ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ ປກສ ທັງເປັນ ຄະນະຊີ້ນໍາລວມ ເພື່ອກະກຽມ ແລະ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ບັນຫາຢາເສບຕິດ ຄັ້ງທີ 8 ໄດ້ໃຫ້ສໍາພາດໃນວັນທີ 7 ສິງຫາ 2023 ວ່າ ມາຮອດປັດຈຸບັນແຕ່ລະອະນຸກໍາມະການ ແມ່ນມີຄວາມພ້ອມ 100% ໃນການກະກຽມຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ບັນຫາຢາເສບຕິດ ຄັ້ງທີ 8 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

+ ທ່ານຮອງຫົວໜ້າກົມໃຫຍ່ຕໍາຫຼວດ ໄດ້ກ່າວວ່າ:

ພາຍຫຼັງໄດ້ຮັບການຊີ້ນໍາຈາກຂັ້ນເທິງ, ອະນຸກໍາມະການຊີ້ນໍາລວມ ໄດ້ຊີ້ນໍາໃຫ້ແຕ່ລະອະນຸກໍາມະການ ກະກຽມຄວາມພ້ອມໃນການເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ບັນຫາຢາເສບຕິດ ຄັ້ງທີ 8, ເຊິ່ງມາຮອດປັດຈຸບັນ ການກະກຽມດ້ານຕ່າງໆມີຄວາມພ້ອມ 100% ເປັນຕົ້ນແມ່ນ:

ອະນຸກໍາມະການເນື້ອໃນ ກໍເຫັນໄດ້ວ່າ ບັນດາເນື້ອໃນທີ່ຈະນໍາເຂົ້າໄປປຶກສາຫາລື ໃນກອງປະຊຸມ ແມ່ນໄດ້ຜ່ານການນໍາກະຊວງ ປກສ ແລະ ຂະແໜງການທີ່ກ່ຽວຂ້ອງ ໂດຍມີຄວາມເປັນເອກະພາບກັນ.

ອະນຸກໍາມະການກອງເລຂາ ກໍໄດ້ມີການອອກແບບວ່າ ກອງປະຊຸມຄັ້ງນີ້ ຈະເຮັດຫຍັງແດ່ ເພື່ອໃຫ້ມີຄວາມສວຍງາມ ແລະ ຖືກຕ້ອງສອດຄ່ອງຕາມຮີດຄອງ ແລະ ວັດທະນະທໍາອັນດີງາມຂອງຊາດລາວເຮົາ ແລະ ພ້ອມກັນຕ້ອນຮັບບັນດາທ່ານຄະນະຜູ້ແທນ ຈາກບັນດາປະເທດສະມາຂຊິກອາຊຽນ ທີ່ຈະມາເຂົ້າຮ່ວມກອງປະຊຸມຄັ້ງນີ້.

ພ້ອມນີ້, ອະນຸກໍາມະການດ້ານເສດຖະກິດ, ອະນຸກໍາມະການດ້ານພິທີການ ກໍໄດ້ມີການກະກຽມຄວາມພ້ອມ ເພື່ອຕ້ອນຮັບໃນການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ ແລະ ສັງລວມແຜນງົບປະມານຂອງຕົນ ເຊັ່ນ: ອັດຕາກິນ, ນໍ້າມັນ, ເຄື່ອງທີ່ລະນຶກໃຫ້ຄະນະຜູ້ແທນ ແລະ ອຸປະກອນທີ່ຈຳເປັນ ເພື່ອຮັບໃຊ້ວຽກງານວິຊາສະເພາະ, ລົງສຳຫຼວດສະຖານທີ່ພັກເຊົາ, ຫ້ອງປະຊຸມ, ອາຫານມື້ປະຊຸມ ແລະ ງານລ້ຽງ, ກະກຽມເຮັດສັນຍານໍາໂຮງແຮມບ່ອນທີ່ພັກເຊົາ, ຫ້ອງປະຊຸມ ແລະ ຮ້ານອາຫານມື້ປະຊຸມ ແລະ ງານລ້ຽງ, ກະກຽມການຈັດຊື້-ຈັດຈ້າງ ບັນດາວັດຖຸອຸປະກອບຮັບໃຊ້ກອງປະຊຸມ.

ສິ່ງທີ່ສໍາຄັນອີກຢ່າງໜຶ່ງ, ອະນຸກໍາມະການປ້ອງກັນ ກໍໄດ້ມີຄວາມພ້ອມໃນການປ້ອງກັນ, ຈັດກໍາລັງ ແລະ ອຸປະກອນຮັບໃຊ້ ເພື່ອເຮັດໃຫ້ການຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ບັນຫາຢາເສບຕິດ ຄັ້ງທີ 8 ມີຄວາມສໍາຫງົບປອດໄພ 100%.

ດັ່ງນັ້ນ, ເວົ້າໄດ້ວ່າ ມາຮອດປັດຈຸບັນ ພວກເຮົາມີຄວາມພ້ອມທີ່ຈະເປັນ ເຈົ້າພາບຈັດກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍ ບັນຫາຢາເສບຕິດ ຄັ້ງທີ 8 ໃຫ້ປະສົບຜົນສໍາເລັດຕາມຄາດໝາຍທີ່ກໍານົດໄວ້, ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 9-12 ສິງຫາ 2023 ນີ້.