ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມພົບປະ ລະຫວ່າງ ຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ແລະ ອົງການໄອຍະການສູງສຸດ ແຫ່ງ ສ.ເກົາຫຼີ; ເຊິ່ງຝ່າຍເກົາຫຼີນຳໂດຍ ທ່ານ ລີ ວັນ ຊົກ ຫົວໜ້າອົງການໄອຍະການສູງສຸດ ສາທາລະນະລັດ ເກົາຫຼີ ພ້ອມທັງຄະນະຜູ້ແທນຂັ້ນສູງສອງຝ່າຍເຂົ້າຮ່ວມ ໃນວັນທີ 4 ສິງຫາ 2023.

ໃນວາລະດັ່ງກ່າວ, ໃນນາມຕາງໜ້າຄະນະນໍາ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ກໍຄື ຄະນະຜູ້ແທນ ອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການເຊີນຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແລະ ການຕ້ອນຮັບອັນອົບອຸ່ນຈາກ ອົງການໄອຍະການສູງສຸດ ແຫ່ງ ສ.ເກົາຫຼີ ເພື່ອເສີມສ້າງຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ສ.ເກົາຫຼີ ເວົ້າລວມ, ເວົ້າສະເພາະ ສອງອົງການໄອຍະການ ລາວ-ສ.ເກົາຫຼີ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ພ້ອມທັງໄດ້ນຳສະເໜີໃຫ້ສອງຝ່າຍຮ່ວມມືກັນໃນການຝຶກອົບຮົມ ເເລະ ພັດທະນາທັກສະໃຫ້ພະນັກງານໄອຍະການປະຊາຊົນຂອງ ສປປ ລາວ ໂດຍອີງໃສ່ວຽກຕົວຈິງ ເເລະ ພາລະບົດບາດເເລ້ວ ເຫັນວ່າ ພວກເຮົາຍັງມີດ້ານຄົງຄ້າງຈໍານວນບໍ່ໜ້ອຍ ໂດຍສະເພາະການພັດທະນາບຸກຄະລາກອນ ເພື່ອໃຫ້ມີຄວາມຮູ້, ຄວາມສາມາດວຽກງານໄອຍະການ.

ຕ້ອງຮ່ວມມືກັນໃຫ້ມີການຈັດສໍາມະນາ ເເລະ ກອງປະຊຸມ ເພື່ອເເລກປ່ຽນຄຳຄິດເຫັນທາງດ້ານຂໍ້ມູນຂ່າວສານກ່ຽວກັບກົດໝາຍ, ບົດຮຽນປະສົບການ, ຖອດຖອນບົດຮຽນໃນພາກປະຕິບັດມີລັກສະນະທີ່ດີ ເເລະ ບັນຫາທາງດ້ານກົດໝາຍ ໃນການຕ້ານອາຊະຍາກໍາຂ້າມຊາດທີ່ມີການຈັດຕັ້ງ ໃນໄລຍະປັດຈຸບັນ; ຮ່ວມມືກັນປ່ຽນ ຄະນະຜູ້ເເທນຂັ້ນສູງ ເເລະ ຂັ້ນວິຊາການ ຈົນໄປເຖິງການເຊັນບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ສອງອົງການໄອຍະການ ເພື່ອສ້າງຄວາມເຂັ້ມແຂງວຽກງານໄອຍະການ ໃຫ້ມີການພັດທະນາໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແຫ່ງ ສປປ ລາວ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສູງມາຍັງ ທ່ານ ລີ ວັນ ຊົກ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ເກົາຫຼີ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ເສຍສະຫຼະເວລາອັນມີຄ່າຂອງທ່ານມາພົບປະໃນຄັ້ງນີ້.

ອີກປະການໜຶ່ງ, ຂໍຖືໂອກາດນີ້ເປັນກຽດຮຽນເຊີນ ທ່ານຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ເກົາຫຼີ ພ້ອມດ້ວຍຄະນະ ໄປມາຢ້ຽມຢາມ ເເລະ ເຮັດວຽກຢູ່ ສປປ ລາວ ເພື່ອເສີມສ້າງສາຍພົວພັນຮ່ວມ ລະຫວ່າງ ສອງອົງການໄອຍະການ ຈົ່ງໄດ້ຮັບການເສີມຂະຫຍາຍນັບມື້ແໜ້ນແຟ້ນຢ່າງບໍ່ຢຸດຢັ້ງ.