ວັນທີ 24 ກໍລະກົດ 2023, ພົຈວ ໜູໃບ ອິນທິສານ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ509) ກະຊວງ ປກສ ພ້ອມຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໂດຍສະເພາະແມ່ນ ວຽກງານການຈົດທະບຽນຄົນຕ່າງດ້າວ ຢູ່ກອງບັນຊາການ ປກສ ແຂວງສະຫວັນນະເຂດ, ໂດຍມີ ພັອ ສັງທອງ ສີປະເສີດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ຄະນະຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ພ້ອມດ້ວຍພະນັກງານວິຊາສະເພາະພາຍໃນຫ້ອງດັ່ງກ່າວ ເຂົ້າຮ່ວມ.

ພັທ ພັທ ຈັນມີໄຊ ພຸດທະວົງ ຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ໃຫ້ທ່ານຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄດ້ຮັບຊາບ ໂດຍສະເພາະແມ່ນ ການນຳພາເຮັດໜ້າທີ່ວຽກງານວິຊາສະເພາະ, ວຽກງານລົງກໍ່ສ້າງຮາກຖານ ຕິດພັນກັບ ວາລະແຫ່ງຊາດແກ້ໄຂຢາເສບຕິດ ເພື່ອຕິດຕາມການເຄື່ອນໄຫວ, ການເໜັງຕີງຂອງປະຊາຊົນພົນລະເມືອງ ແລະ ກຸ່ມຄົນບໍ່ຫວັງດີທີ່ລັກມາດຳລົງຊີວິດໃນແຕ່ລະເມືອງ, ການຍົກຍ້າຍຖິ່ນຖານບໍ່ຖືກຕ້ອງ ໃນຂອບເຂດຊາຍແດນ, ການລັກລອບສ້າງຄອບຄົວ ລະຫວ່າງຄົນລາວ ກັບຄົນຕ່າງປະເທດ, ການລັກລອບປະກອບອາຊີບ, ລັກລອບຄ້າ-ຂາຍເຄື່ອງຂອງຜິດກົດໝາຍ ແລະ ອື່ນໆ.

ໃນໂອກາດດັ່ງກ່າວ, ພົຈວ ໜູໃບ ອິນທິສານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ສາມາດຍາດມາໄດ້ ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ນຳພາ-ຊີ້ນຳນາຍ ແລະ ພົນຕໍາຫຼວດ ໃນຂອບເຂດທີ່ຕົນຮັບຜິດຊອບ ເຮັດສຳເລັດທຸກໜ້າທີ່ວຽກງານ, ເອົາໃຈໃສ່ກ່ຽວກັບ ການປ່ອນຂໍ້ມູນແຕ່ລະເມືອງໃຫ້ລະອຽດຂຶ້ນຕື່ມ, ໃຫ້ຊຸກຍູ້ຕິດຕາມ ປກສ ກຸ່ມ, ປກສ ບ້ານ ກ່ຽວກັບພົນລະເມືອງ, ການເພີ່ມ-ຫຼຸດ ຫຼື ຄົນມີໜ້າຊົ່ວຄາວ, ເກັບກຳຄົນຕ່າງປະເທດທີ່ມາພັກເຊົາຊົ່ວຄາວ, ລີ້ຊ້ອນ, ທ່ອງທ່ຽວ ແລະ ເຮັດທຸລະກິດ ໃຫ້ໜັກແໜ້ນ.

ນອກນີ້, ກໍເນັ້ນ ປກສ ກຸ່ມ-ປກສ ບ້ານ ຢູ່ບັນດາທ້ອງຖິ່ນ ໃຫ້ກຳແໜ້ນສິດໜ້າທີ່ພາລະບົດບາດຂອງຕົນເອງ, ຕິດຕາມກວດກາວຽກງານຄຸ້ມຄອງສຳມະໂນຄົວ, ວຽກງານສືບສວນ-ສອບສວນຂັ້ນຕົ້ນ ແລະ ວຽກງານຄຸ້ມຄອງເກັບກຳຄົນຕ່າງປະເທດ ທີ່ເຂົ້າມາພັກເຊົາຊົ່ວຄາວ, ເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ, ບັນດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ-ລັດ ລົງເຜີຍແຜ່ໃຫ້ປະຊາຊົນຮັບຮູ້ຢ່າງເລິກເຊິ່ງ.