ໃນວັນທີ 27 ກໍລະກົດ 2023, ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຈ່ຽງ ຈ້າຍ ຕົ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນໂອກາດທີ່ສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ.

ໂອກາດນີ້, ທ່ານ ຈ່ຽງ ຈ້າຍ ຕົ່ງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ພົອ ວິໄລ ຫຼ້າຄໍາຟອງ ທີ່ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາໃນຄັ້ງນີ້ ໂດຍສະເພາະ ກະຊວງ ປກສ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມື, ສະໜັບສະໜູນໃນການປະຕິບັດໜ້າທີ່ການທູດຂອງຕົນ ຕະຫຼອດໄລຍະເວລາທີ່ຜ່ານມາ ແລະ ຫວັງວ່າ ກະຊວງ ປກສ ຈະສືບຕໍ່ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ເອກອັກຄະລັດຖະທູດ ສປ ຈີນ ຜູ້ໃໝ່ ທີ່ຈະມາຮັບໜ້າທີ່ແທນຕົນຕໍ່ໄປ ເພື່ອພ້ອມກັນສືບຕໍ່ເຮັດໜ້າທີ່ການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງພັກ-ສອງລັດ, ປະຊາຊົນສອງຊາດ ແລະ ຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ໂອກາດນີ້, ພົອ ວິໄລ ຫຼ້າຄໍາຟອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານຂອງ ທ່ານ ຈ່ຽງ ຈ້າຍ ຕົ່ງ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດໝັ້ນຄົງຍາວນານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ກໍຄື ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ທີ່ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ເຊິ່ງຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຂອງທ່ານ ໄດ້ມີການປະກອບສ່ວນອັນສໍາຄັນ ໃນການຊຸກຍູ້ໃຫ້ແກ່ວຽກງານຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ກໍຄື ກະຊວງປ້ອງກັນຄວາມສະຫງົບ; ພ້ອມນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ອວຍພອນໃຫ້ການເດີນທາງກັບປະເທດຂອງທ່ານ ຈ່ຽງ ຈ້າຍ ຕົ່ງ ມີຄວາມປອດໄພ, ຫວັງຢ່າງຍິ່ງວ່າເມື່ອກັບຮອດປະເທດ ຈະໄດ້ຮັບມອບໝາຍໜ້າທີ່ທີ່ມີກຽດອັນໃໝ່ ແລະ ຍິ່ງໃຫຍ່ກວ່າເກົ່າ.