ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງເສນາພະລາທິການ ປ້ອງກັນຄວາມສະຫງົບ ລະບົບ 5 ເດືອນ ຊຸດທີ I ໃຫ້ນາຍຕຳຫຼວດພະລາທິການ ໃນຂອບເຂດທົ່ວປະເທດ ປະຈຳປີ 2023 ທີ່ສູນຝຶກອົບຮົມວິຊາສະເພາະປະກອບອາວຸດ ແລະ ພະລາທິການ ປກສ ໃນວັນທີ 4 ສິງຫາ 2023.

ເປັນກຽດເຂົ້າຮ່ວມໂດຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ, ມີ ພົຈວ ທອງສຸກ ຍ່າເອີລາວລີ ຫົວໜ້າກົມໃຫຍ່ພະລາທິການ ປກສ, ພົຈວ ປອ ບົວເຮືອງ ສົມຟອງບຸດຕາຂັນ ອຳນວຍການຫົວໜ້າການທະຫານ ວິທະຍາຄານພະລາທິການກອງທັບ ພ້ອມດ້ວຍແຂກຮັບເຊີນ, ຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູ-ອາຈານ ຈາກວິທະຍາຄານພະລາທິການກອງທັບ ແລະ ນັກບຳລຸງ ເຂົ້າຮ່ວມ.
+ ພົຈວ ໜູຈອນ ກ້ອນທອງດຳ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ ທັງເປັນ ຄະນະຮັບຜິດຊອບຊຸດບຳລຸງ ໄດ້ໃຫ້ຮູ້ວ່າ:
ຊຸດບຳລຸງເສນາພະລາທິການ ປກສ ລະບົບ 5 ເດືອນ ຊຸດທີ I ມີນັກບຳລຸງ 60 ສະຫາຍ ຍິງ 6 ສະຫາຍ ທີ່ມາຈາກກົມກອງອ້ອມຂ້າງ ກະຊວງ ປກສ ແລະ ກອງບັນຊາການ ປກສ ແຂວງ.

ຜ່ານການຄົ້ນຄວ້າຮໍ່າຮຽນ, ພະນັກງານ, ຄູ-ອາຈານ ແລະ ພາກສ່ວນພະລາກອນ ຮັບປະກັນໃຫ້ການອົບຮົມ-ຫັດແອບຊຸດນີ້ ໄດ້ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ, ມີຜົນສຳເລັດລຸລ່ວງໄປດ້ວຍດີ, ນັກບຳລຸງທີ່ເຂົ້າມາສຶກສາຮໍ່າຮຽນແຕ່ລະສະຫາຍ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນປຶກແຜ່ນ, ມີນໍ້າໃຈບຸກບືນຕໍ່ການຝຶກຝົນຫຼ່ໍຫຼອມຕົນເອງ.

ຕະຫຼອດໄລຍະຂອງການສຶກສາຮໍ່າຮຽນ, ນັກບຳລຸງຈຳນວນຫຼາຍ ໄດ້ປະຕິບັດຕາມຂໍ້ກຳນົດ-ກົດລະບຽບຂອງສູນຝຶກ ກໍຄື ຂອງວິທະຍາຄານພະລາທິການກອງທັບ ວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດ, ນັກສຶກສາຫຼາຍຄົນ ໄດ້ເປັນເຈົ້າການເຂົ້າຮ່ວມທຸກຂະບວນການຂອງສູນຝຶກ ກໍຄື ຂອງວິທະຍາຄານພະລາທິການກອງທັບ.
ນອກຈາກນັ້ນ, ຍັງໄດ້ປະກອບສ່ວນໃນການພັດທະນາກໍ່ສ້າງ, ປັບປຸງກົມກອງດີ, ສາມາດຕີລາຄາຜົນໄດ້ຮັບຂອງການຮໍ່າຮຽນຂອງນັກບຳລຸງ ຈຳນວນ 60 ສະຫາຍ ຮຽນໄດ້ 100%, ປະເພດແຂງ ມີຈຳນວນ 59 ສະຫາຍ ເທົ່າກັບ 98,33%, ປະເພດກາງ 1 ສະຫາຍ ເທົ່າກັບ 1,67%.


ໃນນີ້, ປະເພດເກັ່ງ ຄະແນນ 9 ຫາ 9,14 ມີຈຳນວນ 33 ສະຫາຍ ເທົ່າກັບ 55%, ປະເພດແຂງ ຄະແນນແຕ່ 8 ຫາ 8,98 ມີຈຳນວນ 27 ສະຫາຍ ເທົ່າກັບ 45%. ພ້ອມກັນນັ້ນ, ກໍໄດ້ມອບໃບຢັ້ງຢືນໃຫ້ແກ່ນັກບຳລຸງ ເຊິ່ງໃຫ້ກຽດມອບໂດຍ ພົຈວ ປອ ບົວເຮືອງ ສົມຟອງບຸດຕາຂັນ.


ໃນພິທີທີ່ມີຄວາມໝາຍສຳຄັນນີ້, ພົທ ກົງທອງ ພົງວິຈິດ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຄະນະຮັບຜິດຊອບຊຸດບຳລຸງ, ຄູ-ອາຈານ ແລະ ຮຽກຮ້ອງໃຫ້ນັກບຳລຸງທີ່ສຳເລັດການສຶກສາທຸກສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ ແລະ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ກາຍເປັນພະນັກງານຮຸ່ນສືບທອດທີ່ດີ ແລະ ຖອດຖອນບົດຮໍ່າຮຽນນຳຜູ້ທີ່ມີປະສົບການ.

ຕ້ອງກຳແໜ້ນດ້ານທິດສະດີຫຼັກການ ແລະ ນຳເອົາຄວາມຮູ້ຄວາມສາມາດທີ່ຄູ-ອາຈານຖ່າຍທອດໃຫ້ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານຕົວຈິງຂອງກົມກອງ ໃຫ້ເກີດດອກອອກຜົນ, ປະກອບສ່ວນປັບປຸງກໍ່ສ້າງກົມກອງ ໃຫ້ມີໃບໜ້າອັນໃໝ່, ນໍາພາກົມກອງກ້າວຂຶ້ນເປັນກົມກອງທີ່ມີແບບແຜນ ແລະ ທັນສະໄໝ ໂດຍສະເພາະແມ່ນຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆໃນກົມກອງ.

ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍ ຍຸດທະສາດຫັນປ່ຽນໂດຍສັນຕິຂອງຄົນບໍ່ດີ ໂດຍສະເພາະແມ່ນ ເຂົ້າຮ່ວມອອກແຮງແຂ່ງຂັນກັນເຂົ້າໃນທຸກຂົງເຂດວຽກງານຂະບວນການ ພ້ອມທັງເຮັດສຳເລັດທຸກໜ້າທີ່-ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້.