ພິທີປະກາດກົງຈັກການຈັດຕັ້ງຂອງ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ຈັດຂຶ້ນໃນວັນທີ 3 ສິງຫາ 2023, ເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ມີ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ຮອງຫົວໜ້າອົງການຄຸ້ມຄອງບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ທ່ານ ຈ້າວເຫວີຍ ປະທານຄະນະບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ມີບັນດາພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ, ນາຍ ແລະ ພົນຕຳຫຼວດທີ່ໄດ້ຮັບການແຕ່ງຕັ້ງ ເຂົ້າຮ່ວມ.

ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 3115/ກມປສ ລົງວັນທີ 18 ກໍລະກົດ 2023 ວ່າດ້ວຍ ການອະນຸມັດແຕ່ງຕັ້ງ, ສັບຊ້ອນນາຍ ແລະ ພົນຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ເຊິ່ງໄດ້ຕົກລົງແຕ່ງຕັ້ງດັ່ງນີ້:

  • ພັທ ຄໍາຫຼ້າ ສີດາໄຊ ເປັນ ຫົວໜ້າພະແນກບໍລິຫານ-ສັງລວມ
  • ພັທ ທົດສະກັນ ສີພັນໄຊ ເປັນ ຫົວໜ້າພະແນກຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ
  • ພັທ ຄອນສະຫວັນ ແກ້ວບົວລະພາ ເປັນ ຫົວໜ້າພະແນກສືບສວນ-ສອບສວນຄະດີອາຍາ
  • ພັທ ສົມພັນ ອິນທະວົງ ເປັນ ຫົວໜ້າພະແນກຕ້ານການຄ້າມະນຸດ
  • ພັທ ວົງພະຈັນ ແກ້ວວິໄລ ເປັນ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ
  • ພັທ ແສງເດືອນ ລັດຕະວົງ ເປັນ ຫົວໜ້າພະແນກຕໍາຫຼວດນິຕິວິທະຍາ
  • ພັທ ໄພລິນ ພົນພູເມືອງ ເປັນ ຫົວໜ້າພະແນກຕໍາຫຼວດຈະລາຈອນ-ມອດໄຟ
  • ພັທ ທິນນະກອນ ລືຫາຈັກ ເປັນ ຫົວໜ້າກອງຮ້ອຍປ້ອງກັນເຄື່ອນທີ່-ແກ້ໄຂຈະລາຈົນ
  • ພັທ ນາລິນ ບຸນຍາວົງ ເປັນ ຫົວໜ້າກອງຮ້ອຍປ້ອງກັນທີ່ຕັ້ງ
  • ພັທ ສີສົມ ພອນ ພຽນສຸລິ ເປັນ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ

ໃນໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ໄດ້ມີຄຳເຫັນຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຕໍ່ນາຍ ແລະ ພົນຕຳຫຼວດຢ່າງເປັນປົກກະຕິຕໍ່ເນື່ອງ, ສອດຫ້ອຍເຂົ້າທຸກວຽກງານຮັບປະກັນພາຍໃນໃຫ້ມີຄວາມສະຫງົບ, ເຕົ້າໂຮມຄວາມສາມັກຄີໃຫ້ແໜ້ນແຟ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ຕັດສິນເປັນໝູ່ຄະນະ.

ມີຄວາມເປັນເອກະພາບສູງໃນໝູ່ຄະນະ, ປັບປຸງແບບແຜນວິທີນຳພາ-ບັນຊາ, ມອບໝາຍວຽກໃຫ້ບຸກຄົນຮັບຜິດຊອບ ພ້ອມທັງຊຸກຍູ້, ກວດກາ, ຕິດຕາມ, ແນະນໍາ, ປັບປຸງແກ້ໄຂບັນຫາຢ່າງຖືກຕ້ອງ ຕາມຫຼັກການວິຊາສະເພາະ ແລະ ຖືກຕ້ອງຕາມກົດໝາຍ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ແລະ ອົງການຂັ້ນສູນກາງ.

ເພີ່ມທະວີປະຕິບັດຕາມແນວທາງຂອງພັກ ກ່ຽວກັບ ການພົວພັນຕ່າງປະເທດ ກໍຄື ບັນດາປະເທດເພື່ອນມິດ ໃນການຮ່ວມມືສະກັດກັ້ນແກ້ໄຂຄວາມບໍ່ສະຫງົບຕາມບໍລິເວນຊາຍແດນ, ພ້ອມກັນເອົາໃຈໃສ່ວຽກງານກວດຄົນເຂົ້າ-ອອກເມືອງ, ເກັບກຳຂໍ້ມູນ ແລະ ຄຸ້ມຄອງຄົນຕ່າງປະເທດທີ່ເຂົ້າມາ ທ່ອງທ່ຽວ, ມາລົງທຶນ, ມາອອກແຮງງານ ໃຫ້ເປັນລະບົບ-ຮັດກຸມ.

ສິ່ງສໍາຄັນແມ່ນ ຮັບປະກັນຄວາມສະຫງົບປອດໄພ, ຕ້ານບັນດາປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນເເມ່ນ ບັນຫາການຄ້າມະນຸດ, ໂສເພນີ, ການໂຈລະກຳທາງອິນເຕີເນັດ, ການກໍ່ອາຊະຍາກໍາທາງລະບົບໂທລະຄົມ, ການພາຫະນະ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບປອດໄພ.