ໃນວັນທີ 8 ມິຖຸນາ 2023, ເມືອງນາແລ ແຂວງຫຼວງນໍ້າທາ ຈັດກອງປະຊຸມສະຫຼຸບວຽກງານແກ້ໄຂປະກົດການຫຍໍ້ທໍ້ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນປີ ໄລປະເສີດ ເຈົ້າເມືອງນາແລ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີຄະນະປະຈໍາພັກເມືອງ, ພ້ອມດ້ວຍຫົວໜ້າ-ຮອງຫ້ອງການ, ສອງກອງບັນຊາການ ປກຊ-ປກສ ເມືອງ, ປກສ 9 ກຸ່ມ ບ້ານ ແລະ ພາກສ່ວນທີກ່ຽວຂ້ອງອ້ອມຂ້າງເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ສີເພັດ ເດີວັນອອມ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາແລ ໄດ້ຜ່ານບົດສະຫຼຸບວຽກງານແກ້ໄຂປະກົດການຫຍໍ້ທໍ້ປະຈໍາປີ 2022 ແລະ ວາງທິດທາງແຜນການປະຈໍາປີ 2023, ພ້ອມທັງຍົກໃຫ້ເຫັນບາງປະກົດການຫຍໍ້ທໍ້ທີ່ພົນເດັ່ນ ເປັນຕົ້ນບັນຫາການຂີ້ລັກງັດແງະ, ບັນຫາຢາເສບຕິດ, ບັນຫາອຸບັດຕິເຫດຕາມທ້ອງຖະໜົນ, ລ່າເນື້ອຜິດກົດໝາຍ ແລະ ປະກົດການອື່ນໆ. ໃນໄລຍະ 1 ປີຜ່ານມາ, ມີຄະດີເກີດຂຶ້ນທັງໝົດ 47 ເລື່ອງ, ກັກຜູ້ຖືກຫາໄດ້ 53 ຄົນ. ໃນນີ້, ມີຄະດີຢາເສບຕິດ 12 ເລື່ອງ, ກັກຜູ້ຖືກຫາ 18 ຄົນ, ຢຶດຂອງກາງຢາບ້າໄດ້ 300 ເມັດ. ນອກ ຈາກນີ້, ມີອຸບັດຕິເຫດເກີດຂື້ນທັງໝົດ 20 ເລື່ອງ, ພາຫະນະເປເພ 32 ຄັນ, ມີຜູ້ເສຍຊີວິດ 1 ຄົນ ລວມມູນຄ່າເສຍຫາຍ 173.000.000 ກີບ. ນອກນັ້ນ, ກຳລັງປ້ອງກັນຄວາມສະຫງົບ ຍັງເອົາໃຈໃສ່ສະກັດກັ້ນ ພ້ອມທັງສຶກສາອົບຮົມພາກສ່ວນດັດແປງສະພາບເຕັກນິກລົດ 35 ຄົນ. ໃນກອງປະຊຸມ, ບັນດາຜູ້ແທນຍັງໄດ້ພັດປ່ຽນກັນຂຶ້ນມີຄໍາເຫັນແລກປ່ຽນເຊິ່ງການ ແລະ ກັນຢ່າງກົງໄປກົງມາ ເພື່ອພ້ອມ ກັນຊອກຫາວິທີການສະກັດກັ້ນ ບັນຫາປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖ່ອຍລົງ.

ໃນໂອກາດນີ້, ທ່ານ ບຸນປີ ໄລປະເສີດ ເຈົ້າເມືອງນາແລ ຍັງໄດ້ໂອ້ລົມ ໂດຍມ່ານກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້; ເຊິ່ງສະ ພາບປະກົດການຫຍໍ້ທໍ້ໄດ້ສ້າງຜົນເສຍຫາຍຢ່າງຫຼວງຫຼາຍຕໍ່ຊັບສິນຂອງພັກ-ລັດ, ສັງຄົມ ແລະ ຂອງປະຊາຊົນກາຍເປັນການກົດໜວງທ່ວງດຶງການພັດທະນາເສດຖະກິດ-ສັງຄົມ ທັງເປັນບັນຫາທີ່ສ້າງຄວາມບໍ່ສະຫງົບປອດໄພ. ດັ່ງນັ້ນ, ຄະນະຮັບຜິດຊອບ ຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ -ແນວຄິດໃຫ້ພະນັກງານ, ພໍ່-ແມ່ປະຊາຊົນຢ່າງເປັນປົກກະຕິໃຫ້ເຂົາເຈົ້າປະກອບສ່ວນເຂົ້າໃນວຽກງານ ປກຊ-ປກສ ຢ່າງຕັ້ງໜ້າພ້ອມກັນສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຢູ່ພາຍໃນເມືອງນາແລ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.