ເນື່ອງໃນໂອກາດວາລະດຳເນີນກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ແຂວງໄຊສົມບູນ ສະໄໝທີ I ທີ່ຈະໄດ້ຈັດຂຶ້ນໃນລະ ຫວ່າງວັນທີ 14-18 ມິຖຸນາ ນີ້.

ການນຳພັກ-ລັດ ແຂວງໄຊສົມບູນ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ທີ່ອະນຸສອນສະຖານປະທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 14 ມິຖູນາ ນີ້; ນຳໂດຍສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ມີຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ ແລະ ກຳມະການພັກແຂວງ ເຂົ້າຮ່ວມ.

ການວາງກະຕ່າດອກໄມ້ໃນຄັ້ງນີ້, ເພື່ອເປັນການຈົດຈຳສະແດງເຖິງຄວາມເຄົາລົບຮັກ ແລະ ຈາລຶກເຖິງຄຸນງາມຄວາມດີ ທີ່ມີຕໍ່ປະເທດຊາດຢ່າງລົ້ນ ເຫຼືອ, ມີນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງປະທານໄກສອນ ພົມວິຫານ ກໍຄືບັນພະບູລຸດ ແລະ ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະຫຼະຊີວິດ, ເລືອດເນື້ອ, ເຫື່ອແຮງ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳທີ່ສະຫຼາດສ່ອງໃສ ແລະ ປີຊາສາມາດຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975.