ວັນທີ 11 ພຶດສະພາ 2023, ກອງບັນຊາການ ປກສ ແຂວງຫຼວງພະບາງ ໄດ້ຈັດຕັ້ງພິທີປະກາດແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງ, ໂດຍມີ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ມີ ທ່ານ ສຸກັນ ບຸນຍົງ ປະທານແນວລາວສ້າງຊາດແຂວງ, ພົຈວ ຕູ່ຊົ່ງ ປັດໃຈ ຫົວໜ້າກອງບັນຊາການ ປກສ ແຂວງ, ແຂກຖືກເຊີນຈາກ ກອງບັນຊາການທະຫານແຂວງ, ກົມພະນັກງານ ກົມໃຫຍ່ການເມືອງ ປກສ ພ້ອມດ້ວຍພະແນກການ-ອົງການທີ່ກ່ຽວຂ້ອງ ແລະ ພະນັກງານຫຼັກແຫຼ່ງທົ່ວກອງບັນຊາການ ເຂົ້າຮ່ວມ.

ໃນພິທີ, ພັອ ສົມພອນ ແກ້ວພູທອນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການແຕ່ງຕັ້ງ ຮອງກອງບັນຊາການ ປກສ ແຂວງ ເຊິ່ງໄດ້ແຕ່ງຕັ້ງດັ່ງນີ້:

  • ແຕ່ງຕັ້ງ ພັທ ອ່ອນຈັນ ວິໄລຈິດ ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຫົວໜ້າຫ້ອງການເມືອງ
  • ແຕ່ງຕັ້ງ ພັທ ປະເສີດ ພົມມະລັດ ເປັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ທັງເປັນ ຫົວໜ້າຫ້ອງສັນຕິບານ

ພ້ອມນີ້, ຍັງໄດ້ຜ່ານຂໍໍ້ຕົກລົງວ່າດ້ວຍ ການຍົກຍ້າຍ, ແຕ່ງຕັ້ງ ຫົວໜ້າຫ້ອງ-ຮອງຫ້ອງ, ຫົວໜ້າ-ຮອງກອງບັນຊາການ ປກສ ເມືອງ, ປກສ ນະຄອນ ຕື່ມອີກ.

ການປະກາດແຕ່ງຕັ້ງ, ປັບປຸງກົງຈັກການຈັດຕັ້ງ ປກສ ແຂວງຫຼວງພະບາງ ໃນຄັ້ງນີ້ ແມ່ນອີງຕາມສະພາບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່, ເປັນການປັບປຸງລະບົບການນຳພາ-ບັນຊາກຳລັງ ປກສ ແຂວງຫຼວງພະບາງ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ເຮັດ 2 ໜ້າທີ່ຍຸດທະສາດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ບັນລຸຜົນສຳເລັດ ໂດຍສະເພາະສືບຕໍ່ນຳພາກຳລັງ ປກສ ແຂວງຫຼວງພະບາງ ໃຫ້ມີບາດກ້າວອັນໃໝ່.

ໃນໂອກາດດັ່ງກ່າວ, ພົຕ ວັນທອງ ກອງມະນີ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ແລະ ໄດ້ເນັ້ນໃຫ້ນາຍຕຳຫຼວດຜູ້ທີ່ໄດ້ຮັບໜ້າທີ່ໃໝ່ໃນຊຸດນີ້ ຈົ່ງເພີ່ມທະວີຄວາມຮັບຜິດຊອບໃຫ້ສູງຂຶ້ນ, ສືບຕໍ່ສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ສະມາຊິກພັກນາຍ ແລະ ພົນຕຳຫຼວດ ຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ໜັກແໜ້ນເຂັ້ມແຂງ, ມີຄວາມສາມັກຄີພາຍໃນພັກ, ມີແບບແຜນວິທີເຮັດວຽກເປັນໝູ່ຄະນະ, ເຊີດຊູນ້ຳໃຈເສຍສະລະເພື່ອປະເທດຊາດ, ສືບຕໍ່ເຮັດໜ້າທີ່ການເມືອງຂອງຕົນ ໃຫ້ມີຜົນສຳເລັດຕາມທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.