ໃນວັນທີ 4 ສິງຫາ 2023, ທີ່ຫໍປະຊຸມແຫ່ງຊາດ ໄດ້ມີພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດສອບແຫ່ງລັດ ຄົບຄອບ 25 ປີ (5 ສິງຫາ 1998-5 ສິງຫາ 2023), ເຂົ້າຮ່ວມໂດຍ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ທັງເປັນ ອະດີດປະທານອົງການກວດສອບແຫ່ງລັດ, ມີ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ມີພະນັກງານອາວຸໂສ-ບຳນານ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ທ່ານ ເຄນ ລໍວັນໄຊ ຮອງປະທານອົງການກວດສອບແຫ່ງລັດ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ອົງການ ກວດສອບແຫ່ງລັດ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຄື:

ໃນໄລຍະປີ 1997-1998, ວິກິດການທາງດ້ານເສດຖະກິດ-ການເງິນທົ່ວໂລກຄັ້ງໃຫຍ່ ໄດ້ແຜ່ລາມ ແລະ ກະທົບໂດຍກົງຕໍ່ບັນດາປະເທດ ໃນພາກພື້ນອາຊີຕາເວັນອອກສຽງໃຕ້ ອັນໄດ້ເຮັດໃຫ້ເສດຖະກິດ-ການເງິນຂອງປະເທດເຮົາ ເປັນຕົ້ນ ຄ່າເງິນກີບ ໄດ້ມີການເໜັງຕີງຢ່າງຮຸນແຮງ, ເຮັດໃຫ້ລາຄາສິນຄ້າ, ການບໍລິການ ແລະ ການລົງທຶນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ; ເຊິ່ງເຮັດໃຫ້ມີປະກົດການຫຍໍ້ທໍ້ທາງດ້ານວິໄນແຜນການ-ການເງິນ ແລະ ການສວຍໃຊ້ອຳນາດໜ້າທີ່ຂອງກຸ່ມຄົນບໍ່ດີ ເກີດຂຶ້ນໃນຫຼາຍຂົງເຂດວຽກງານ.

ຕໍ່ໜ້າສະພາບດັ່ງກ່າວ, ພັກ-ລັດຖະບານ ຈຶ່ງໄດ້ຕົກລົງສ້າງຕັ້ງ ອົງການກວດສອບແຫ່ງລັດ ຂຶ້ນຕາມດຳລັດສະບັບເລກທີ 174/ນຍ, ລົງວັນທີ 5 ສິງຫາ 1998 ເພື່ອປະຕິບັດພາລະບົດບາດ ແລະ ໜ້າທີ່ ໃນການກວດສອບອົງການຈັດຕັ້ງການເມືອງ-ສັງຄົມ, ກົມກອງ ທີ່ຂຶ້ນກັບກຳລັງປະກອບອາວຸດ, ທະນາຄານ ແຫ່ງ ສປປ ລາວ, ທະນາຄານ ແລະ ວິສາຫະກິດທີ່ລັດລົງທຶນ, ໂຄງການລົງທຶນ ແລະ ກິດຈະການເຄື່ອນໄຫວຕ່າງໆ ທີ່ນຳໃຊ້ງົບປະມານ ແລະ ຊັບສິນຂອງລັດ ໃຫ້ມີຄວາມໂປ່ງໃສ.

ຕະຫຼອດໄລຍະ 25 ປີຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ຕາມໜ້າທີ່ການເມືອງ ທີ່ພັກ ແລະ ລັດຖະບານ ມອບໝາຍໃຫ້ຢ່າງເດັດດ່ຽວ ເພື່ອປົກປ້ອງອົງການຈັດຕັ້ງຂອງລັດ ແລະ ສິດຜົນປະໂຫຍດທາງດ້ານເສດຖະກິດ, ແຜນການ, ການເງິນ-ເງິນຕາຂອງປະເທດ, ເອົາໃຈໃສ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານກົງຈັກການຈັດຕັ້ງ, ພັດທະນາບຸກຄະລາກອນ ແລະ ວິຊາສະເພະຢ່າງບໍ່ຢຸດຢັ້ງ.