການຂົນສົ່ງທີ່ບໍ່ມີເຄື່ອງຈັກ

ມາຮອດທ້າຍປີ 2023 ນີ້, ໂຄງການມີຄວາມຄືບໜ້າ 52% ທຽບກັບແຜນການເຫັນວ່າ ຊັກຊ້າກວ່າແຜນເບື້ອງຕົ້ນ ເນື່ອງມາຈາກຫຼາຍປັດໄຈ ໂດຍສະເພາະແມ່ນ ປະສົບກັບບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ບັນຫາອື່ນໆ; ແນວໃດກໍຕາມ, ໂຄງການກໍໄດ້ປັບປຸງແຜນຈັດຕັ້ງປະຕິບັດ ແລະ ຄາດວ່າຈະໃຫ້ສຳເລັດ ໃນທ້າຍປີ 2024.

ປັດຈຸບັນ, ໂຄງການ ກຳລັງຂຸ້ນຂ້ຽວຈັດຕັ້ງປະຕິບັດ ວຽກງານການປະມູນໃຫ້ສຳເລັດ ເຊັ່ນ: ດ້ານພາຫະນະ ແລະ ອຸປະກອນ ປະກອບມີ: ລົດຖີບ e-pedicab, ລະບົບຂົນສົ່ງອັດສະລິຍະ, ລະບົບເກັບຄ່າໂດຍສານອັດສະລິຍະ.

ການປະມູນເອົາ ບໍລິສັດຮັບເໝົາກໍ່ສ້າງ ທີ່ມີຄຸນສົມບັດ ແລະ ຄວາມພ້ອມຮອບດ້ານ ເພື່ອກໍ່ສ້າງເລນລົດເມ ແລະ ສະຖານີຂຶ້ນ-ລົງ ເລີ່ມຕັ້ງແຕ່ສວນເຈົ້າຟ້າງຸ່ມ ໄປຫາ ມະຫາວິທະຍາໄລແຫ່ງຊາດລາວ (ດົງໂດກ) ໄລຍະທາງປະມານ 12,9 ກິໂລແມັດ, ກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ, ສູນບັນຊາລົດເມ ແລະ ການຕິດຕັ້ງ-ກໍ່ສ້າງໄຟສັນຍານຈະລາຈອນ; ເຊິ່ງຕາມແຜນແມ່ນຈະລົງມືກໍ່ສ້າງ ໃນທ້າຍປີ 2023 ແລະ ຈະໃຫ້ສຳເລັດ ໃນທ້າຍປີ 2024 (ໄລຍະກໍ່ສ້າງ 12 ເດືອນ).

ນອກຈາກນັ້ນ, ໂຄງການ ກໍໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ແນະນຳກ່ຽວກັບ ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ ຜ່ານສື່ອອນລາຍ, ວິທະຍຸ, ໂທລະພາບ, ໜັງສືພິມ ແລະ ຊ່ອງທາງອື່ນໆ ເພື່ອເຮັດໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ.

ທ່ານໃຫ້ຮູ້ຕື່ມວ່າ: ພາຍຫຼັງໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ ສຳເລັດ ຈະເຫັນໄດ້ໂສມໜ້າໃໝ່ຂອງນະຄອນຫຼວງວຽງຈັນ, ຈະເປັນນະຄອນຫຼວງທີ່ມີລະບົບຂົນສົ່ງລົດເມສາຍດ່ວນ (BRT) ລະດັບສາກົນ, ເປັນກຸນແຈສໍາຄັນ ໃນການແກ້ໄຂບັນຫາການສັນຈອນແອອັດ, ອຸບັດຕິເຫດ ແລະ ມົນລະພິດທາງອາກາດ ເນື່ອງຈາກວ່າ ລົດເມສາຍດ່ວນ BRT ຈະມີເລນສະເພາະ, ບໍລິການຕາມເວລາທີ່ແນ່ນອນ, ຈອດຕາມປ້າຍ, ສະດວກ, ປອດໄພ ແລະ ທັນເວລາ.

ສິ່ງທີ່ສຳຄັນທີ່ສຸດແມ່ນ ຈະຊ່ວຍກະຕຸ້ນເສດຖະກິດ, ການທ່ອງທ່ຽວ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ ໃນການເດີນທາງຂອງປະຊາຊົນ.